ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສຳມະນາວິທະຍາສາດຫົວຂໍ້: ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃນເງື່ອນໄຂໃໝ່
ເວລາອອກຂ່າວ: 2019-01-23 08:53:28 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ:



ໃນວັນທີ 18 ມັງກອນ 2019 ນີ້, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ ໄດ້ເປີດກອງປະຊຸມສຳມະນາວິ ທະຍາສາດຂຶ້ນເພື່ອຊົມເຊີຍວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ພາຍໃຕ້ການ ເປັນປະທານຂອງ ທ່ານ ຮສ ປອ ທອງສະລິດ ມັງໝໍ່ເມກ ກຳມະ ການສູນກາງພັກ, ຫົວໜ້າສະຖາ ບັນການເມືອງ ແລະ ການປົກ ຄອງແຫ່ງຊາດ. ທ່ານພົນຕີ ຄຳ ຫຼ້າ ພັນໄຊຍະສຸກ ກຳມະການ ຄະນະພັກກະຊວງປ້ອງກັນປະ ເທດ, ຫົວໜ້າການເມືອງວິທະຍາ ຄານປ້ອງກັນຊາດ ໄກສອນ ພົມ ວິຫານ, ທ່ານ ພົນຈັດຕະວາ ປອ ວັນເຮືອງ ນັນທະຈັກ, ອຳນວຍ ການວິທະຍາຄານສັນຕິບານປະ ຊົນ, ມີພະນັກງານນັກສຳມະນາ ກອນ ຈາກວິທະຍາຄານປ້ອງກັນ ຊາດ ໄກສອນ ພົມວິຫານ, ວິທະ ຍາຄານສັນຕິບານປະຊາຊົນ, ຄະ ນະຈັດຕັ້ງສູນກາງພັກ, ຫ້ອງວ່າ ການສູນກາງພັກ, ຄະນະກວດ ກາສູນກາງພັກ, ຄະນະໂຄສະນາ ອົບຮົມສູນກາງພັກ, ມະຫາວິທະ ຍາໄລແຫ່ງຊາດ, ໂຮງຮຽນການ ເມືອງນະຄອນຫຼວງ, ໂຮງຮຽນ ການເມືອງແຂວງບໍລິຄຳໄຊ, ກົມ ຄົ້ນຄວ້າວິທະຍາສາດ-ປະຫວັດ ສາດກະຊວງ ປກສ, ຕະຫຼອດ ຮອດຄະນະພັກ-ຄະນະອຳນວຍ ການ, ຫົວໜ້າກົມ, ຮອງກົມ, ຫົວ ໜ້າຄະນະວິຊາ, ຮອງວິຊາ ແລະ ບັນດາຕາງໜ້ານັກສຶກສາທຸກຮຸ່ນ ຮຽນເຂົ້າຮ່ວມຈຳນວນ 500 ກວ່າຄົນ. ກອງປະຊຸມສຳມະນາໄດ້ດຳ ເນີນໄປດ້ວຍເນື້ອໃນທີ່ມີຄວາມອຸ ດົມສົມບູນສ່ອງແສງໃຫ້ເຖິງບັນ ຫາໃຫມ່ກ່ຽວກັບວຽກງານປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບໃນເງື່ອນໄຂເຊື່ອມໂຍງ ແລະ ການປະຕິວັດອຸດສາຫະກຳ ຄັ້ງທີ 4, ບັນດານັກວິທະຍາສາດ ແລະ ແຂກເຂົ້າຮ່ວມກອງປະຊຸມ ໄດ້ສຸມຈິດສຸມໃຈຮັບຟັງ ແລະ ພ້ອມກັນປະກອບຄຳຄິດຄຳເຫັນ, ສົນທະນາກັນ, ແລກປ່ຽນບົດ ຮຽນ ເຕັມໄປດ້ວຍບັນຍາກາດທີ່ ຟົດຟື້ນ ແລະ ມີຄວາມຫມາຍເລິກ ເຊິ່ງ ເນື້ອໃນບົດປະກອບຄຳເຫັນ ຂອງນັກວິທະຍາສາດ ແລະ ແຂກ ເຂົ້າຮ່ວມກອງປະຊຸມໄດ້ສຸມໃສ່ ບັນດາເນື້ອໃນສຳຄັນຄື: ບັນດານັກວິທະຍາສາດ ໄດ້ ພ້ອມກັນຄົ້ນຄວ້າທິດສະດີ ສ້າງ ຄວາມກະຈ່າງແຈ້ງ ກ່ຽວກັບພື້ນ ຖານປ້ອງກັນຊາດທົ່ວປວງຊົນ ໃນເງື່ອນໄຂໃຫມ່, ໂດຍມີພື້ນ ຖານບ່ອນອີງທາງດ້ານວິທະຍາ ສາດທີ່ຫນັກແຫນ້ນ, ໄດ້ມີການຊີ້ ແຈງບັນດາເນື້ອໃນການສ້າງພື້ນ ຖານປ້ອງກັນຊາດທົ່ວປວງຊົນ ຂ້ອນຂ້າງຈະແຈ້ງ, ຮັດກຸມ, ຮັບ ປະກັນໄດ້ລັກສະນະພັກ, ລັກສະ ນະວິທະຍາສາດ, ລັກສະນະປະ ດິດສ້າງ ແລະ ລັກສະນະຍຸກສະ ໄຫມ ພ້ອມດຽວກັນນີ້ ຍັງໄດ້ນຳ ສະເຫນີບັນດາແນວຄວາມຄິດທີ່ ດີ, ທັດສະນະທີ່ມີປະໂຫຍດ ເຊິ່ງ ຈະກາຍເປັນຊ່ອງທາງໃນການ ປັບປຸງກໍ່ສ້າງກຳລັງປ້ອງກັນ ຊາດໃຫ້ເຂັ້ມແຂງ, ຫນັກແຫນ້ນ ແລະ ມີແບບແຜນທີ່ທັນສະໄຫມ. ນັກວິທະຍາສາດໄດ້ໃຫ້ຄວາມ ກະຈ່າງແຈ້ງທາງດ້ານທິດສະດີ ກ່ຽວກັບເນື້ອໃນຄວາມສະຫງົບ ໃຫມ່ ເຊິ່ງໄດ້ເນັ້ນຫນັກເຖິງ ຄວາມສະຫງົບດ້ານເສດຖະກິດ ການເມືອງພາຍໃນ, ດ້ານສັງຄົມ, ການສື່ສານ, ການຍາດແຍ່ງອະທິ ປະໄຕໃນຊາຍແດນ, ການກໍ່ການ ຮ້າຍ, ການປ່ຽນແປງຂອງດິນ ຟ້າອາກາດ ແລະ ອື່ນໆ. ພ້ອມນີ້ ຍັງໄດ້ນຳສະເຫນີຂໍ້ມູນພຶດຕິກຳຕໍ່ ກັບຮູບແບບຄວາມສະຫງົບໃຫມ່ ທີ່ເກີດຂຶ້ນຈາກພຶດຕິກຳຂອງບັນ ດາອົງການ ແລະ ບຸກຄົນ, ພະນັກ ງານ-ນັກຮົບ, ນັກວິທະຍາສາດ ໄດ້ຄົ້ນຄວ້າຊອກຫາບັນດາສາ ເຫດ, ເງື່ອນໄຂຂອງການກຳເນີດ ແລະ ແຜ່ລາມຂອງບັນດາບັນຫາ ໄພຂົ່ມຂູ່ຈາກຄວາມສະຫງົບ ໃຫມ່, ຊອກໃຫ້ເຫັນສາຍພົວພັນ ຂອງບັນຫາ ດັ່ງກ່າວກັບບັນດາ ບັນຫາທີ່ເປັນຈຸດອ່ອນ, ຊ່ອງ ຫວ່າງໃນການດຳ ລົງຊີວິດ-ສັງ ຄົມ, ເປັນຕົ້ນແມ່ນ ບັນຫາທີ່ເດືອດ ຮ້ອນໃນສັງຄົມ, ໄພຫວ່າງງານ, ການແຕກໂຕນ, ຂົ້ວຮັ່ງ-ຂົ້ວທຸກ, ການເສື່ອມຖອຍຄຸນສົມບັດ, ຄຸນ ທາດ, ຄວາມບໍ່ສອດຄ່ອງໃນການ ວາງແນວທາງນະໂຍບາຍ, ແຜນ ນະໂຍບາຍ ຫຼື ລະບຽບກົດຫມາຍ ໄດ້ຊີ້ໃຫ້ເຫັນແຈ້ງກ່ຽວກັບລັກ ສະນະ, ລະດັບ, ຂະຫນາດຜົນ ກະທົບຂອງບັນຫາຄວາມສະ ຫງົບໃຫມ່ທີ່ມີຕໍ່ພາລະກິດສ້າງ ສາ ແລະ ພັດທະນາເສດຖະກິດ- ສັງຄົມ ຂອງປະເທດເຮົາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ