ມອບ-ຮັບ ໂຄງການກໍ່ສ້າງອາຄານຫ້ອງການ ກອງພັນ 413 ທີ່ຂຶ້ນກັບກອງພັນໃຫຍ່ 202
ເວລາອອກຂ່າວ: 2022-02-15 08:45:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 3363 | ຄວາມນິຍົມ: ![]()
ພິທີມອບ-ຮັບ ໂຄງການກໍ່ ສ້າງອາຄານຫ້ອງການກອງພັນ 413 ທີ່ຂຶ້ນກັບກອງພັນໃຫຍ່ 202 ກອງພົນທີ 2 ຈັດຂຶ້ນໃນວັນທີ 8 ກຸມພາ 2022 ນີ້, ໂດຍການເຂົ້າ ຮ່ວມຂອງ ສະຫາຍ ພົນຈັດຕະ ວາ ວຽງແກ້ວ ສີສຸລາດ ຫົວໜ້າ ການເມືອງກອງພົນທີ 2, ມີສະ ຫາຍ ແກ້ວລາ ຂັນຕິພົງສະຫວັນ ປະທານບໍລິສັດແກ້ວປະເສີດກໍ່ ສ້າງ ແລະ ສ້ອມແປງເຄຫາສະຖານຈໍາກັດ, ມີໜ່ວຍງານກວດ ກາຈາກກະຊວງປ້ອງກັນປະ ເທດ, ບັນດາຄະນະຫ້ອງ, ພະ ແນກ-ຂະແໜງການທີ່ກ່ຽວຂ້ອງ ແລະ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 202 ເຂົ້າຮ່ວມ.
ໃນພິທີ ສະຫາຍ ແກ້ວລາ ຂັນ ຕິພົງສະຫວັນ ປະທານບໍລິສັດ ແກ້ວປະເສີດ ກໍ່ສ້າງ ແລະ ສ້ອມ ແປງເຄຫາສະຖານຈໍາກັດ ໃນ ນາມຜູ້ຮັບເໝົາກໍ່ສ້າງໄດ້ລາຍ ງານ ວ່າ: ໂຄງການກໍ່ສ້າງດັ່ງກ່າວ ເປັນອາຄານຊັ້ນດຽວ ມີທັງໝົດ 18 ອາຄານ ໂດຍແມ່ນທຶນຊ່ວຍ ເຫຼືອຈາກລັດຖະບານ ເຊິິ່ງໄດ້ເລີ່ມ ລົງມືກໍ່ສ້າງນັບແຕ່ເດືອນເມສາປີ 2016 ເປັນຕົ້ນມາ, ມາຮອດປັດ ຈຸບັນນີ້ໄດ້ກໍ່ສ້າງສໍາເລັດແລ້ວ 12 ອາຄານ ເທົ່າກັບ 88,09% ຂອງໂຄງການ ແລະ ຍັງຈະສືບຕໍ່ ອີກ 6 ອາຄານ ທີ່ຍັງຄົງຄ້າງໃຫ້ ສໍາເລັດຕາມເວລາທີ່ໄດ້ກໍານົດໃນ ສັນຍາ. ພ້ອມກັນນັ້ນ, ກໍໄດ້ເຊັນ ບົດບັນທຶກກ່າວມອບໃຫ້ກອງພັນ 413 ເປັນຜູ້ບໍລິຫານຄຸ້ມຄອງ ແລະ ນໍາໃຊ້ ເຊິ່ງຕາງໜ້າກ່າວ ຮັບໂດຍ ສະຫາຍ ພັນໂທ ບຸນກໍ່າ
ພີມພົງພັນ ຫົວໜ້າຫ້ອງພະລາ ທິການ ກອງພົນທີ 2.
ໂອກາດນີ້, ສະຫາຍ ພັນ ໂທ ບຸນກໍ່າ ພີມພົງພັນ ກໍໍໄດ້ສະ ແດງຄວາມຂອບໃຈນໍາບໍລິສັດ ແກ້ວປະເສີດ ກໍ່ສ້າງ ແລະ ສ້ອມ ແປງເຄຫາສະຖານ ຈໍາກັດ ທີ່ໄດ້ ເອົາໃຈໃສ່ທຸ້ມເທກຳລັງຊັບ ແລະ ສະຕິບັນຍາເຂົ້າໃນການກໍ່ສ້າງ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ກອງພັນ 413 ຈົ່ງ ເອົາໃຈໃສ່ສຶກສາອົບຮົມພະນັກ ງານ-ນັກຮົບຢູ່ໃນກົມກອງຊ່ວຍ ກັນປົກປັກຮັກສາອາຄານລວມ ທັງລະບົບໄຟຟ້າ, ນໍ້າປະປາ ຕະ ຫຼອດຮອດອຸປະກອນຕ່າງໆ ທີ່ໄດ້ ປະກອບຢູ່ໃນອາຄານໃຫ້ສາມາດນໍາໃຊ້ໄດ້ຍາວນານ.
ໂດຍ: ສຸວັນໂນ ທະລັງສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















