ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງຫຼວງນໍ້າທາ ຈັດສົ່ງທະຫານໃໝ່
ເວລາອອກຂ່າວ: 2022-01-28 09:12:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 762 | ຄວາມນິຍົມ:



ໃນວັນທີ 14 ມັງກອນ 2022, ກອງບັນຊາການທະຫານ ແຂວງຫຼວງນໍ້າທາ, ໄດ້ຈັດສົ່ງ ທະຫານໃໝ່ ກໍາລັງປ້ອງກັນຊາດ ທ້ອງຖິ່ນແຂວງຫຼວງນໍ້າທາ ທີ່ ລະດົມໄດ້ໃນທ້ອງຖິ່ນ ມອບໃຫ້ ກອງພົນທີ 3 ຈໍານວນ 60 ສະ ຫາຍ, ໂດຍການກ່າວມອບຂອງ ສະຫາຍ ພັນໂທ ຄໍາທອນ ໄຊສົງ ຄາມ ຮອງຫົວໜ້າຫ້ອງເສນາ ທິການທະຫານແຂວງຫຼວງນໍ້າ ທາ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ບຸນທະວີ ຮອງຫົວໜ້າພະ ແນກກຳລັງພົນກອງພົນທີ 3, ມີສະຫາຍ ພັນເອກ ບຸນເພງ ເທບ ພະພອນ ຮອງຫົວໜ້າກົມກໍາລັງ ພົນ ກົມໃຫຍ່ເສນາທິການກອງ ທັບ ຕະຫຼອດຮອດພະແນກການ ກ່ຽວຂ້ອງ ເຂົ້າຮ່ວມ. ທັງນີ້, ກໍເພື່ອເປັນການຈັດຕັ້ງ ປະຕິບັດຕາມຕົວເລກທີ່ກົມໃຫຍ່ ເສນາທິການກອງທັບ ແບ່ງປັນ ໃຫ້ກໍາລັງປ້ອງກັນຊາດທ້ອງຖິ່ນ ແຂວງຫຼວງນໍ້າທາ ລະດົມຊາວ ໜຸ່ມຊາຍສະກັນ ຜູ້ທີ່ມີຄວາມສະ ໜັກໃຈເຂົ້າຮັບໃຊ້ຊາດ ຕາມກົດ ໝາຍ ວ່າດ້ວຍ ພັນທະປ້ອງກັນ ຊາດ, ເພື່ອພ້ອມກັນສືບຕໍ່ພາລະ ກິດປົກປັກຮັກສາ ແລະ ພັດທະ ນາປະເທດຊາດໃນໄລຍະໃໝ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ