ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການກຳມະບານ ກປທ ລົງຊຸກຍູ້ວຽກງານຢູ່ບໍລິສັດຮ່ວມທຸລະກິດ 20 ມັງກອນ
ເວລາອອກຂ່າວ: 2019-01-22 10:14:29 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ໃນວັນທີ 8 ມັງກອນ 2019 ນີ້, ພັນໂທ ໜູຄໍາ ສຸລິໄຊ ຫົວໜ້າ ພະແນກໂຄສະນາອົບຮົມຂະບວນ ການຫ້ອງການກຳມະບານກະ ຊວງປ້ອງກັນປະເທດ ພ້ອມດ້ວຍ ຄະນະໄດ້ລົງພົບປະໂອ້ລົມຄະນະ ອຳນວຍການບໍລິສັດຮ່ວມທຸລະ ກິດ 20 ມັງກອນເນື່ອງໃນໂອ ກາດການຫ້າງຫາກະກຽມສະ ເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ. ໂອກາດນີ້ ພັນໂທ ອຳພາວົງ ວົງສົມບັດ,ຮອງອຳນວຍການ ບໍລິສັດຮ່ວມທຸລະກິດ 20 ມັງ ກອນ ຮອງເລຂາໜ່ວຍພັກ ຜູ້ຊີ້ ນຳອົງການຈັດຕັ້ງມະຫາຊົນກໍ ໄດ້ລາຍງານສະພາບໂດຍຫຍໍ້ຕໍ່ ວຽກງານຊີ້ນຳ-ນຳພາອົງການ ຈັດຕັ້ງກຳມະບານ ເຊິ່ງເປັນ ວຽກໜຶ່ງທີ່ຮັບປະກັນໃຫ້ແກ່ ການເຄື່ອນໄຫວທຸລະກິດການ ຜະລິດ ເຊິ່ງເປັນບໍລິສັດຮຸ້ນສ່ວນ ກັບ ສສ ຫວຽດນາມ 50% ໃນ ການດໍາເນີນທຸລະກິດຜະລິດຖົງ ຕີນ,ຜ້າເຊັດ,ເສື້ອຊ້ອນໃນຂອງ ກອງທັບ ປັດຈຸບັນພະນັກງານ-ກຳມະກອນໃນບໍລິສັດມີທັງໝົດ 40 ສະຫາຍ, ຍິງ 27 ສະຫາຍ, ສະມາຊິກກຳມະບານມີທັງໝັດ 27ສະຫາຍ, ຍິງ 18 ສະຫາຍ ແລະ ກວມເອົາ 0,68% ຂອງ ຈຳນວນພົນທັງໝົດ, ທະຫານ 12 ສະຫາຍ,ຍິງ 5 ສະຫາຍ, ສັນຍາຈ້າງ 28 ສະຫາຍ, ຍິງ 21 ສະຫາຍ, ໃນນັ້ນເປັນສະມາ ຊິກພັກ 7 ສະຫາຍ, ຍິງ 2 ສະ ຫາຍ, ສະມາຊິກຊາວໜຸ່ມ 19 ສະຫາຍ, ຍິງ 11 ສະມາຊິກສະ ຫະພັນແມ່ຍິງ 14 ສະຫາຍ. ໃນ ໄລຍະຜ່ານມາການເຄື່ອນໄຫວ ວຽກງານຂະບວນການຕ່າງໆ ແມ່ນໄດ້ຈັດຕັ້ງຮ່ຳຮຽນເອກະ ສານສຳຄັນຕ່າງໆຂອງພັກ, ມູນ ເຊື້ອຂອງກອງທັບ,ພາລະບົດ ບາດ ແລະ ສິດໜ້າທີ່ຂອງກຳມະ ບານລາວ,ກົດໝາຍແຮງງານ, ເອກະສານເນື້ອໃນຂໍ້ແຂ່ງຂັນ ຂະບວນການ 5 ເປັນເຈົ້າຂອງ ສູນກາງສະຫະພັນກຳມະບານ ວາງອອກໃນ 1 ປີຜ່ານມາມີ ສະມາຊິກກຳມະບານແຂງ 27 ສະຫາຍ, ກາງ ແລະ ອ່ອນແມ່ນ ບໍ່ມີ,ສະນັ້ນວຽກງານຂະບວນ ການແມ່ນໄດ້ລົງຊຸກຍູ້ ແລະ ຈັດ ຕັ້ງປະຕິບັດໃຫ້ບັນລຸ 4 ແຜນ ງານ 26 ໂຄງການຂອງກະ ຊວງປ້ອງກັນປະເທດວາງ ອອກ, ມະຕິກອງປະຊຸມໃຫຍ່ຄັ້ງ ທີ X ຂອງສູນກາງພັກ ແລະ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ໃຫ້ປາກົດຜົນເປັນຈິງ,ພ້ອມກັນ ນັ້ນກໍຍັງໄດ້ເພີ່ມພູນຜະລິດຜົນ ເພື່ອສ້າງຄວາມເຂັ້ມແຂງດ້ວຍ ຕົນເອງໃຫ້ຫຼຸດພົ້ນອອກຈາກ ຄວາມທຸກຍາກເທື່ອລະກ້າວ. ນອກນັ້ນຍັງໄດ້ປະກອບສ່ວນ ເຂົ້າໃນວຽກງານການຜະລິດ, ເຮັດສຳເລັດຕາມແຜນການຕົວ ເລກຄາດໝາຍຂອງບໍລິສັດ ເຊິ່ງ ສະແດງອອກໃນປີ 2018 ນີ້ ສາມາດຜະລິດແລະຈຳໜ່າຍຖົງ ຕີນໄດ້ 300.000 ຄູ່ ມູນຄ່າ 3.500.000.000ກີບ, ຜະລິດ ແພເຊັດ ໄດ້ 180.000 ຜືນ. ມູນ ຄ່າ 5.510.000.000 ກີບ ລວມລາຍຮັບໃນປີ 2018 ນີ້ ໄດ້ 9.010.000.000 ກີບ. ນອກຈາກນີ້ກໍຍັງຍົກໃຫ້ເຫັນ ດ້ານດີ, ດ້ານອ່ອນ, ວຽກງານ ກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ວຽກງານກວດກາ ແລະ ບົດຮຽນທີ່ຖອດຖອນໄດ້. ພ້ອມ ນີ້, ຄະນະພັກ-ຄະນະບັນຊາຍັງ ໄດ້ເອົາໃຈໃສ່ການສຶກສາອົບ ຮົມວຽກງານການເມືອງ-ແນວ ຄິດໃຫ້ພະນັກງານກຳມະບານ, ກຳມະກອນ ໃຫ້ມີນ້ຳໃຈປະຕິ ວັດ,ມີຫຼັກໝັ້ນຕໍ່ພັກ-ລັດຕໍ່ການ ຈັດຕັ້ງ,ບຸກບືນເຮັດໜ້າທີ່ຂອງ ຕົນໃຫ້ສຳເລັດ, ຕາມການມອບ ຫມາຍ. ນອກຈາກວຽກງານດັ່ງ ກ່າວແລ້ວ ຍັງໄດ້ເປີດບັ້ນແຂ່ງ ຂັນສ້າງຜົນງານໂດຍຖືເອົາ ວຽກງານວິຊາສະເພາະຕິດພັນ ກັບວຽກງານການເມືອງເປັນຂໍ້ ແຂ່ງຂັນໄປຄຽງຄູ່ກັບວຽກງານ ອື່ນໆຢ່າງເປັນຂະບວນຟົດຟື້ນ ເພື່ອຮັບປະກັນການຕອບສະ ຫນອງທາງດ້ານຜະລິດຕະພັນ ຂອງຕົນໃຫ້ທັນກັບຄວາມຮຽກ ຮ້ອງຕ້ອງການຂອງຂັ້ນເທິງ. ໂດຍ: ຕູ່ ນາດາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ