ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງຫົວພັນໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ຢ່າງຄຶກຄື້ນ
ເວລາອອກຂ່າວ: 2019-01-22 09:44:27 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 349218951 | ຄວາມນິຍົມ:



v ໃນວັນທີ 18 ມັງກອນ 2019 ນີ້, ຢູ່ທີ່ເດີ່ນກີລາແຂວງຫົວພັນ ໄດ້ຈັດງານໂຮມຊຸມນຸມສະເຫຼີມ ສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງ ກອນ 2019) ຢ່າງຄຶກຄື້ນໂດຍ ການເຂົ້າຮ່ວມ ເປັນປະທານຂອງ ທ່ານ ຄຳພັນ ພົມມະທັດ ກຳມະ ການກົມການເມືອງສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ , ມີທ່ານ ວັນໄຊ ແພງຊຸມມາ ກຳມະ ການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ, ມີທ່ານ ພົນຈັດຕະວາ ບຸນຍົງ ດາດົງໄຊ ຮອງປະທານສານປະຊາ ຊົນສູງສຸດ ຫົວໜ້າອົງການ ສານທະຫານຂັ້ນສູງຕ່າງຫນ້າ ຄະນະນຳກະຊວງປ້ອງກັນປະ ເທດ, ມີການນຳແຂວງ, ມີກອງ ບັນຊາການທະຫານແຂວງເຊີນ ລາ, ແທ້ງຮວາ, ເງ້ອານ ສສ ຫວຽດນາມ, ຄະນະພັກ-ຄະນະ ບັນຊາ, ພະນັກງານປະຕິວັດ ອາວຸ ໂສ, ພະນັກງານ-ນັກຮົບ, ນັກ ຮຽນ-ນັກສຶກສາ ແລະ ຊາວ ແຂວງຫົວພັນເຂົ້າຮ່ວມຢ່າງ ຫຼວງຫຼາຍ. ໃນໂອກາດເຂົ້າຮ່ວມງານ ສະເຫຼີມສະຫຼອງວັນສຳຄັນດັ່ງ ກ່າວຢູ່ແຂວງຫົວພັນໃນຄັ້ງນີ້, ທ່ານ ວັນໄຊ ແພງຊຸມມາ ໄດ້ໃຫ້ ການປາໄສຕໍ່ ພິທີວ່າ: ກ່ອນໜ້ານີ້ 70 ປີ ວັນທີ 20 ມັງກອນ 1949 ຢູ່ຕາແສງລາວຮຸ່ງ ເມືອງຊຽງ ຄໍ້ ແຂວງຫົວພັນ ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກໄດ້ປະ ກາດສ້າງຕັ້ງກອງທັບລາວອິດ ສະຫຼະ ເຊິ່ງເປັນຕົ້ນກຳເນີດຂອງ ກອງທັບປະຊາຊົນລາວໃນປັດ ຈຸບັນຂຶ້ນຢ່າງເປັນທາງການ ຕາມຄໍາສັ່ງຂອງພັກຄອມມູນິດ ອິນດູຈີນ, ໃນທ່າມກາງຂະບວນ ການຕໍ່ສູ້ຂອງປະຊາຊົນບັນດາ ເຜົ່າຕ້ານຈັກກະພັດຜູ້ຮຸກຮານ ແລະ ລູກມືຂາຍຊາດ ທີ່ພວມຟົດ ເດືອດຢູ່ທຸກທ້ອງຖິ່ນທົ່ວປະເທດ, ການກຳເນີດຂອງກອງທັບລາວ ອິດສະຫຼະແມ່ນມີຄວາມໝາຍ ສຳຄັນທາງດ້ານການເມືອງອັນ ໃຫຍ່ຫຼວງໃນປະຫວັດສາດຂອງ ຊາດລາວ. ຈາກຖານະເປັນຂ້ອຍ ຂ້າຂອງຈັກກະພັດຕ່າງດ້າວ ໄດ້ລຸກຮືຂຶ້ນເຮັດການປະຕິວັດ ພຽງໄລຍະສັ້ນໆກໍໄດ້ມີກອງທັບ ປະຕິວັດ ເຊິ່ງເປັນກຳລັງຫຼັກແຫຼ່ງ ໃຫ້ແກ່ຂະບວນການຕໍ່ສູ້ກູ້ຊາດ ຂອງປະຊາຊົນເຮົາ. ນັບແຕ່ມື້ ສ້າງຕັ້ງກອງທັບລາວອິດສະຫຼະ ໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າ ທີ່ 4 ການພົວພັນ ໄດ້ເປັນຢ່າງດີ ຕະຫຼອດມາກອງທັບເຮົາທັງ ເຄື່ອນໄຫວສູ້ຮົບ, ເຝິກແອບຮໍ່າ ຮຽນ, ປັບປຸງກຳລັງ, ເພີ່ມພູນຜະ ລິດຜົນຫາລ້ຽງກຸ້ມຕົນເອງດ້ວຍ ການສ້າງພະລາທິການກັບທີ່ ທັງຂົນຂວາຍກໍ່ສ້າງຮາກຖານ ເຊິ່ງໄດ້ຮັບຄວາມຮັກແພງອຸ້ມຊູ ຈາກປະຊາຊົນເປັນຢ່າງດີ, ເຖິງ ວ່າໃນເບື້ອງຕົ້ນກອງທັບຍັງ ອ່ອນນ້ອຍ, ການປະກອບອາວຸດ ພາຫະນະຫຼ້າສະໄໝ, ລະດັບເຕັກ ນິກວິທະຍາສາດບໍ່ທັນສູງ, ແຕ່ ຍ້ອນຄວາມຮຽກຮ້ອງຕ້ອງການ ຂອງປະເທດຊາດ, ກອງທັບໄດ້ ເດັດດ່ຽວເສີມຂະຫຍາຍນໍ້າໃຈ ຮັກຊາດ, ຮັກຄວາມເປັນເອກະ ລາດ ແລະ ຜືນແຜ່ນດິນອັນອຸດົມ ຮັ່ງມີຂອງຕົນ, ບໍ່ຍອມເປັນຂ້ອຍ ຂ້າໃຫ້ແກ່ຊາດອື່ນ ໄດ້ພ້ອມກັບ ປະຊາຊົນບັນດາເຜົ່າຕໍ່ສູ້ຕ້ານ ການຮຸກຮານຂອງຈັກກະພັດ ພາຍນອກ ແລະ ລູກແຫຼ້ງຕີນມື ຂາຍຊາດ. ໄລຍະ 70 ປີ ແຫ່ງການ ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍ ຕົວຂອງກຳລັງປະກອບອາວຸດ ພາຍໃຕ້ການນຳພາຂອງພັກປະ ຊາຊົນ ປະຕິວັດລາວ ແມ່ນປະ ຫວັດສາດແຫ່ງການທົດສອບ ອັນໃຫຍ່ຫຼວງໃນການຕໍ່ສູ້ອັນ ຍືດເຍື້ອຍາວນານ ເພື່ອຍາດເອົາ ຄວາມເປັນເອກະລາດແຫ່ງຊາດ, ຕະຫຼອດໄລຍະທາງອັນລະອິດ ລະອ້ຽວ, ຫຍຸ້ງຍາກລຳບາກທີ່ ສຸດນັ້ນ, ແຕ່ກໍປ່ຽມລົ້ນໄປດ້ວຍ ຜົນງານ ແລະ ໄຊຊະນະອັນສະ ຫງ່າລາສີ ພາຍໃຕ້ການນຳພາ ອັນສະຫຼາດສ່ອງໃສຂອງພັກ ປະຊາຊົນ ປະຕິວັດລາວ, ກຳລັງ ປະກອບອາວຸດພວກເຮົາໄດ້ສາ ມັກຄີເປັນຈິດໜຶ່ງໃຈດຽວສູ້ຮົບ ຢ່າງພິລາດອາດຫານອອກແຮງ ປັບປຸງກໍ່ສ້າງກຳລັງຂອງຕົນໃຫ້ ນັບມື້ເຂັ້ມແຂງ ແລະ ຂະຫຍາຍ ຕົວເປັນລຳດັບມາ. ໃນໄລຍະຕໍ່ສູ້ ປົດປ່ອຍຊາດ, ຄຽງຄູ່ກັບຂະ ບວນການປະຕິວັດທີ່ນັບມື້ເຕີບ ໃຫຍ່ແຜ່ຂະຫຍາຍໄປຫຼາຍເຂດ ຂອງພາກພື້ນ. ກອງທັບເຮົາໄດ້ ຜະເຊີນໜ້າກັບສັດຕູຜູ້ຮຸກຮານ ທີ່ເຂັ້ມແຂງ ແລະ ຮ້າຍກາດ, ແຕ່ ກອງທັບເຮົາກໍເດັດດ່ຽວອາດ ຫານສູ້ຮົບ, ຍິ່ງຕີກໍຍິ່ງມີໄຊຊະນະ, ຍິ່ງອາດຫານສູ້ຮົບກໍຍິ່ງເຕີບໃຫຍ່ ເຂັ້ມແຂງຈົນສາມາດປົດປ່ອຍ ປະເທດຊາດໄດ້ຢ່າງສົມບູນໃນປີ 1975 ແລະ ປະກາດສ້າງຕັ້ງ ເປັນສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວຂຶ້ນຢ່າງສະ ຫງ່າຜ່າເຜີຍ. ຕະຫຼອດໄລຍະ 70 ປີ ແຫ່ງ ການຕໍ່ສູ້ ແລະ ເຄື່ອນໄຫວຢ່າງ ລຽນຕິດໃນເງື່ອນໄຂທີ່ຫຍຸ້ງຍາກ ລຳບາກ ແລະ ທຸລະກັນດານທີ່ ສຸດນັ້ນພາຍໃຕ້ການນຳພາຂອງ ພັກ ບັນດາກຳລັງປະກອບອາວຸດ ປະຊາຊົນລາວ ໄດ້ເຮັດສຳເລັດ ພາລະກິດປະຕິວັດອັນຍິ່ງໃຫຍ່ ແລະ ໜັກໜ່ວງທີ່ພັກມອບໝາຍ ໃຫ້ຢ່າງສະຫງ່າງາມ, ສ້າງຜົນ ງານອັນດີເດັ່ນ, ວີລະກຳອັນ ລໍ້າເລີດປະດັບໄວ້ໃນໜ້າປະຫວັດ ສາດຂອງຊາດຢ່າງສົມກຽດ, ສ້າງມູນເຊື້ອອັນດີງາມຫຼາຍປະ ການໄວ້ໃຫ້ແກ່ກຳລັງປະກອບ ອາວຸດປະຕິວັດ. ສົມແລ້ວທີ່ເປັນ ກອງທັບວີລະຊົນຂອງຊາດລາວ ວີລະຊົນ ເຊິ່ງໄດ້ຮັບຄຳສັນລະ ເສີນຈາກພັກ ແລະ ລັດວ່າ: "ກອງທັບຍາມໃດກໍນຳໜ້າໃນ ທຸກວຽກງານ, ເດັດດ່ຽວຜ່ານ ຜ່າອຸປະສັກ, ຕີເອົາຊະນະສັດ ຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມ ເປັນກຳລັງແກ່ນສານທີ່ເຂັ້ມແຂງ ຂອງການປະຕິວັດ, ເປັນເຄື່ອງ ມືອັນແຫຼມຄົມຂອງພັກ" ໂອກາດເຂົ້າຮ່ວມງານສະ ເຫຼີມສະຫຼອງຄັ້ງນີ້, ທ່ານພົນຈັດ ຕະວາ ບຸນຍົງ ດາດົງໄຊ ຕາງ ຫນ້າໃຫ້ການນຳກະຊວງປ້ອງ ກັນປະເທດມອບເງິນສົດຈຳນວນ 30 ລ້ານກີບໃຫ້ກອງບັນຊາການ ທະຫານແຂວງຫົວພັນອີກດ້ວຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ