ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ກອງພັນໃຫຍ່ 605 ເປີດຊຸດອົບຮົມ-ຫັດແອບປະຈຳປີ
ເວລາອອກຂ່າວ: 2022-02-14 09:19:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 2193 | ຄວາມນິຍົມ:



ໃນວັນທີ 9 ກຸມພາ 2022 ນີ້, ກອງພັນໃຫຍ່ 605 ໄດ້ເປີດຊຸດອົບ ຮົມ-ຫັດແອບການເມືອງ, ການ ທະຫານ, ພະລາທິການ-ເຕັກນິກ ປະຈຳປີ 2022, ໂດຍການ ເປັນ ປະທານຂອງ ສະຫາຍ ພົນຈັດ ຕະວາວົງແກ້ວ ວົງພິລາ ຫົວໜ້າ ກົມປຶນໃຫຍ່ໜ້າດິນກົມໃຫຍ່ເສ ນາທິການກອງທັບ, ມີ ສະຫາຍ ພັນເອກ ຄຳພຽນ ກິດຕະສຸບັນດິດ ຮອງຫົວໜ້າກົມກຳລັງພົນ ກົມ ໃຫຍ່ເສນາທິການກອງທັບ, ມີ ຄະນະພັກ-ຄະນະບັນຊາ, ພະນັກ ງານ - ນັກຮົບຕະຫຼອດຮອດອ້າຍນ້ອງທະຫານໃໝ່ເຂົ້າຮ່ວມ. ສະຫາຍ ພັນຕີ ສັນຍາ ມະໂນ ລາດ ຫົວໜ້າຂະແໜງອົບຮົມ ກອງພັນໃຫຍ່ 605 ໄດ້ຂຶ້ນ ຜ່ານແຜນການອົບຮົມ-ຫັດແອບປະຈຳປີ 2022.ໂດຍປະຕິບັດ ຕາມຄໍາສັ່ງ ແລະ ແຜນການອົບ ຮົມ-ຫັດແອບຂອງກົມໃຫຍ່ເສນາ ທິການກອງທັບ ວ່າດ້ວຍ ການອົບ ຮົມ-ຫັດແອບປັບປຸງລະບຽບ ແບບແຜນເຝິກຝົນກໍາລັງແຮງ ກາຍໃຫ້ກົມກອງເຫຼົ່າຮົບປືນໃຫຍ່ ໜ້າດິນ ປະຈຳປີ 2022 ເພື່ອແນໃສ່ ປັບປຸງກໍ່ສ້າງກຳລັງໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງ, ທັງເປັນ ການປັບປຸງລະບຽບແບບແຜນ ພາຍໃນກົມກອງໃຫ້ຮັດກຸມ ແລະ ເຄຶ່ອນໄຫວເຮັດໜ້າທີ່ການເມືອງ ກົມກອງຕາມທີ່ໄດ້ຮັບມອບໝາຍ ໃຫ້, ກຳໄດ້ທິດສະດີ, ຍົກລະດັບ ຄວາມຮູ້ຄວາມສາມາດທາງດ້ານ ເຫຼົ່າຮົບວິຊາສະເພາະ, ສິລະປະ ຍຸດ-ຍຸດທະວິທີ,ການອົບຮົມ- ຫັດແອບໃນຄັ້ງນີ້, ໄດ້ແບ່ງອອກ ເປັນ 2 ໄລຍະຄື: ໄລຍະທີ 1 ເລີມ ແຕ່ ເດຶອນ ກຸມພາ ຫາ ເດຶອນພຶດ ສະພາ 2022, ໄລຍະທີ 2 ເລີ່ມແຕ່ ເດືອນ ກໍລະກົດ ຫາ ເດືອນ ຕຸລາ 2022 ແລະ ໃຊ້ເວລາ ທັງໝົດ 160 ວັນໃນນັ້ນອົບຮົມການເມືອງ 10 ວັນ, ການທະຫານ 140 ວັນ, ພະລາທິການ 5 ວັນ ແລະ ເຕັກນິກ 5 ວັນ, ຈາກນັ້ນກໍໄດ້ຜ່ານແຜນ ການອົບຮົມ-ຫັດແອບໃຫ້ທະ ຫານໃໝ່ໄດ້ຮັບຮູ້ ແລະ ເຊື່ອມຊຶມ ຕໍ່ໜ້າທີ່ພັນທະປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຝຶກ ຝົນຫຼໍ່ຫຼອມທາງດ້ານຄຸນສົມບັດ ສິນທຳປະຕິວັດ, ມີລະບຽບວິໄນເຂັ້ມງວດປະຕິບັດລະບຽບແບບແຜນຂອງກອງທັບ ແລະ ລະບຽບກົດໝາຍຂອງລັດວາງ ອອກ, ໃນນັ້ນໄດ້ກຳນົດເວລາອົບ ຮົມ-ຫັດແອບ 90 ວັນ, ອົບຮົມ ການເມືອງ 4 ວັນ, ການທະຫານ 54 ວັນ, ພະລາທິການ - ເຕັກນິກ 3 ວັນ, ໂອກາດນີ້ ຍັງໄດ້ເປີດຂະ ບວນການແຂ່ງຂັນພາຍໃຕ້ຄຳ ຂວັນຮັກຊາດ ແລະ ພັດທະນາ ປະຈຳປີ 2022 ເພື່ອພ້ອມກັນນໍາເອົາເນື້ອໃນຂໍ້ແຂ່ງຂັນໄປຈະຕັ້ງຜັນຂະຫຍາຍໃຫ້ໄດ້ຮັບໝາກ ຜົນສຸງສຸດ. ໂອກາດດຽວກັນນີ້, ສະຫາຍ ພົນຈັດຕະວາ ວົງແກ້ວ ວົງພິລາ ກໍໄດ້ມີຄຳເຫັນໂອ້ລົມ ເຊິ່ງສະຫາຍ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີນຕໍ່ຜົນສຳເລັດທີ່ກອງພັນໃຫຍ່ 605 ຍາດມາໄດ້ໃນການຈັດຕັ້ງ ປະຕິບັດແຜນການອົບຮົມ-ຫັດ ແອບ ປະຈໍາປີ 2021 ຜ່ານມາ, ພ້ອມທັງເນັ້ນໜັກໃຫ້ຄະນະພັກ- ຄະນະບັນຊາ, ພະນັກງານ-ນັກ ຮົບທຸກສະຫາຍຈົ່ງຍົກສູງຄວາມ ຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນໃຫ້ສູງກວ່າເກົ່າ, ກຳ ແໜ້ນທິດສະດີຫຼັກການໃຫ້ເລິກ ເຊິ່ງ, ຍົກສູງຄວາມຮູ້, ຄວາມ ສາມາດ, ມີຄວາມຄ່ອງແຄ້ວໃນ ການປະຕິບັດຕົວຈິງ, ຜ່ານຜ່າທຸກ ຄວາມຫຍຸ້ງຍາກ ນາໆປະການ, ຖືເອົາວຽກງານອົບຮົມ-ຫັດແອບ ເປັນໃຈກາງເພື່ອປັບປຸງກໍ່ສ້າງກົມກອງໃຫ້ມີຄຸນນະພາບ ແລະ ສູ້ຊົນເຮັດໃຫ້ການອົບຮົມ-ຫັດ ແອບຄັ້ງນີ້ ບັນລຸໝາກຜົນສູງ. ໂດຍ: ນາງ ໜູແດງ ລາດສະແກ້ວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ