ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ດານິວ ແມດເວເດບ ນັກກີລາເທັນນິດຈາກຣັດເຊຍ ກ້າວຂຶ້ນເປັນມື 1 ຂອງໂລກ ໄດ້ສຳເລັດ
ເວລາອອກຂ່າວ: 2022-03-03 12:02:06 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 52 | ຄວາມນິຍົມ:



ການຈັດອັນດັບໂລກນັກເທັນ ນິດຫຼ້າສຸດໃນຕົ້ນອາທິດນີ້, ດາ ນິວ ແມດເວເດບ ຈາກຣັດເຊຍ ກ້າວ ຂຶ້ນເປັນມື 1 ຂອງໂລກຄັ້ງທຳ ອິດ ພາຍຫຼັງ ໂນວັກ ໂຢໂຄ ວິກ ຈາກແຊກບີ ຕົກຮອບ 8 ຄົນສຸດ ທ້າຍ ລາຍການດູໄບ ເທັນນິດ ແຊັມປ້ຽນຊິບ ໃນອາທິດຜ່ານມາ, ຂະນະທີ່ ແມດເວເດບ ເຂົ້າເຖິງ ຮອບ 4 ຄົນສຸດທ້າຍ ລາຍການ ເມັກຊິກັນ ໂອເພນ. ແມດເວເດບຜົນງານໂດດ ເດັ່ນໃນໄລຍະ 2-3 ປີຜ່ານມາ, ຄອງແຊັມມາທັງໝົດ 13 ລາຍ ການ, ສາມາດຄອງແຊັມແກຣນ ສະ ແລມ ຢູເອັສ ໂອເພນ 2021, ເຂົ້າຊີງ ອົດສະຕຣາລີ ໂອເພນ ສອງຄັ້ງຫຼັງສຸດ, ແມດເວເດບ ກາຍເປັນນັກເທັນນິດຄົນທີ 27 ໃນໂລກທີ່ຂຶ້ນເປັນມື 1 ຂອງ ໂລກ ແລະ ເປັນຊາວຣັດເຊຍ ຄົນທີ 3 ທີ່ສາມາດກ້າວຂຶ້ນເປັນ ມື 1 ຂອງໂລກ ຂະນະນີ້ ແມດເວເດບ ມີຄະ ແນນສະສົມທັງໝົດ 8615 ຄະ ແນນ, ໂນວັກອັນດັບສອງມີ 8465 ຄະແນນ, ອັນດັບອື່ນທີ່ ໜ້າສົນໃຈ: ຣາຟາເອວ ນາດາວ ທີ່ຟອມ ກຳລັງດີຂະນະນີ້ ຫຼັງ ຈາກຄອງແຊັມແກຣນສະແລມ ອົດສະຕຣາລີ ໂອເພນ ປີນີ້ຫຼ້າສຸດ ໄດ້ແຊັມລະດັບ ເອທີພີ 500 ທີ່ ເມັກຊິກ ໃນທ້າຍອາທິດຜ່ານມາ ຫຍັບອັນດັບໂລກຂຶ້ນມາໜຶ່ງອັນ ດັບ ມາຢູ່ທີ 4 ຂອງໂລກ ມີ 6515 ຄະແນນ, ທີ 3 ຂອງໂລກຍັງຄົງທີ່ ອາເລັກຊານເດີ ຊະເວເຣບ ຈາກ ເຢຍລະມັນ, ທີ 5 ສະເຕຟາ ນອດ ຊິດຊີປັດ ຈາກເກຣັກ , ສ່ວນໂຣເຈີ ເຟດເດີ ເຣີ ຢູ່ທີ 27 ຂອງໂລກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ