ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພົນທີ 5 ສະຫຼຸບບັ້ນແຂ່ງຂັນ ປະຈຳປີ 2021
ເວລາອອກຂ່າວ: 2022-01-28 09:13:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 485 | ຄວາມນິຍົມ:



ໃນວັນທີ 20 ມັງກອນ 2022, ກອງພົນທີ 5 ໄດ້ສະຫຼຸບບັ້ນ ແຂ່ງຂັນ ປະຈຳປີ 2021 ແລະ ເປີດບັ້ນແຂ່ງຂັນ ປະຈຳປີ 2022, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສີປະເສີດ ເຜີຍຄຳສີງ ຫົວໜ້າການເມືອງ ກອງພົນທີ 5, ມີ ຄະນະພັກ-ຄະ ນະບັນຊາ ຈາກອົງການ, ກົມ ກອງທົ່ວກອງພົນທີ 5 ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳກົດ ອີນສີນາ ຫົວໜ້າຫ້ອງການເມືອງ ກອງພົນທີ 5 ໄດ້ຜ່ານບົດສະຫຼຸບ ບັ້ນແຂ່ງຂັນ ປະຈຳປີ 2021 ແລະ ວຽກງານຂະບວນການທີ່ຈະຕ້ອງສຸມໃສ່ສືບຕໍ່ ໃນປີ 2022 ( ພາຍໃຕ້ຄຳຂວັນ: ຮັກ ຊາດ ແລະ ພັດທະນາ ) ເຊິ່ງ ເນື້ອໃນຂອງບົດສະຫຼຸບໄດ້ຍົກ ໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້, ຜ່ານ ການຈັດຕັ້ງແຂ່ງຂັນໃນ 1 ປີ ຜ່ານມາ. ໃນນີ້, ຄະນະພັກ-ຄະ ນະບັນຊາ ກອງພົນທີ 5 ໄດ້ເອົາ ໃຈໃສ່ຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ X ຂອງ ພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ປ້ອງກັນປະເທດ ແລະ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ອົງຄະນະພັກກອງພົນ ຕິດພັນ ກັບການປະຕິບັດທິດທາງແຜນ ການລວມຂອງກອງພົນ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງປ້ອງກັນ ປະເທດວາງອອກ. ໃນນີ້, ຂະ ບວນການທີ່ພົ້ນເດັ່ນຄະນະ ພັກ-ຄະນະບັນຊາກອງພົນ ທີ 5 ໄດ້ເອົາໃຈໃສ່ວຽກງານ ຫັນລົງກໍ່ສ້າງຮາກຖານການ ເມືອງ-ພັດທະນາຊົນນະບົດ ຮອບດ້ານ ຊີ້ນຳພະນັກງານຫັນ ລົງກໍ່ສ້າງຮາກຖານ, ເຊິ່ງມີຈຳ ນວນ 88 ບ້ານ, 22 ກຸ່ມບ້ານ, 8 ຕົວເມືອງ ແລະ 1 ນະຄອນ ຂອງແຂວງຈຳປາສັກ, 1 ເມືອງ ຂອງແຂວງເຊກອງ, 1 ເມືອງ ຂອງແຂວງສາລະວັນ ເຫັນວ່າ ຮັບປະກັນໄດ້ໃນຂອບ ເຂດ 4 ແຂວງພາກໃຕ້ມີຄວາມສະຫງົບ ໂດຍພື້ນຖານຕິດພັນກັບວຽກ ງານດັ່ງກ່າວ, ຄະນະພັກ-ຄະນະ ບັນຊາ ກອງພົນທີ 5 ຍັງສຸມໃສ່ ວຽກງານຂະບວນການດ້ານ ຕ່າງໆ ເຊັ່ນ: ວຽກງານປັບປຸງກໍ່ ສ້າງກຳລັງ ໃນນີ້, ສາມາດສ້າງ ສາມາຊິກພັກແຂງ ໄດ້ 90,11%; ວຽກງານອົບຮົມ-ຫັດແອບຕີລາ ຄາໄດ້97,36%; ວຽກງານຮັບ ປະກັນພະລາທິການ ສາມາດ ສ້າງແຫຼ່ງລາຍຮັບໄດ້ທັງໜົດ 3 ຕື້ກວ່າກີບ ແລະ ວຽກງານ ຂະບວນການອື່ນໆ ເຫັນວ່າ ມີ ການພັດທະນາຂຶ້ນທາງດ້ານປະ ລິມານ ແລະ ຄຸນນະພາບ. ໂອກາດດັ່ງກ່າວ, ຍັງໄດ້ສະ ຫຼຸບຕີລາຄາການຈັດຕັ້ງປະຕິ ບັດຂະບວນການກໍ່ສ້າງກອງ 3 ປອດ ປອດໃສ ປອດໄພ ປອດຄະ ດີ ປະຈຳປີ 2021 ແລະ ວາງທິດ ທາງແຜນການ ການກໍ່ສ້າງກອງ 3 ປອດ ປະຈໍາປີ 2022 ແລະ ມອບໃບຢັ້ງຢືນກົມກອງ 3 ປອດ ໃຫ້ອົງການ, ກົມກອງ ຈຳນວນ 87 ຫົວໜ່ວຍກົມ ກອງຕື່ມອີກ. ໂດຍ: ແສງອາທິດ ສີດາໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ