ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນນາທິການໜັງສືພິມກອງທັບ ສະຫຼຸບວຽກງານ ປະຈຳປີ 2021
ເວລາອອກຂ່າວ: 2022-01-28 09:15:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 549 | ຄວາມນິຍົມ:



ວັນທີ 27 ມັງກອນ 2022 ນີ້, ກອງບັນນາທິການໜັງສືພິມ ກອງທັບ ໄດ້ຈັດກອງປະຊຸມສະ ຫຼຸບວຽກງານ ປະຈຳປີ 2021 ແລະ ຜ່ານທິດທາງແຜນການ ປະ ຈໍາປີ 2022, ໂດຍການເປັນປະ ທານຂອງ ສະຫາຍ ພັນເອກ ຄໍາ ສາວ ແກ້ວວິເສດ ຫົວໜ້າບັນນາ ທິການໜັງສືພິມກອງທັບ, ມີຄະ ນະພັກຄະນະບັນ, ພະນັກງານ- ນັກຮົມ ເຂົ້າຮ່ວມ. ສະຫາຍ ພັນເອກ ສະແຫວງ ແດນນາມົນ ຮອງຫົວໜ້າບັນນາ ທິການໜັງສືພິມກອງທັບ ໄດ້ຜ່ານ ບົດສະຫຼຸບການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນວ່າ: ຄະນະພັກ ຄະນະບັນແຕ່ລະຂັ້ນໄດ້ເອົາໃຈ ໃສ່ໃນການສຶກສາອົບຮົມການ ເມືອງ-ແນວຄິດ ໃຫ້ພະນັກງານ ນັກຮົບມີຄວາມເຊື່ອໝັ້ນຕໍ່ການ ນຳພາຂອງຄະນະພັກ, ອຸ່ນອຽນ ຫ້າວຫັນຕໍ່ວຽກງານ, ກົມກອງມີ ຄວາມສະຫງົບ ພ້ອມທັງເປັນເຈົ້າ ການໃນການໂຄສະນາໃຫ້ແກ່ວັນ ສ້າງຕັ້ງພັກ ຄົບຮອບ 66 ປີ ແລະ ວັນສໍາຄັນຕ່າງໆຂອງຊາດ, ຂອງ ພັກ ແລະ ວັນສໍາຄັນທາງປະຫວັດ ສາດຂອງສາກົນ, ຍູ້ແຮງຂະບວນ ການກໍ່ສ້າງປັບປຸງກົມກອງ, ໂຄ ສະນາສ້າງຂະບວນການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ, ຂະ ບວນການເຝິກແອບຮໍ່າຮຽນກຽມ ພ້ອມສູ້ຮົບ ແລະ ການຫັນລົງກໍ່ ສ້າງຮາກຖານການເມືອງພັດທະ ນາຊົນນະບົດ. ໃນນີ້, ທາງດ້ານ ວຽກງານວິຊາສະເພາະຂອງກົມ ກອງພວກເຮົາສາມາດເຮັດສໍາ ເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ ຈາກຂັ້ນເທິງ ເປັນຕົ້ນແມ່ນໄດ້ຜະ ລິດ ແລະ ຈໍາໜ່າຍໜັງສືພິມລາຍ ວັນ ລວມການຜະລິດໜັງສືພິມ ໄລຍະປີສາມາດຈັດພິມ 154.946 ສະບັບ, ສະໜອງຂ່າວ, ບົດ ແລະ ຮູບພາບປະເພດຕ່າງໆ ຈຳນວນຫຼາຍ. ຂ່າວມີ 6.470 ຂ່າວ, ບົດ 3.072 ບົດ, ຮູບ 7.245 ຮູບ, ເຄື່ອນໄຫວເກັບກຳ ຂ່າວ 965 ເທື່ອ. ໄປຄຽງຄູ່ກັນ ນັ້ນ, ໄດ້ອັບເດດໜັງສືພິມເອເລັກ ໂຕຣນິກ ສາມາດດຶງດູດຜູ້ອ່ານ ເຂົ້າຊົມເວັບໄຊເພີ່ມຂຶ້ນເປັນຈໍາ ນວນຫຼວງຫຼາຍ ໃນນີ້, ໄດ້ອັບເດດ ໜັງສືພິມເອເລັກໂຕຣນິກ 269 ຄັ້ງ, ເປັນຂ່າວພາສາລາວ 3.672 ຂ່າວ, ພາສາອັງກິດ 436 ຂ່າວ, ຮູບພາບ 6.678 ຮູບ, ມີຜູ້ເຂົ້າເບິ່ງ 17.184.000 ເທື່ອຄົນ ໃນ 90 ກວ່າປະເທດທົ່ວໂລກ. ຂ່າວຍັງໃຫ້ຮູ້ຕື່ມອິກວ່າ: ໂອ ກາດດຽວກັນນີ້, ໜ່ວຍກອງທຶນ ຊ່ວຍເຫຼືອເຊິ່ງກັນ ແລະ ກໍໄດ້ຜ່ານ ບົດສະຫຼຸບວຽກງານກອງທຶນໃນ ໄລຍະ 1 ປີຜ່ານມາ, ພ້ອມທັງ ວາງທິດທາງແຜນການຕໍ່ໜ້າຕື່ມ ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ