ຫຼາຍພາກສ່ວນອວຍພອນກົມກອງທະຫານ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ຄົບຮອບ 73 ປີ
ເວລາອອກຂ່າວ: 2022-02-01 09:30:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 13653 | ຄວາມນິຍົມ: ![]()
ໄລຍະທ້າຍເດືອນມັງກອນ ຜ່ານມາ, ຫຼາຍພາກສ່ວນຕ່າງກໍໄດ້ນໍາເອົາກະຕ່າຂອງຂວັນ ພ້ອມຄໍາອວຍພອນໄຊອັນປະເສີດ ມາມອບ ແລະ ອວຍພອນໃຫ້ ແກ່ກົມກອງທະຫານ ເນື່ອງໃນໂອ ກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ໃນປີ 2022 ນີ້.
ໃນນີ້, ການນໍາແຂວງຈໍາປາສັກ ນໍາໂດຍ ສະຫາຍ ວິໄລວົງ ບຸດດາ
ຄໍາ ເຈົ້າແຂວງ, ປະທານຄະນະ ກຳມະການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບແຂວງຈຳ ປາສັກ ພ້ອມດ້ວຍຄະນະຈັດຕັ້ງ ແຂວງ, ສະມາຄົມນັກທຸລະກິດແມ່ຍິງແຂວງຈຳປາສັກ ແລະ ວິທະຍາໄລຄູ ປາກເຊ ໄດ້ນໍາເອົາ ກະຕ່າຂອງຂວັນເຂົ້າອວຍພອນ ກອງບັນຊາການທະຫານແຂວງ ຈໍາສັກ, ໂດຍມີສະຫາຍ ພົນຈັດ ຕະວາ ສຸໄກ ພີມມະສານ ຫົວໜ້າ
ການທະຫານ ກອງບັນຊາການ ທະຫານແຂວງຈຳປາສັກ ພ້ອມ ດ້ວຍຄະນະພັກ-ຄະນະບັນຊາອົງ
ການ 5 ຫ້ອງໃຫ້ກຽດຕ້ອນຮັບ ຢ່າງອົບອຸ່ນ; ສ່ວນໂຮງຮຽນທິດ ສະດີການເມືອງ ປ້ອງກັນຄວາມ ສະຫງົບ ນໍາພາໂດຍ ສະຫາຍ ພັນ
ເອກ ສຸກນິລັນດອນ ກຸນລະວົງ ຮອງຫົວໜ້າອໍານວຍການໂຮງ ຮຽນທິດສະດີການເມືອງ ປ້ອງ ກັນຄວາມສະຫງົບພ້ອມຄະນະ ໄດ້ນໍາເອົາກະຕ່າຂອງຂວັນເຂົ້າ ອວຍພອນໂຮງຮຽນທິດສະດີ ການເມືອງກອງທັບ ໂດຍການ ຕ້ອນຮັບຂອງ ສະຫາຍ ພົນຈັດ ຕະວາ ຄໍາຜາຍ ສະພັງເໜືອ ຫົວ ໜ້າການເມືອງໂຮງຮຽນທິດສະ ດີການເມືອງກອງທັບ ພ້ອມດ້ວຍ
ຄະນະ; ການນໍາເມືອງໄຊທານີ ນະຄອນຫຼວງວຽງຈັນ ນໍາໂດຍ ສະຫາຍ ໜູກີ ສີຫາລາດ ຮອງ ເຈົ້າເມືອງ ເມືອງໄຊທານີ, ມີສະ ຫາຍ ບົວລີ ແກ້ວມະນີວັນ ປະ ທານສະພາປະຊາຊົນ ປະຈໍາ ເມືອງໄຊທານີ, ສະຫາຍ ນາງ ອໍລະໄທ ສັນຕິຄົງຄາ ສະມາຊິກ ສະພາປະຊາຊົນນະຄອນຫຼວງ ວຽງຈັນ ປະຈໍາເມືອງໄຊທານີ, ມີ
ຄະນະປະຈໍາພັກເມືອງ, ຄະນະ ນໍາກຸ່ມທ່າງ່ອນ ແລະ ອໍານາດ ການປົກຄອງບ້ານໃນເຂດກຸ່ມ ທ່າງ່ອນ ໄດ້ນໍາເອົາກະຕ່າຂອງ ຂວັນ ແລະ ເຄື່ອງບໍລິໂພກຈໍານວນ ໜຶ່ງເຂົ້າອວຍພອນຄະນະພັກ-ຄະນະບັນຊາ, ພະນັກງານ-ນັກ ຮົບກອງພັນໃຫຍ່ 605, ໂດຍ ການຕ້ອນຮັບຂອງສະຫາຍ ພັນ ເອກ ບົວຄໍາ ສາມາວົງ ຫົວໜ້າ ການເມືອງ ກອງພັນໃຫຍ່ 605 ພ້ອມຄະນະ; ຫ້ອງການກະສິກຳ-ປ່າໄມ້ ເມືອງຮຸນ ແຂວງ ອຸດົມໄຊ
ນຳໂດຍ ສະຫາຍ ສິງທອງ ຜົນ ດາລາ ຫົວໜ້າຫ້ອງການກະສິ ກຳ-ປ່າໄມ້ ເມືອງຮຸນ ພ້ອມດ້ວຍ ຄະນະ ໄດ້ນຳເອົາກະຕ່າຂອງ ຂວັນ ແລະ ເງິນສົດຈຳນວນ 5 ລ້ານກີບ ມາມອບອວຍພອນ ຫ້ອງການເມືອງ ກອງພົນທີ 3, ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ບຸນຫຼາຍ ອຸດົມຮຸນ ຫົວ ໜ້າຫ້ອງການເມືອງ ກອງພົນທີ 3 ພ້ອມດ້ວຍຄະນະ ແລະ ພະນັກ
ງານ-ນັກຮົບພາຍໃນຫ້ອງເຂົ້າ ຮ່ວມ; ສ່ວນການນໍານະຄອນ ປາກເຊ ແຂວງຈໍາປາສັກ ນໍາ ໂດຍ ທ່ານ ບົວລີ ເພັດສົງຄາມ ເຈົ້ານະຄອນປາກເຊ ພ້ອມຄະ ນະ ໄດ້ນຳເອົາກະຕ່າຂອງຂວັນ ເຂົ້າອວຍພອນຄະນະນຳກອງ ພົນທີ 5, ໂດຍການຕ້ອນຮັບຂອງ ສະຫາຍ ພັນໂທ ຄຳກົດ ອີນສີນາ ຫົວໜ້າຫ້ອງການເມືອງ ກອງ ພົນທີ 5 ພ້ອມຄະນະ. ໃນໂອກາດ ດຽວກັນນັ້ນ, ສະຫາຍ ພັນໂທ ບຸນ ສົງ ຈັນທະວົງສັກ ຮອງຫົວໜ້າ ກອງບັນຊາການປ້ອງກັນຄວາມ ສະຫງົບແຂວງຈຳປາສັກ ພ້ອມ ຄະນະ ໄດ້ນຳເອົາກະຕ່າຂອງ ຂວັນເຂົ້າອວຍພອນ ການນຳ ກອງພົນທີ 5 ເຊັ່ນດຽວກັນ; ສ່ວນສະຫາຍ ບຸນເຖີງ ສຸວັນນະສີ ຮອງເລຂາຄະນະພັກເມືອງ ຈັນທະບູລີ ທັງເປັນສະມະຊິກ ສະພາປະຊາຊົນ ນະຄອນຫຼວງ ວຽງຈັນ, ກອງບັນຊາການ ປກສ
ເມືອງຈັນທະບູລີ ພ້ອມດ້ວຍນາຍ
ບ້ານ ບ້ານໂພນຕ້ອງຈອມມະນີ, ບ້ານທົ່ງສ້າງນາງ, ບ້ານໂພນ ຕ້ອງສະຫວາດ, ບ້ານສະຫວ່າງ, ບ້ານດອນແດງ, ບ້ານຮ່ອງໄກ່ ແກ້ວ, ບ້ານໜອງທາ ກໍໄດ້ນໍາ ເອົາກະຕ່າຂອງຂວັນເຂົ້າອວຍ ພອນຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບສະຖາບັນອະ ນາໄມກັນພະຍາດ ແລະ ສົ່ງເສີມ ສຸຂະພາບກອງທັບ, ໂດຍການ ຕ້ອນຮັບຂອງ ສະຫາຍ ພັນເອກ ດຣ ໂພສະເດັດ ເສນາມູນຕຣີ ຫົວ
ໜ້າການເມືອງ ສະຖາບັນອະນາ ໄມກັນພະຍາດ ແລະ ສົ່ງເສີມສຸ ຂະພາບກອງທັບ ພ້ອມດ້ວຍພະ ນັກງານ-ນັກຮົບ ແລະ ທ່ານ ສົມ ຊາຍ ດີດວງເດດ ນັກທຸລະກິດ ເຈົ້າຂອງລານມັນຕົ້ນແຫ້ງ ໄດ້ ນໍາເອົາກະຕ່າຂອງຂວັນເຂົ້າ ອວຍພອນຄະນະພັກ-ຄະນະບັນ ຊາກອງພັນໃຫຍ່ 642 ພ້ອມ ທັງໄດ້ນໍນາເອົາຜ້າອັດປາກ-ດັງຈໍານວນ 2 ແກັດໃຫຍ່, ເຈວ ລ້າງມື 2 ແກັດ ແລະ ນໍ້າດື່ມ 5 ແພັກ ລວມມູນຄ່າ 3.000.000 ກີບມາມອບໃຫ້ກອງພັນໃຫຍ່ດັ່ງ ກ່າວ, ກ່າວຮັບໂດຍ ສະຫາຍ ພັນ
ໂທ ຈັນທອນ ຄໍາປັນຍາ ຫົວໜ້າ ພະແນກເສນາທິການ ກອງພັນ ໃຫຍ່ 642 ພ້ອມຄະນະ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















