ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ຣັດເຊຍ - ຈີນ ສືບຕໍ່ຮ່ວມມືທາງດ້ານເສດຖະກິດ
ເວລາອອກຂ່າວ: 2018-11-13 23:25:54 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 2912 | ຄວາມນິຍົມ:



ສຳນັກຂ່າວ ຊີນຮວາ ລາຍ ງານໃນວັນທີ 9 ພະຈິກ 2018 ນີ້ວ່າ: ທ່ານ ດິມິຕຣີ ເມດເວເດບ ນາຍົກລັດຖະມົນຕີຣັດເຊຍ ເປີດ ເຜີຍຫຼັງການປະຊຸມລະດັບຜູ້ນໍາ ລະຫວ່າງຣັດເຊຍ ແລະ ຈີນ ຄັ້ງ ທີ 23 ທີ່ນະຄອນຫຼວງປັກກິ່ງ ປະເທດຈີນ ເມື່ອວັນທີ 7 ພະຈິກ 2018 ລະບຸວ່າມູນຄ່າການຄ້າ ລະຫວ່າງຣັດເຊຍ ແລະ ຈີນ ສາມາດເພີ່ມສູງຂຶ້ນໄດ້ເຖິງ 200.000 ລ້ານໂດລາສະຫະ ລັດ ທ່ານ ເມດເວເດບ ລະບຸວ່າ: ຄວາມສໍາພັນລະຫວ່າງການຄ້າ ທະວີພາຄີຂອງຣັດເຊຍ ແລະ ຈີນນັ້ນກໍາລັງກ້າວໄປສູ່ມູນຄ່າ ລະດັບ 100.000 ລ້ານໂດລາ ສະຫະລັດ ໃນປີນີ້ ແລະ ມູນຄ່າ ການຄ້າໃນລະດັບ 200.000 ລ້ານໂດລາ ກໍມີຄວາມເປັນໄປ ໄດ້. ທ່ານ ເມດເວເດຟ ເປີດເຜີຍ ອີກວ່າ: ຜູ້ນໍາຈີນ ແລະ ຣັດເຊຍ ເຫັນດີເອກະພາບກັນທີ່ຈະສະ ໜັບສະໜູນທຸລະກິດຂະໜາດ ນ້ອຍພັດທະນາການຄ້າດ້ານອີ ເລັກໂຕຼນິກ ລວມໄປເຖິງການ ພັດທະນາລະບົບຈ່າຍເງິນອີເລັກ ໂຕນິກ ໂດຍຣັດເຊຍໃຫ້ຄໍາໝັ້ນ ສັນຍາວ່າຈະເຮັດວຽກຢ່າງຕໍ່ ເນື່ອງເພື່ອຫຼຸດກໍາແພງພາສີໃນ ຫຼາຍມິຕິ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ