ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລົງພົບປະໂອ້ລົມຕໍ່ພະນັກງານຫຼັກແຫຼ່ງກອງພົນທີ 2
ເວລາອອກຂ່າວ: 2019-01-24 10:15:02 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 93 | ຄວາມນິຍົມ:



ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ໄດ້ລົງ ພົບປະພະນັກງານຫຼັກແຫຼ່ງກອງ ພົນທີ 2 ໃນວັນທີ 23 ມັງກອນນີ້, ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ ໂດຍມີ ທ່ານ ພົນຈັດຕະວາ ພັນແສງ ບຸນ ພັນ ເລຂາຄະນະພັກ ຫົວໜ້າການ ເມືອງກອງພົນທີ 2 ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ, ມີບັນ ດາພະນັກງານຫຼັກແຫຼ່ງທົ່ວກອງ ພົນທີ 2 ແລະ ແຂກຖືກເຊີນເຂົ້າ ຮ່ວມ. ທ່ານ ພົນຈັດຕະວາ ພັນແສງ ບຸນພັນ ໄດ້ລາຍງານຫຍໍ້ສະພາບ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຂອງກົມກອງໃນໄລຍະ ຜ່ານມາວ່າ: ໃນໄລຍະທີ່ຜ່ານມາ, ກົມກອງໄດ້ເອົາໃຈໃສ່ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງ ຄະນະພັກກະຊວງປ້ອງກັນປະ ເທດວາງອອກ ໂດຍສະເພາະ ແມ່ນສຸມໃສ່ສຶກສາອົບຮົມການ ເມືອງ, ນໍາພາແນວຄິດຂອງພະນັກງານ-ນັກຮົບພາຍໃນກົມກອງ ໃຫ້ມີແນວຄິດຫຼັກໝັ້ນ, ເຊື່ອມ ຊຶມຕໍ່ແນວທາງນະໂຍບາຍຂອງ ພັກ-ລັດ, ເອົາໃຈໃສ່ປະຕິບັດໜ້າ ທີ່ວຽກງານປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບໃນຂອບເຂດ ຮັບຜິດຊອບ, ປັບປຸງກໍ່ສ້າງກໍາ ລັງ, ແກ້ໄຂຊີວິດການເປັນຢູ່, ປັບ ປຸງບູລະນະຄ້າຍຄູ, ວຽກງານ ເຕັກນິກການທະຫານ, ວຽກງານ ການພົວພັນກັບອໍານາດການປົກ ຄອງທ້ອງຖິ່ນ ແລະ ປະເທດເພື່ອນ ມິດສາກົນ. ໂອກາດດັ່ງກ່າວ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ ໂອ້ລົມ ເຊິ່ງບາງຕອນທ່ານກ່າວ ວ່າ: ຕະຫຼອດໄລຍະ 70 ປີຜ່ານ ມາກອງທັບປະຊາຊົນລາວໄດ້ ເຕີບໃຫຍ່ຂະຫຍາຍຕົວພາຍໃຕ້ ການນໍາພາອັນປີຊາສາມາດສະ ຫຼາດສ່ອງໃສຂອງພັກ ແລະ ເຮັດ ສໍາເລັດໜ້າທີ່ທີ່ຊາດ ແລະ ປະ ຊາຊົນມອບໝາຍໃຫ້. ທ່ານລັດ ຖະມົນຕີ ຍັງໄດ້ເນັ້ນໜັກໃຫ້ພະ ນັກງານຫຼັກແຫຼ່ງພາຍໃນກອງ ພົນທີ 2 ເອົາໃຈໃສ່ສຶກສາອົບຮົມ ການເມືອງ, ນໍາພາແນວຄິດໃຫ້ພະ ນັກງານ-ນັກຮົບ ພ້ອມກັນມີສະຕິລະວັງຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກໍາລັງປໍລະປັກ, ພ້ອມກັນເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ຍາດມາໄດ້, ນໍາ ພາກົມກອງກ້າວຂຶ້ນດ້ວຍທ່ວງທ່າໃໝ່ຢ່າງໜັກແໜ້ນ. ໃນໂອກາດດັ່ງກ່າວບັນດາກະ ຊວງກໍໄດ້ມອບຂອງຂວັນຈໍາ ນວນໜຶ່ງໃຫ້ກອງພົນທີ 2 ໃນ ໂອກາດສະເຫຼີມສະຫຼອງວັນສ້າງ ຕັ້ງກອງທັບ ຄົບຮອບ 70 ປີ ດັ່ງ ນີ້: ກະຊວງປ້ອງກັນປະເທດ, ກະຊວງພະລັງງານ-ບໍ່ແຮ່, ກະ ຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງໂຍ ທາທິການ ແລະ ຂົນສົ່ງ, ກະຊວງ ວິທະຍາສາດ-ເຕັກໂນໂລຊີ. ໃນໂອກາດລົງເຄື່ອນໄຫວຄັ້ງ ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການ ເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນ ປະເທດ ຍັງໄດ້ ເຂົ້າຮ່ວມປະຖະກະຖາມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ຢູ່ທີ່ສະໂມ ສອນໂຮງຮຽນທິດສະດີການ ເມືອງແຂວງໄຊຍະບູລີ ໂດຍ ການເຂົ້າຮ່ວມຂອງ ທ່ານ ພົງສະ ຫວັນ ສິດທະວົງ ກໍາມະການສູນ ກາງພັກ ເລຂາພັກແຂວງ ເຈົ້າ ແຂວງໆໄຊຍະບູລີ, ປະທານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບແຂວງ, ມີຫົວໜ້າກອງ ບັນຊາການທະຫານແຂວງ, ຫົວ ໜ້າກອງບັນຊາການ ປກສ ແຂວງ, ພະນັກງານຫຼັກແຫຼ່ງ, ພະນັກງານອາວຸໂສບໍານານ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ ຮັບຟັງ. ໂດຍ: ທອງເພັດ ໄຊຍະເພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ