ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ແຂວງອຸດົມໄຊ ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີຢ່າງຄຶກຄື້ນ
ເວລາອອກຂ່າວ: 2019-01-25 09:40:58 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 131 | ຄວາມນິຍົມ:



ພິທີໂຮມຊຸມນຸມສະເຫຼີມສະ ຫຼອງວັນສ້າງຕັ້ງກອງທັບປະຊາ ຊົນລາວ ຄົບຮອບ 70 ປີ ແຂວງ ອຸດົມໄຊ ໄດ້ຈັດຂຶ້ນໃນວັນທີ 23 ມັງກອນ 2019 ນີ້ ຢູ່ທີ່ເດີ່ນກີລາ ແຂວງອຸດົມໄຊ, ໂດຍການເຂົ້າ ຮ່ວມເປັນປະທານຂອງ ທ່ານ ຄຳ ພັນ ພົມມະທັດ ກຳມະການກົມ ການເມືອງສູນກາງພັກ, ຫົວໜ້າ ຫ້ອງວ່າການສູນກາງພັກ,ມີທ່ານ ຄຳພັນ ເຜີຍຍະວົງ ກຳມະການ ສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໆອຸດົມໄຊ, ມີທ່ານພົນ ຈັດຕະວາ ຈັນທະວອນ ໄຊຍະຜົງ ກຳມະການປະຈຳພັກແຂວງ ເລ ຂາພັກ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ອຸດົມໄຊ,ມີຄະນະນຳກະຊວງປ້ອງກັນປະ ເທດ, ມີການນຳແຂວງ, ຄະນະ ພັກ-ຄະນະບັນຊາສອງກອງ ບັນຊາການທະຫານ-ຕຳຫຼວດ, ພະແນກການອ້ອມຂ້າງແຂວງ, ພະນັກງານປະຕິວັດອາວຸໂສ, ພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາຕະຫຼອດຮອດມວນ ຊົນຊາວແຂວງອຸດົມໄຊເຂົ້າ ຮ່ວມຢ່າງຫຼວງຫຼາຍ. ໃນໂອກາດສະເຫຼີມສະຫຼອງ ວັນສຳຄັນດັ່ງກ່າວ ທ່ານ ຄຳພັນ ເຜີຍຍະວົງ ກຳມະການສູນ ກາງພັກ, ເລຂາພັກແຂວງ,ເຈົ້າ ແຂວງໆອຸດົມໄຊ ກໍໄດ້ຂຶ້ນກ່າວຄຳ ປາໄສຕໍ່ພິທີວ່າ: ກ່ອນໜ້ານີ້ 70 ປີ ວັນທີ 20 ມັງກອນ 1949 ຢູ່ ຕາແສງລາວຮຸ່ງ ເມືອງຊຽງຄໍ້ ແຂວງຫົວພັນ ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກໄດ້ປະກາດສ້າງຕັ້ງກອງທັບລາວອິດ ສະຫຼະ ເຊິ່ງເປັນຕົ້ນກຳເນີດຂອງ ກອງທັບປະຊາຊົນລາວໃນປັດ ຈຸບັນຂຶ້ນຢ່າງເປັນທາງການ, ໃນທ່າມກາງຂະບວນການຕໍ່ສູ້ ຂອງປະຊາຊົນບັນດາເຜົ່າຕ້ານ ຈັກກະພັດຜູ້ຮຸກຮານ ແລະ ລູກມືຂາຍຊາດທີ່ພວມຟົດເດືອດ ຢູ່ທຸກທ້ອງຖິ່ນທົ່ວປະເທດ. ການ ກຳເນີດຂອງກອງທັບລາວອິດ ສະຫຼະແມ່ນມີຄວາມໝາຍສຳ ຄັນທາງດ້ານການເມືອງອັນ ໃຫຍ່ຫຼວງໃນປະຫວັດສາດ ຂອງຊາດລາວ. ນັບແຕ່ມື້ສ້າງ ຕັ້ງກຳລັງປະກອບອາວຸດພວກເຮົາໄດ້ສາມັກຄີເປັນຈິດໜຶ່ງໃຈ ດຽວສູ້ຮົບຢ່າງພິລາດອາດຫານ, ອອກແຮງປັບປຸງກໍ່ສ້າງກຳລັງ ຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລຳດັບມາ. ໃນໄລຍະຕໍ່ສູ້ປົດປ່ອຍຊາດ ກອງທັບເຮົາໄດ້ຜະເຊີນໜ້າກັບ ສັດຕູຜູ້ຮຸກຮານທີ່ເຂັ້ມແຂງ ແລະ ຮ້າຍກາດ, ແຕ່ກອງທັບ ເຮົາກໍເດັດດ່ຽວອາດຫານສູ້ຮົບ, ຍິ່ງຕີກໍຍິ່ງມີໄຊຊະນະ, ຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ ຈົນສາມາດປົດປ່ອຍປະເທດ ຊາດໄດ້ຢ່າງສົມບູນ ແລະ ປະ ກາດສ້າງຕັ້ງເປັນສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນ ລາວຂຶ້ນຢ່າງສະຫງ່າຜ່າເຜີຍໃນ ວັນທີ 2 ທັນວາ ປີ 1975. ຕະຫຼອດໄລຍະ 70 ປີ ແຫ່ງ ການຕໍ່ສູ້ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າໃນ ເງື່ອນໄຂທີ່ຫຍຸ້ງຍາກລຳບາກ ແລະ ຍືດເຍື້ອຍາວນາພາຍໃຕ້ ການນຳພາຂອງພັກ, ບັນດາກຳ ລັງປະກອບອາວຸດປະຊາຊົນ ລາວ ໄດ້ເຮັດສຳເລັດພາລະກິດ ປະຕິວັດອັນຍິ່ງໃຫຍ່ ແລະ ໜັກ ໜ່ວງແຕ່ໄດ້ສ້າງຜົນງານອັນ ດີເດັ່ນ, ວີລະກຳອັນລໍ້າເລີດປະ ດັບໄວ້ໃນໜ້າປະຫວັດສາດຂອງ ຊາດຢ່າງສົມກຽດ ແລະ ກາຍ ເປັນມູນເຊື້ອອັນດີງາມຫຼາຍ ປະການໄວ້ໃຫ້ແກ່ກຳລັງປະກອບ ອາວຸດປະຕິວັດຮຸ່ນຕໍ່ຮຸ່ນສົມແລ້ວ ທີ່ເປັນກອງທັບວີລະຊົນຂອງ ຊາດລາວວີລະຊົນ ເຊິ່ງໄດ້ຮັບ ຄຳສັນລະເສີນຈາກພັກ ແລະ ລັດວ່າ: ກອງທັບຍາມໃດກໍນຳໜ້າ ໃນທຸກວຽກງານ, ເດັດດ່ຽວຜ່ານ ຜ່າອຸປະສັກ, ຕີເອົາຊະນະສັດ ຕູທຸກໂຕ, ສຳເລັດທຸກໜ້າທີ່, ສົມເປັນກຳລັງແກ່ນສານທີ່ເຂັ້ມ ແຂງຂອງການປະຕິວັດ, ເປັນ ເຄື່ອງມືອັນແຫຼມຄົມຂອງພັກ. ຈາກນັ້ນກໍໄດ້ເລີ່ມພິທີສວນສະໜາມຂອງກ້ອນກຳລັງສະແດງແຕ່ລະກ້ອນ ແລະ ຊົມການສະ ສະແດງໂດດຈ້ອງທາງອາກາດ ປະກອບທຸງຊາດ,ທຸງພັກ ແລະ ທຸງກາ 70 ປີ ກອງທັບປະຊາ ຊົນລາວນັກໂດດຈ້ອງທັງໝົດ 19 ສະຫາຍ. ໂດຍ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ