ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ການນຳແຂວງວຽງຈັນ ຢ້ຽມຢາມ ກອງພັນໃຫຍ່ 102 ກອງພົນທີ 1
ເວລາອອກຂ່າວ: 2022-02-02 08:56:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 5311 | ຄວາມນິຍົມ:



ວັນທີ 26 ມັງກອນ 2022 ນີ້, ສະຫາຍ ຄຳພັນ ສິດທິດຳພາ ເຈົ້າແຂວງ ແຂວງວຽງຈັນ ພ້ອມ ຄະນະ ລົງຢ້ຽມຢາມກອງພັນໃຫຍ່ 102 ກອງພົນທີ 1 ເນື່ອງໃນວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 73 ປີ ( 20 ມັງກອນ 1949-20 ມັງກອນ 2022) ໃຫ້ການຕ້ອນຮັບຂອງ ສະຫາຍ ພັນໂທ ສົມຈັນ ກອງໄຊສອນ ຫົວ ໜ້າການເມືອງກອງພັນໃຫຍ່ 102 ພ້ອມຄະນະ. ໂອກາດນີ້, ສະຫາຍ ເຈົ້າແຂວງ ແຂວງວຽງຈັນ ກໍໄດ້ອວຍພອນ ໃຫ້ຄະນະພັກ-ຄະນະບັນຊາ ຕະຫຼອດຮອດພະນັກງານ- ນັກຮົບໃນທົ່ວກົມກອງ ຈົ່ງມີສຸຂະພາບແຂງແຮງ, ສືບຕໍ່ເຮັດ ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບ ໃຫ້ມີໝາກ ຜົນສູງ ພ້ອມດຽວກັນນີ້ ກໍໄດ້ນຳ ເອົາກະຕ່າຂອງຂວັນ, ເຄື່ອງອຸ ປະໂພກ-ບໍລິໂພກ ປະກອບມີ ຜ້າ ຫົ່ມ 50 ຜືນ, ເຄື່ອງສຽງ 1 ຊຸດ, ຜ້າອັດປາກ 1 ແກັດ, ນ້ຳດື່ມຕຸກ ນ້ອຍ 20 ແກັດ ແລະ ເງິນສົດອີກ ຈຳນວນໜຶ່ງ, ລວມມູນຄ່າທັງ ໝົດແມ່ນ 13.900.000 ກີບ ແລະ ກ່າວຮັບຂອງສະຫາຍ ຫົວໜ້າການເມືອງກອງພັນດັ່ງ ກ່າວ ແລະ ສະແດງຄວາມຂອບ ໃຈມາຍັງການນໍາແຂວງວຽງ ຈັນ ເຊິ່ງຍາມໃດກໍມີຄວາມເປັນ ຫ່ວງເປັນໃຍຕໍ່ກົມກອງໂດຍດີ ຕະຫຼອດມາ ເຫັນໄດ້ຄວາມໝາຍ ຄວາມສຳຂອງວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບ ພ້ອມທັງໃຫ້ຄຳໝັ້ນສັນ ຍາວ່າຈະນຳເອົາວັດຖຸປັດໄຈໃນ ຄັ້ງນີ້ ນຳໄປໝູນໃຊ້ເຂົ້້າໃນວຽກ ງານລວມຂອງກົມກອງໃຫ້ເກີດ ປະໂຫຍດສູງສຸດ. ໂດຍ: ສົມບູນ ບົວນ້ອຍສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ