ກອງທັບເຢເມນ ເປີດສາກສູ້ຮົບດຸເດືອດກັບກຸ່ມຮູຕີ ເພື່ອຊີງເມືອງໂຮເດດາ
ເວລາອອກຂ່າວ: 2018-11-13 23:24:13 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 2900 | ຄວາມນິຍົມ: ![]()
ສໍານັກຂ່າວອານຈາຊີຣາ ລາຍງານເມື່ອວັນທີ 9 ພະຈິກ 2018 ວ່າ: ການປະທະກັນມີຂຶ້ນ ຂະນະທີ່ສະຫະປະຊາຊາດກໍາລັງຊຸກດັນເພື່ອໃຫ້ມີການເລີ່ມເຈລະ ຈາໃໝ່ລະຫວ່າງຄູ່ຂັດແຍ້ງຫຼັງ ຈາກແຜນການເຈລະຈາທີ່ນະ ຄອນເຈນິວາ ປະເທດສະວິດ ພັງ ທະລາຍຕັ້ງແຕ່ຍັງບໍ່ໄດ້ເລີ່ມໃນ ເດືອນກັນຍາ.
ແຫຼ່ງຂ່າວທາງການແພດ ເຜີຍເມື່ອວັນພຸດວ່າ: ໃນໄລຍະ 24 ຊົ່ວໂມງທີ່ຜ່ານມາ ການຍິງ ປະທະກັນຢູ່ນອກເມືອງໂຮເດດາ ທາງພາກຕາເວັນຕົກຂອງເຢ ເມນ ເຮັດໃຫ້ນັກຮົບຮູຕິເສຍຊີ ວິດ 27 ຄົນ ແລະ ນັກຮົບຝ່າຍ ສະໜັບສະໜູນລັດຖະບານເຢ ເມນເສຍຊີວິດ 12 ຄົນ ແລະ ຕະຫລອດອາທິດມີນັກຮົບຈາກ ທັງສອງຝ່າຍເສຍຊີວິດແລ້ວ ກ່ວາ 200 ຄົນ. ສ່ວນແຫຼ່ງຂ່າວ ກອງທັບເຢເມນເຜີຍວ່າ: ທະ ຫານຝ່າຍລັດຖະບານທີ່ໄດ້ຮັບ ການສະໜັບສະໜູນຈາກກອງ ກໍາລັງພັນທະມິດອາຣັບ ນໍາໂດຍ ຊາອຸດິອາຣາບີ ສາມາດບຸກຄືບ ໄດ້ພຽງເລັກນ້ອຍເຂົ້າຫາຕົວ ເມືອງໂຮເດດາ ແລະ ທ່າເຮືອ ແຄມຝັ່ງທະເລແດງ ເຊິ່ງສິນຄ້າ ເຂົ້າ-ອອກເຢເມນກວ່າ 70% ຕ້ອງຜ່ານທ່າເຮືອນີ້. ກອງກໍາ ລັງພັນທະມິດອາຣັບສະໜັບສະ ໜູນກອງກໍາລັງພາກພື້ນດິນ ຂອງລັດຖະບານເຢເມນດ້ວຍ ຝູງຍົນຮົບ ແລະ ເຮລິກົບແຕ ໂຈມຕີ.
ໂຮເດດາເປັນໜຶ່ງໃນຖານທີ່ ໝັ້ນແຫ່ງສຸດທ້າຍຂອງກະບົດ ຮູຕີເທິງຊາຍຝັ່ງຕາເວັນອອກ ຂອງເຢເມນ. ກະບົດຮູຕິບຸກຍຶດ ເມືອງ ແລະ ທ່າເຮືອໂຮເດດາ ພ້ອມກັບເມືອງຫຼວງຊານາ ເມື່ອ ປີ 2014. ຈາກການປະເມີນ ຂອງອົງການອະນາໄມໂລກມີຜູ້ ເສຍຊີວິດເກືອບ 10.000 ຄົນ ໃນສົງຄາມເຢເມນນັບຕັ້ງແຕ່ປີ 2015, ແຕ່ກຸ່ມສິດທິມະນຸດຫຼາຍ ອົງກອນກ່າວວ່າຕົວເລກທີ່ແທ້ ຈິງຫນ້າຈະສູງກວ່ານີ້ 5 ເທົ່າ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















