ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ມອບ-ຮັບໜ້າທີ່ຫົວໜ້າການທະຫານ ໂຮງຮຽນທະຫານທ້ອງຖິ່ນແຂວງເຊກອງ
ເວລາອອກຂ່າວ: 2022-02-14 09:16:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2340 | ຄວາມນິຍົມ:



ໃນວັນທີ 4 ກຸມພາ 2022 ນີ້, ໂຮງຮຽນການທະຫານທ້ອງ ຖິ່ນແຂວງເຊກອງ, ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະຫວ່າງຫົວໜ້າ ການທະຫານໂຮງຮຽນການທະ ຫານທ້ອງຖິ່ນແຂວງເຊກອງ ຜູ້ ເກົ່າ ແລະ ຜູ້ໃໝ່ຂຶ້ນ, ໂດຍການເປັນ ປະທານຂອງ ສະຫາຍ ພົນຈັດ ຕະວາ ສົມທອງ ດອນກັນນ້ອຍ ຫົວໜ້າການເມືອງກອງບັນຊາ ການທະຫານແຂວງເຊກອງ, ມີຄະນະພັກ-ຄະນະອໍານວຍການ, ພະແນກການທີ່ກ່ຽວຂ້ອງພ້ອມ ດ້ວຍພະນັກງານຄູ-ອາຈານຕະ ຫຼອດຮອດນາຍ ແລະ ພົນທະຫານ ເຂົ້າຮ່ວມ. ໃນກອງປະຊຸມຜູ້ແທນເຂົ້າ ຮ່ວມໄດ້ຮັບຟັງການອ່ານຂໍ້ຕົກ ລົງຂອງກອງບັນຊາການທະ ຫານແຂວງເຊກອງ ວ່າດ້ວຍ ການແຕ່ງຕັ້ງຫົວໜ້າ ແລະ ຮອງ ຫົວໜ້າການທະຫານໂຮງຮຽນ ການທະຫານທ້ອງຖິ່ນແຂວງເຊ ກອງ ແລະ ຂໍ້ຕົກລົງຂອງຄະນະ ພັກກອງບັນຊາການທະຫານ ແຂວງ ວ່າດ້ວຍການແຕ່ງຕັ້ງ ບົ່ງຕົວຄະນະພັກຮາກຖານຢູ່ ໂຮງຮຽນການທະຫານທ້ອງຖິ່ນ, ໃນນີ້ ໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ບຸນສະໜອງ ເພັດສະ ລາດ ຈາກຫົວໜ້າພະແນກໂຄ ສະນາຂຶ້ນເປັນຫົວໜ້າການທະ ຫານໂຮງຮຽນການທະຫານ ທ້ອງຖິ່ນແຂວງເຊກອງ, ພ້ອມ ທັງແຕ່ງຕັ້ງບົ່ງຕົວເປັນຮອງເລ ຂາຄະນະພັກຮາກຖານ, ສະຫາຍ ຮ້ອຍເອກ ບຸນທະວີ ຈັນທະວົງ ເປັນຮອງຫົວໜ້າການທະຫານ, ພ້ອມທັງປະກາດແຕ່ງຕັ້ງບົ່ງຕົວ ເປັນກຳມະການຄະນະພັກຮາກ ຖານ, ທັງເປັນເລຂາໜ່ວຍພັກທີ 3, ພ້ອມນັ້ນກອງປະຊຸມຍັງໄດ້ ຜ່ານຂໍ້ຕົກລົງຂອງຫ້ອງການ ເມືອງ ວ່າດ້ວຍ ການຖອນພະ ນັກງານໄປເຮັດໜ້າທີ່ໃໝ່, ເຊິ່ງ ໄດ້ຖອນເອົາ ສະຫາຍ ພັນຕີ ວິໄຊ ໃໝສະໝີ ຫົວໜ້າການທະຫານ ໂຮງຮຽນການທະຫານທ້ອງຖິ່ນ ຜູ້ເກົ່າຍົກຍ້າຍມາຢູ່ຫ້ອງເສນາ ທິການ ແລະ ສະຫາຍ ພັນຕີ ແສງຖາວອນ ສີຍາເກດ ຮອງ ຫົວໜ້າການທະຫານ ຍ້າຍໄປຢູ່ ຫ້ອງເສນາທິການ, ເພື່ອລໍຖ້າ ການສັບຊ້ອນຮັບໜ້າທີ່ໃໝ່ ແລະ ໃນຕອນທ້າຍພິທີກໍໄດ້ເຊັນບົດ ບັນທຶກມອບ-ຮັບໜ້າທີ່ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ນຳອີກ. ໃນໂອກາດນີ້ ສະຫາຍ ພົນຈັດ ຕະວາ ສົມທອງ ດອນກັນນ້ອຍ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານທີ່ສະຫາຍຫົວໜ້າ ການທະຫານຜູ້ເກົ່າໄດ້ຈັດຕັ້ງປະ ຕິບັດຕາມສິດ ແລະ ໜ້າທີ່ຂອງ ຕົນ ຜ່ານມາເຫັນວ່າມີຜົນສໍາ ເລັດຫຼາຍດ້ານທີ່ການຈັດຕັ້ງຂັ້ນ ເທິງມອບໝາຍໃຫ້, ພ້ອມກັນນັ້ນ ຍັງໄດ້ຮຽກຮ້ອງໃຫ້ສະຫາຍຜູ້ທີ່ ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງສືບ ຕໍ່ຈັດຕັ້ງປະຕິບັດເຮັດສຳເລັດໜ້າ ທີ່ວຽກງານຕາມພາລະບົດບາດ ຂອງຕົນເຂົ້າໃນການຊີ້ນຳ-ນຳ ພາ, ບັນຊາພະນັກງານ-ນັກຮົບ ໃນການປະຕິບັດໜ້າທີ່, ສຶບຕໍ່ປັບ ປຸງແບບແຜນວິທີເຮັດວຽກໃຫ້ ຖືກຕ້ອງຕາມແນວທາງຂອງພັກ, ເອົາໃຈໃສ່ເຝິກແອບຮໍ່າຮຽນ ທາງດ້ານສິລະປະຢຸດ-ຍຸດທະ ວິທີ, ດ້ານທິດສະດີການເມືອງ ຂອງພັກ, ເພື່ອແນໃສ່ກໍ່ສ້າງ ພັກ-ກໍ່ສ້າງພະນັກງານກໍຄື ການ ປັບປຸງກໍ່ສ້າງກຳລັງປະກອບ ອາວຸດໃນທ້ອງຖິ່ນໃຫ້ມີຄວາມ ເຕີບໃຫຍ່ເຂັ້ມແຂງ ແລະ ໜັກ ແໜ້ນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ໂດຍ: ທອງມີ ຈັນທະວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ