ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄຳມ່ວນ - ກວາງບິ່ງ ສຶບຕໍ່ພົວພັນຮ່ວມມືໃນການຄຸ້ມຄອງ, ປົກປັກຮັກສາຫຼັກໝາຍຊາຍແດນແຫ່ງຊາດ
ເວລາອອກຂ່າວ: 2018-11-14 08:44:14 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 8952 | ຄວາມນິຍົມ:



ໃນວັນທີ 7 ພະຈິກ 2018 ທີ່ ຫ້ອງວ່າການປົກຄອງແຂວງຄຳ ມ່ວນ ທ່ານ ໂອໄດ ສຸດາພອນ ເຈົ້າແຂວງໆຄຳມ່ວນ ໄດ້ຕ້ອນ ຮັບທ່ານ ເລ ມິງ ເງິນ ຮອງ ປະທານຄະນະກຳມະການປະ ຊາຊົນແຂວງ, ທັງເປັນຫົວໜ້າ ຄະນະຊີ້ນຳວຽກງານຊາຍແດນ ແຂວງກວາງບິ່ງ ສສ ຫວຽດ ນາມ ພ້ອມດ້ວຍຄະນະມາຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງ ຄຳມ່ວນ, ທ່ານ ເລ ມິງ ເງິນ ກໍໄດ້ກ່າວຄຳຢ້ຽມຢາມຖາມ ຂ່າວເຖິງການນໍາຂອງແຂວງ ແລະ ປະຊາຊົນບັນດາເຜົ່າໃນ ທົ່ວແຂວງຄຳມ່ວນ ພ້ອມທັງ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ ນໍ້າຖ້ວມຢູ່ແຂວງຄຳມ່ວນ ຈຳ ນວນ 15.000 ໂດລາສະຫາລັດ ເພື່ອປະກອບສ່ວນຊ່ວຍເຫຼືອໃນ ການແກ້ໄຂຊີວິດການເປັນຢູ່ ຂອງປະຊາຊົນ. ຈາກນັ້ນ ສະ ຫາຍ ເລ ມິງເງິນ ພ້ອມດ້ວຍຄະ ນະກໍໄດ້ເຂົ້າຮ່ວມພິທີເຊັນບົດບັນ ທຶກມອບແຜນວາດແຕ້ມຜົນສຳ ເລັດ ແລະ ແບ່ງຄວາມຮັບຜິດ ຊອບໃນການຄຸ້ມຄອງ, ປົກປັກ ຮັກສາຫຼັກໝາຍຊາຍແດນແຫ່ງ ຊາດລະຫວ່າງແຂວງຄຳມ່ວນ ສປປ ລາວ ແລະ ແຂວງກວາງ ບິ່ງ ສສ ຫວຽດນາມ ເຊິ່ງຝ່າຍ ລາວແມ່ນ ສະຫາຍ ຄຳສີ ອຸດທິ ວົງ ຮອງເຈົ້າແຂວງໆຄຳມ່ວນ, ທັງເປັນຫົວໜ້າຄະນະຊີ້ນຳວຽກ ງານຊາຍແດນຂອງແຂວງ, ພ້ອມດ້ວຍບັນດາພະແນກການ ແລະ ພາກສ່ວນຕ່າງໆ ທີ່ກ່ຽວ ຂ້ອງທັງສອງຝ່າຍ. ໃນພິທີຄັ້ງນີ້ບັນດາການນຳ ທັງສອງແຂວງໄດ້ລາຍງານ ວຽກງານຊາຍແດນຂອງຕົນໃຫ້ ຮັບຊາບ ໂດຍສະເພາະແມ່ນສະ ພາບການຕາມເສັ້ນຊາຍແດນລະ ຫວ່າງສອງແຂວງ ເຊິ່ງໂດຍພື້ນ ຖານແມ່ນມີຄວາມສະຫງົບດີ, ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມໃນບໍລິເວນຊາຍ ແດນຍັງຮັກສາໄດ້ເປັນປົກະຕິ, ການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານໃນແຕ່ລະ ຂົງເຂດນັບມື້ນັບໄດ້ຮັບການພັດ ທະນາດີຂຶ້ນເລື້ອຍໆ. ໂອກາດ ດຽວກັນທັງສອງຝ່າຍຍັງໄດ້ ຮ່ວມເຊັນບົດບັນທຶກການເພີ່ມ ທະວີບູລະນະການຮ່ວມມືມິດຕະ ພາບແບບພິເສດ ລະຫວ່າງ ສອງ ຊາດລາວ-ຫວຽດນາມ ກໍຄືການ ພົວພັນຮ່ວມມື ຂອງສອງແຂວງ ຄຳມ່ວນ-ກວາງບິ່ງ ໃນແຕ່ລະ ຂັ້ນຂອງທ້ອງຖິ່ນ ໄດ້ມີການພົວ ພັນປະສານງານເປັນປະຈຳ ເປັນ ຕົ້ນແມ່ນການພົບປະເພື່ອແລກ ປ່ຽນບັນດາຂໍ້ມູນ, ຂ່າວສານ ທີ່ ພົວພັນເຖິງບັນຫາຊາຍແດນໂດຍ ສະເພາະແມ່ນການບູລະນະປົວ ແປງ, ກໍ່ສ້າງຫຼັກໝາຍຊາຍແດນ ແຫ່ງຊາດ ໃນກໍລະນີທີ່ມີການ ເປ່ເພ, ຖືກທຳລາຍ, ຖືກເຄື່ອນ ຍ້າຍ ຫຼື ສູນຫາຍຕາມທີ່ໄດ້ກຳ ນົດໃນມາດຕາ 7 ສັນຍາວ່າດ້ວຍ ກົດລະບຽບຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນທາງບົກ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ສສ ຫວຽດນາມ ທີ່ໄດ້ຮ່ວມກັນລົງ ນາມໃນໄຍລະຜ່ານມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ