
ຫຼາຍປະເທດໃນເອີຣົບໄດ້ຮັບຜົນກະທົບຈາກພາຍຸ "ອີຢູນິສ"
ເວລາອອກຂ່າວ: 2022-02-23 11:39:28 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 239841796 | ຄວາມນິຍົມ:
ສຳນັກຂ່າວສານ ຊິນຮວາ
ໃຫ້ຮູ້ວ່າ: ໃນ 2-3 ວັນ ຜ່ານມາ ນີ້, ພາຍຸ “ອີຢູນິສ” ໄດ້ພັດເຂົ້າ ປະເທດເຢຍລະມັນ, ໂຮນລັງ, ແບນຊິກ, ໂປໂລຍ ແລະ ປະເທດ
ເອີຣົບອື່ນໆ, ເຮັດໃຫ້ມີຜູ້ເສຍຊີ ວິດຢ່າງໜ້ອຍ 14 ຄົນ.
ຂ່າວໃຫ້ຮູ້ວ່າ: ກະແສລົມແຮງ ຍັງເຮັດໃຫ້ເກີດຄວາມຫຍຸ້ງ ຍາກໃນການສັນຈອນໄປມາຢ່າງ ກວ້າງຂວາງ ແລະ ໄຟຟ້າຖືກຕັດ ຂາດ, ສ້າງຄວາມເສຍຫາຍໃຫ້ແກ່ ຕຶກອາຄານ ແລະ ອື່ນໆຢ່າງຫຼວງ
ຫຼາຍ. ຢູ່ທາງພາກເໜືອຂອງເຢຍ ລະມັນ, ລົມພາຍຸມີຄວາມໄວ 160 ກິໂລແມັດຕໍ່ຊົ່ວໂມງ, ພາຍຸ
ດັ່ງກ່າວໄດ້ສ້າງຄວາມເສຍຫາຍ ຕໍ່ຕົ້ນໄມ້ ແລະ ສັດສາວາສິ່ງຢ່າງ
ຫຼວງຫຼາຍ ແລະ ມີ 3 ຄົນເສຍ ຊີວິດ. ຕາມການຄາດຄະເນເບື້ອງ ຕົ້ນ, ພາຍຸດັ່ງກ່າວໄດ້ເຮັດໃຫ້ ເຢຍລະມັນເສຍຫາຍປະມານ 900 ລ້ານເອີຣົບ. ໃນປະເທດ ໂຮນລັງ ລົມແຮງໄດ້ພັດຖະຫຼົ່ມ ຕົ້ນໄມ້ຫັກຫຼາຍຮ້ອຍຕົ້ນ, ເຮັດ
ໃຫ້ມີຜູ້ເສຍຊີວິດ 4 ຄົນ. ສ້າງ
ຄວາມເສຍຫາຍໃຫ້ແກ່ອາຄານ ຫຼາຍຫຼັງ, ໂດຍສ່ວນໜຶ່ງຂອງ ຫຼັງຄາເຮືອນໄດ້ພັງລົງ ແລະ
ເຮັດໃຫ້ເກີດການຂັດຂວາງການ
ສັນຈອນໃນຂອບເຂດທົ່ວປະ ເທດ, ປິດລະບົບລົດໄຟພາຍໃນ
ແລະ ຕ່າງປະເທດ, ຍົກເລີກຖ້ຽວ
ບິນຢູ່ສະໜາມບິນ ອຳສະເຕີດຳ ປິດໂຮງຮຽນຫຼາຍແຫ່ງ ແລະ
ປິດການທົດສອບອາຊິດນິວຄຣີ ອິກ ແລະ ສະຖານທີ່ວັກຊີນ ໂຄ
ວິດ-19 ຫຼາຍແຫ່ງ. ໃນປະເທດ
ໂປໂລຍ, ພາຍຸໄດ້ເຮັດໃຫ້ 4 ຄົນ
ເສຍຊີວິດ ແລະ ບາດເຈັບອີກ 6
ຄົນ. ກະຊວງພາຍ ໃນຂອງໂປໂລຍ
ກ່າວວ່າ: ລົມແຮງໄດ້ທຳລາຍ ສາຍສົ່ງໄຟຟ້າຫຼາຍສາຍ, ເຮັດ
ໃຫ້ໄຟຟ້າຕິດຂັດໃນທົ່ວປະເທດ 1,2 ລ້ານຄົນບໍ່ມີໄຟຟ້າໃຊ້. ຢູ່ປະ
ເທດແບນຊິກ, ລົມພາຍຸໄດ້ເຮັດ
ໃຫ້ມີຜູ້ເສຍຊີວິດ 2 ຄົນ, ບາດ ເຈັບສາຫັດຫຼາຍສິບຄົນ ແລະ ອາ
ຄານຫຼາຍຫຼັງເສຍຫາຍ, ການສັນ ຈອນທາງອາກາດຢູ່ສະໜາມບິນ ບຣຸກແຊນ ຖືກຢຸດຊົ່ວຄາວ, ການ
ສັນຈອນຕາມທ້ອງຖະໜົນມີ ຄວາມຫຍຸ້ງຍາກໃນຫຼາຍບ່ອນ. ປະມານ 170.000 ຫຼັງຄາເຮືອນ
ບໍ່ມີໄຟຟ້າໃຊ້. ພາຍຸດັ່ງກ່າວສ່ວນ ໃຫຍ່ໄດ້ພັດເຂົ້າພາກເໜືອຂອງ ປະເທດຝຣັ່ງ, ໂດຍມີຄື້ນຟອງ ຄວາມເລິກຫຼາຍກ່ວາ 9 ແມັດ
ອີງຕາມ BFMTV. ໃນປະເທດ
ອຽກລັງ, ພາຍຸ "ອີຢູນີສ" ໄດ້
ເລີ່ມພັດເຂົ້າຖະຫຼົ່ມໃນຕອນ ເຊົ້າຂອງວັນທີ 18 ກຸມພາ ແລະ
ໄດ້ພັດຜ່ານປະເທດຈາກຕາ ເວັນຕົກຫາຕາເວັນອອກ, ດ້ວຍ ຄວາມໄວລົມສູງສຸດ 130 ກິໂລ ແມັດຕໍ່ຊົ່ວໂມງໃນບາງພື້ນທີ່. ຍ້ອນພາຍຸ, ຖ້ຽວບິນ 40 ກວ່າ ຖ້ຽວຢູ່ສະໜາມບິນດັບລິນໃນ ນະຄອນຫຼວງໄດ້ຖືກຍົກເລີກ, ບາງຖ້ຽວບິນຖືກຊັກຊ້າ, ບໍລິ
ການເຮືອຂ້າມຟາກຖືກຢຸດສະງັກ ຊົ່ວຄາວ ແລະ ໂຮງຮຽນຢູ່ບາງ ທ້ອງຖິ່ນກໍຖືກປິດ. ນັບມາຮອດ ຕອນຄ່ຳວັນທີ 19, ເຮືອນຊານ 80.000 ກວ່າຫຼັງໃນທົ່ວປະເທດ
ໄດ້ຮັບຄວາມເສຍຫາຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ