ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະສະເພາະກິດກວດກາພາຫະນະອາວຸດ-ລູກກະສຸນ ເຄື່ອນໄຫວເຮັດວຽກ ຢູ່ ວິທະຍາຄານກົມມະດຳ
ເວລາອອກຂ່າວ: 2022-01-28 09:13:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 431 | ຄວາມນິຍົມ:



ວັນທີ 24 ມັງກອນ 2022, ຄະນະສະເພາະກິດກວດກາພາ ຫະນະອາວຸດ-ກະສຸນ ນໍາໂດຍ ສະຫາຍ ພັນເອກ ຫຼ້າແກ້ວ ໄຊ ຍະສິດ ຫົວໜ້າກົມຄຸ້ມຄອງອາ ວຸດກະສຸນ ກົມໃຫຍ່ເຕັກນິກກອງ ທັບ ໄດ້ເຄື່ອນໄຫວເຮັດວຽກຢູ່ ວິທະຍາຄານກົມມະດຳ (ວກ), ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ບົວໄລ ສີລັກສາ ຫົວ ໜ້າການທະຫານ ວກ, ມີຄະ ນະພັກ-ຄະນະອຳນວຍການ, ກົມເຫຼົ່າຮົບວິຊາສະເພາະ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ສັງມະນີ ຈິດລະວົງ ຫົວໜ້າຫ້ອງເຕັກນິກ ວກ ໄດ້ຜ່ານບົດລາຍງານການ ກວດກາຄືນພາຫະນະອາວຸດ-ຍຸດໂທປະກອນເຕັກນິກທົ່ວ ວກ, ອີງຕາມຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ການ ແຕ່ງຕັ້ງຄະນະສະເພາະກິດກວດ ກາຄືນພາຫະນະເຕັກນິກອາວຸດ-ລູກກະສຸນຢູ່ໃນທົ່ວກອງທັບ, ຜ່ານມາໄດ້ປະຕິບັດຕາມລະບົບ ບັນຊີຂອງກົມຄຸ້ມຄອງອາວຸດ-ລູກກະສຸນເພື່ອເກັບກຳ ແລະ ແບ່ງຂັ້ນກວດກາ, ການເເບ່ງຄຸນ ນະພາບອາວຸດ ແລະ ກວດກາພາ ຫະນະອື່ນໆ. ໂອກາດດັ່ງກ່າວ, ຄະນະສະ ເພາະກິດ ໄດ້ກວດກາເບິ່ງພາ ຫະນະຕົວຈິງ ເຊັ່ນ: ກະລາຂົນ ສົ່ງ ແລະ ສ້ອມແປງ, ກະລາປືນ ປ້ອງກັນອາກາດ, ກະລາປືນໃຫຍ່ ໜ້າດິນ, ກະລາລົດຕັງ-ຍານເກາະ ແລະ ສາງອາວຸດ. ໂດຍ: ລຸນທອງ ສີບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ