ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເຂົ້າອວຍພອນພະນັກງານອາວຸໂສເນື່ອງໃນໂອກາດວັນສ້າງຕັ້=ກອງທັບຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-24 10:30:58 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 30 | ຄວາມນິຍົມ:



= ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວຄົບ ຮອບ 70 ປີນີ້, ຕອນເຊົ້າວັນທີ 16 ມັງກອນ 2019, ພັນໂທ ນາງ ໄພວອນ ອິນທະບຸດ ຫົວໜ້າ ຫ້ອງການສະຫະພັນແມ່ຍິງກະ ຊວງປ້ອງກັນປະເທດ ພ້ອມດ້ວຍ ຄະນະໄດ້ນຳເອົາກະຕ່າ ຂອງ ຂວັນ ພ້ອມກັບຄວາມຢື້ຢຽມຖາມຂ່າວ ແລະ ຄຳອວຍພອນໄຊອັນປະເສີດ ທີ່ເຕັມໄປດ້ວຍຄວາມສາມັກຄີຮັກແພງເຂົ້າອວຍພອນທ່ານ ນາງ ທອງວັນ ສີພັນດອນ, ທ່ານ ນາງ ແກ້ວສາຍໃຈໄຊຍະສອນ, ທ່ານ ນາງ ຄຳສອນ ຈັນຍາລາດ, ພັນເອກ ນາງ ໄຕເພັດ ສີລາເພັດ ,ວິລະຊົນແຫ່ງຊາດ ແລະ ທ່ານ ນາງສົມໄຈວົງພົມ. ພັນໂທນາງ ໄພວອນ ອິນທະ ບຸດ ໄດ້ຕາງໜ້າໃຫ້ເອື້ອຍນ້ອງແມ່ ຍິງທົ່ວກອງທັບກໍໄດ້ກ່າວສະແດງ ຄວາມຮູ້ບຸນຄຸນຢ່າງລົ້ນເຫຼືອ ຕໍ່ບັນດາອະດີດການນຳສະຫະ ພັນແມ່ຍິງກະຊວງປ້ອງກັນປະ ເທດກໍຄືຄອບຄົວການນຳກອງ ທັບທີ່ໄດ້ສະຫຼະຄວາມສຸກສ່ວນ ຕົວເພື່ອຜົນປະໂຫຍດລວມຂອງ ຊາດໃນພາລະກິດປະຕິວັດໃນ ໄລຍະຜ່ານມາພວກເຮົາຄົນຮຸ່ນ ຫຼັງຈະສຶບຕໍ່ປົກປັກຮັກສາພັດ ທະນາກົມກອງເວົ້າລວມເວົ້າສະ ເພາະແມ່ນອົງການຈັດຕັ້ງສະ ຫະພັນແມ່ຍິງກອງທັບໃຫ້ມີ ຄວາມຫນັກແຫນ້ນເຂັ້ມແຂງ ໃນທຸກດ້ານ. ໂອກາດດັ່ງກ່າວ ທ່ານນາງ ທອງວັນ ສີພັນດອນ ກໍໄດ້ກ່າວ ສະແດງຄວາມຂອບອົກຂອບໃຈ ມາຍັງອົງການຈັດຕັ້ງສະຫະພັນ ແມ່ຍິງກອງທັບກໍຄືການນຳກະ ຊວງປ້ອງກັນປະເທດທີ່ເຫັນໄດ້ ຄວາມສຳຄັນ ແລະ ຄວາມຮູ້ບຸນ ຄຸນຕໍ່ບັນດາພະນັກງານອາວຸໂສ ບຳນານທີ່ນຳເອົາຄວາມເປັນ ຫ່ວງເປັນໃຍ, ວັດຖຸປັດໄຈ ແລະ ຄຳອວຍພອນມາມອບໃຫ້ເປັນ ຂວັນກຳລັງໃຈໃຫ້ແກ່ຕົນກໍຄື ຄອບຄົວ ແລະ ຍັງເນັ້ນໜັກໃຫ້ອົງ ການຈັດຕັ້ງສະຫະ ພັນແມ່ຍິງກອງ ທັບຈົ່ງຮັກສາມູນເຊື້ອຄວາມ ສາມັກຄີສືບຕໍ່ນຳພາເອື້ອຍນ້ອງ ປະກອບສວ່ນເຂົ້າໃນພາລະກິດ ຂອງຊາດຢ່າງຕັ້ງໜ້າ. ໂດຍ: ຈິດ ເພັດພູທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ