ທະຫານແຂວງໄຊຍະບູລີ ກວດກາຄັດເລືອກທະຫານໃໝ່
ເວລາອອກຂ່າວ: 2022-02-02 09:03:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 14954 | ຄວາມນິຍົມ: ![]()
ໃນວັນທີ 26 ມັງກອນ 2022,
ໜ່ວຍງານກວດກາຂັ້ນໜຶ່ງຂອງ ກະຊວງປ້ອງກັນປະເທດ ໄດ້ ຈັດຕັ້ງກວດກາຄັດເລືອກທະ ຫານໃໝ່ ປະຈໍາປີ 2021 ໃຫ້
ເຂົ້າໃນລະບົບການຄຸ້ມຄອງກຳ
ລັງພົນກອງທັບ ຢູ່ທີ່ໂຮງຮຽນ
ການທະຫານທ້ອງຖິ່ນແຂວງ ໄຊຍະບູລີ ນຳໂດຍ ສະຫາຍ
ພັນເອກ ບຸນເພັງ ເທບພະພອນ
ຮອງຫົວໜ້າກົມກຳລັງພົນ ກົມ
ໃຫຍ່ເສນາທິການກອງທັບ ພ້ອມ
ດ້ວຍຄະນະທີມງານ, ມີສະຫາຍ
ພັກເອກ ໄວຍາກອນ ເພັດສະ
ລາດ ຫົວໜ້າຫ້ອງເສນາທິການ
ກອງບັນຊາການທະຫານ ແຂວງ
ໄຊຍະບູລີ, ມີອະນຸກຳມະການ ກອງບັນຊາການທະຫານແຂວງ, ພະແນກ ການທີ່ກ່ຽວຂ້ອງ ແລະ ທະຫານ ໃໝ່ເຂົ້າຮ່ວມ.
ໂດຍປະຕິບັດຕາມກົດໝາຍ ປ້ອງກັນຊາດ ແລະ ອີງຕາມຂໍ້ ຕົກລົງຂອງກົມໃຫຍ່ເສນາທິ ການກອງທັບ ວ່າດ້ວຍ ການ ແບ່ງປັນຕົວເລກລະດົມພົນ ປະ
ຈຳປີ 2021, ເຊິ່ງທະຫານ ແຂວງໄຊຍະບູລີ ລະດົມໄດ້ ທັງ ໝົດ 191 ຄົນ, ຍິງ 7 ຄົນ ໃນນີ້, ຈະ
ໄດ້ແບ່ງປັນໃຫ້ກຳລັງຫຼວງ 23
ຄົນ. ສໍາລັບຜູ້ທີ່ຈະເຂົ້າເປັນທະ ຫານໃໝ່ ຕ້ອງເປັນຄົນລາວ ສັນ
ຊາດລາວ ໂດຍກຳເນີດ, ມີອາຍຸ 18-25 ປີ, ລະດັບການສຶກສາ ຕ້ອງຈົບມັດທະຍົມຕອນປາຍ ຂຶ້ນໄປ ຖ້າຫາກຈົບວິຊາສະ ເພາະຕ້ອງແມ່ນວິຊາສະເພາະ ທີ່ກອງທັບຕ້ອງການຈຶ່ງຈະພິ ຈາລະນາຮັບຮອງເອົາ, ຮ່າງ ກາຍຕ້ອງບໍ່ສັກເມິກ, ສັກລາຍ. ເພດຊາຍຕ້ອງບໍ່ເຈາະຫູ, ເພດຍິງ ບໍ່ເຈາະຫູຫຼາຍຮູ, ບໍ່ເຈາະດັງ ແລະ
ເຮັດສັນຍະກຳຕ່າງໆ. ລວງສູງ ເພດຊາຍ 1,60 ແມັດ, ເພດຍິງ
1,55 ແມັດຂຶ້ນໄປ, ນໍ້າໜັກບໍ່ໃຫ້ ຫຼຸດ ຫຼື ເກີນ ບວກ-ລົບ ສອງຕົວ ເລກທ້າຍຂອງລວງສູງຜູ້ກ່ຽວ, ເປັນເພດຊາຍຕ້ອງເປັນຊາຍແທ້, ຍິງຕ້ອງເປັນຍິງແທ້ ຍົກເວັ້ນເຂົ້າ ສັງກັດຢູ່ຂະແໜງສິລະປະ ແລະ
ກີລາທີ່ເປັນອາຊີບ, ຕ້ອງເປັນ
ໂສດບໍ່ມີຜົວ ຫຼື ເມຍ, ບໍ່ເຄີຍເປັນ ທະຫານ ຫຼື ຕໍາຫຼວດມາກ່ອນ, ມີປະຫວັດຈະແຈ້ງ, ບໍ່ເຄີຍຕ້ອງ ໂທດໃນຄະດີຕ່າງໆ, ບໍ່ມີສານ ເສບຕິດໃນຮ່າງກາຍ ແລະ ຕ້ອງ ປະຕິບັດຕາມການສັບຊ້ອນຄັດ ເລືອກທະຫານໃໝ່.
ໂດຍ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















