ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານນະຄອນ-ຫຼວງພະບາງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-22 10:16:39 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 22 | ຄວາມນິຍົມ:



ພິທີສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ ຂອງກອງບັນຊາ ການທະຫານນະຄອນ-ຫຼວງພະ ບາງ ໄດ້ຈັດຂຶ້ນໃນຕອນເຊົ້າຂອງ ວັນທີ 16 ມັງກອນ 2019 ນີ້ຢູ່ ທີ່ສະໂມສອນຂອງຫ້ອງວ່າການ ປົກຄອງນະຄອນ-ຫຼວງພະບາງ ໂດຍການເປັນປະທານ ແລະ ກ່າວຄໍາປາໄສຂອງທ່ານ ສຸກັນ ບຸນຍົງ ຄະນະປະຈໍາພັກແຂວງ, ເລຂາພັກນະຄອນ, ເຈົ້າຄອງນະ ຄອນ, ພ້ອມທັງເປັນປະທານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບນະຄອນ-ຫຼວງພະບາງ, ເປັນກຽດເຂົ້າຮ່ວມ ມີ ທ່ານພົນ ຈັດຕະວາ ບຸນຊູ ດວງຄໍາມີ ຄະ ນະປະຈໍາພັກແຂວງ ຫົວໜ້າ ການເມືອງກອງບັນຊາການທະ ຫານແຂວງ, ມີພະນັກງານອາ ວຸໂສບໍານານ, ຕົວແທນວີລະຊົນ ແຫ່ງຊາດ, ນັກຮົບແຂ່ງຂັນ, ນັກ ຮົບເກົ່າ, ພະແນກການອ້ອມຂ້າງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພໍ່ແມ່ພີ່ນ້ອງ ເທດສະບານນະຄອນ-ຫຼວງພະ ບາງເຂົ້າຮ່ວມຢ່າງຫຼວງຫຼາຍ. ໃນພິທີ ທ່ານ ສຸກັນ ບຸນຍົງ ເຈົ້າຂອງນະຄອນ-ຫຼວງພະບາງ ກໍໄດ້ໃຫ້ກຽດຂຶ້ນກ່າວຄໍາປາໄສ ໂດຍໄດ້ຍົກໃຫ້ເຫັນວ່າ: ນັບແຕ່ ມື້ສ້າງຕັ້ງກອງທັບປະຊາຊົນ ລາວ ໃນວັນທີ 20 ມັງກອນ 1949-20 ມັງກອນ 2019 ເຊິ່ງຕະຫຼອດໄລຍະ 70 ຜ່ານມາ ກອງທັບເຮົາໄດ້ຮັບພາລະອັນ ໜັກໜ່ວງແຕ່ມີກຽດສະຫງ່າ ຕະຫຼອດໄລຍະແມ່ນໄດ້ປະເຊີນ ໜ້າກັບສັດຕູທີ່ມີກໍາລັງແຮງ ເໜືອກວ່າ ນັບທັງດ້ານເສດຖະ ກິດ, ກໍາລັງພົນ ແລະ ອາວຸດຍຸດ ໂທປະກອນ, ແຕ່ດ້ວຍນໍ້າໃຈເສຍ ສະຫຼະ, ເສີມຂະຫຍາຍນໍ້າໃຈຮັກ ຊາດອັນສູງເດັ່ນ, ມູນເຊື້້ອຕໍ່ສູ້ບໍ່ ຍອມຈໍານົນຂອງບັນພະບູລຸດ ແລະ ປະຊາຊົນລາວບັນດາເຜົ່າ, ຜ່ານການເຝິກຝົນຫຼໍ່ຫຼອມ ແລະ ທົດສອບໃນແປວໄຟແຫ່ງການຕໍ່ ສູ້ກູ້ຊາດໃນເງື່ອນໄຂຫຍຸ້ງຍາກ ລໍາບາກ. ກອງທັບເຮົາໄດ້ສ້າງ ວີລະກໍາອັນລໍ້າເລີດຈາລຶກໄວ້ໃນ ໜ້າປະຫວັດສາດຂອງກອງທັບ ແລະ ຂອງຊາດລາວ ຍາດໄດ້ ໄຊຊະນະໃນບັ້ນຮົບໃຫຍ່ນ້ອຍ ຢ່າງຕໍ່ເນື່ອງລຽນຕິດ ຈົນກ້າວ ໄປເຖິງໄຊຊະນະອັນຍິ່ງໃຫຍ່ ຂອງຊາດ ແລະ ສາມາດປົດປ່ອຍ ປະເທດຊາດຢ່າງສົມບູນ, ສະ ຖາປະນາເປັນ ສປປ ລາວ ຂຶ້ນ ໃນວັນທີ 2 ທັນວາ 1975 ຢ່າງ ສະຫງ່າຜ່າເຜີຍ ແລະ ສົມກຽດ.ຕະຫຼອດໄລຍະແຫ່ງການຕໍ່ສູ້ກູ້ ຊາດສາມາດສ້າງໄດ້ວີລະຊົນ ແຫ່ງຊາດ, ນັກຮົບແຂ່ງຂັນທົ່ວ ປະເທດ ເຊິ່ງໄດ້ມອບນາມາຍົດ ວີລະຊົນໃຫ້ 7 ກອງພັນນ້ອຍ, 37 ກອງຮ້ອຍ ແລະ 44 ສະຫາຍ, ມອບນາມາຍົດນັກຮົບແຂ່ງຂັນ ໃຫ້ 285 ສະຫາຍ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ