
ສູນໄຂ້ຍຸງ-ແມ່ກາຝາກ ແລະ ແມງໄມ້ ກະຊວງສາທາລະນະສຸກມອບມຸ້ງເຄືອບນ້ຳຢາກັນຍຸງໃຫ້ກົມໃຫຍ່ເສນາຮັກກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2019-01-24 10:27:14 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 356 | ຄວາມນິຍົມ:
ວັນທີ 15 ມັງກອນ ຜ່ານ ມານີ້, ຢູ່ທີ່ສະໂມສອນສະຖາບັນ ອະນາໄມກັນພະຍາດ ແລະ ສົ່ງ
ເສີມສຸຂະພາບກອງທັບ, ທ່ານ
ດຣ ບົວສີ ຫົງວັນທອງ ຫົວໜ້າ
ສູນໄຂ້ຍຸງ- ແມ່ກາຝາກ ແລະ ແມງ
ໄມ້ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະໄດ້ນຳເອົາ ມຸ້ງເຄືອບນໍ້າຢາກັນຍຸງຈຳນວນ 79.400 ດາງ (ມຸ້ງຄອບຄົວ 39.900, ມຸ້ງດ່ຽວ 39.500 ດາງ)ມູນຄ່າ 2 ລ້ານກວ່າກີບ ໄປມອບໃຫ້ກົມ ເສນາຮັກ ກົມໃຫຍ່ພະລາທິການ ກອງທັບ ເຊິ່ງຕາງໜ້າກ່າວຮັບ ໂດຍ ພັນເອກ ດຣ ນາງ ວັນເພັງ ພວງສາວະດີ ຮອງຫົວໜ້າກົມເສ ນາຮັກ ກົມໃຫຍ່ພະລາທິການ ກອງທັບ, ມີຄະນະພັກ-ຄະນະບັນ ຊາ, ພະນັກງານ-ນັກຮົບ ພາຍ ໃນສະຖາບັນອະນາໄມກັນພະ ຍາດ ແລະ ສົ່ງເສີມສຸຂະພາບກອງ
ທັບເຂົ້າຮ່ວມເປັນສັກຂີພະຍານ.
ໂດຍ: ອ້ອຍພັນ ແພງບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ