ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ວພກ ແລະ ກອງພັນໃຫຍ່ 941 ຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2019-01-25 09:43:39 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 50 | ຄວາມນິຍົມ:



ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ ຢູ່ວິທະຍາຄານພະ ລາທິການກອງທັບ ( ວພກ )ແລະ ກອງພັນໃຫຍ່ 941 ໄດ້ຈັດຂຶ້ນໃນວັນທີ 24 ມັງກອນ 2019 ນີ້, ໃນພິທີສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ, ວພກ ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ພົນຕີ ວົງຄຳ ພົມມະວົງ ກໍາມະການຄະນະ ປະຈໍາພັກກະຊວງ, ຫົວໜ້າກົມໃຫຍ່ພະລາທິ ການກອງທັບ ແລະຢູ່ກອງພັນໃຫຍ່941 ໂດຍການ ເຂົ້າຮ່ວມຂອງ ທ່ານ ພົນຕີ ສອນທອງ ພົມ ລາວົງ ກຳມະການຄະນະພັກກະຊວງ ປ້ອງກັນປະ ເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງ ທັບ, ຕາງໜ້າຄະນະນຳກະ ຊວງປ້ອງກັນປະເທດ,ມີຄະນະ ພັກ-ຄະນະບັນຊາກົມ,ກອງ, ຫ້ອງ ການ, ອຳນາດການປົກຄອງ ເມືອງ, ບ້ານ, ພະນັກງານ, ຄູ ອາຈານ, ທະຫານ, ຕຳຫຼວດ ແລະ ນ້ອງ ນ້ອຍເຍົາວະຊົນ, ນັກຮຽນ-ນັກສຶກສາຕະຫຼອດຮອດມວນ ຊົນອ້ອມຂ້າງວິທະຍາຄານ ແລະ ກອງພັນໃຫຍ່ 941 ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍໃນພິທີທີ່ມີຄວາມໝາຍສຳຄັນນີ້ ຢູ່ແຕ່ລະກົມກອງໄດ້ຮັບຟັງບົດປາໄສຈາກຄະນະຮັບຜິດຊອບງານ ສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີເພື່ອທົບທວນຫວນ ຄືນເຖິງປະຫວັດມູນເຊື້ອ, ຄວາມ ໝາຍຄວາມສຳຄັນຂອງ ວັນສ້າງ ຕັ້ງກອງທັບປະຊາຊົນ ລາວ ໂດຍ ແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງຢູ່ເຂດຕາ ແສງລາວຮຸ່ງ, ເມືອງຊຽງຄໍ້, ແຂວງຫົວພັນ. ນັບແຕ່ນັ້ນມາ ກອງທັບເຮົາໄດ້ເຄື່ອນໄຫວໂຄສະ ນາຂົນຂວາຍປະຊາຊົນບັນດາ ເຜົ່າເຂົ້າຮ່ວມການປະຕິວັດລາວ, ທັງປັບປຸງກໍ່ສ້າງກຳລັງ ທັງຕໍ່ ສູ້ຕ້ານອິດທິກຳລັງປໍລະປັກຈັກ ກະພັດຕ່າງດ້າວທັງເກົ່າ ແລະ ໃໝ່ ຢ່າງອົງອາດກ້າຫານຈົນສາ ມາດຍາດເອົາເອກະລາດອຳນາດ ອະທິປະໄຕ ແລະ ຜືນແຜ່ນ ດິນອັນຄົບຖ້ວນຂອງຊາດ ແລະ ສະຖາປະນາຂຶ້ນເປັນປະເທດ ສາທາລະນະລັດ ປະຊາທິປະ ໄຕ ປະຊາຊົນລາວ ຢ່າງສະຫງ່າ ຜ່າເຜີຍໃນວັນທີ 2 ທັນວາ 1975. ນັບແຕ່ນັ້ນມາກອງທັບເຮົາກໍໄດ້ປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທັງປັບປຸງກໍ່ສ້າງກຳລັງທັງເຝິກ ແອບຮໍ່າຮຽນການເມືອງ, ການ ທະຫານ, ວິຊາສະເພາະເຕັກນິກ, ທັງເພີ່ມພູນຜະລິດຜົນປູກຝັງ-ລ້ຽງສັດ, ປັບປຸງສະຖານທີ່ຄ້າຍ ຄູ, ສ້າງເສດຖະກິດເພື່ອແກ້ໄຂຊີວິດການເປັນຢູ່ຂອງກົມກອງ ໃຫ້ນັບມື້ມີຄວາມກ້າວໜ້າໃຫ້ ກາຍ ເປັນກອງທັບທີ່ມີແບບແຜນ ທັນສະໄໝ, ພາຍຫຼັງສໍາເລັດ ການ ປາໄສກໍໄດ້ຮັບຊົມການເດີນ ຂະບວນສວນສະໜາມຂອງກ້ອນ ທຸງໄຊ, ກ້ອນຫ້ອງການອົບຮົມ, ກ້ອນອົງການ, ກ້ອນຫ້ອງພະລາ ທິການ, ກ້ອນວິທະຍາຄານ, ກ້ອນນັກສຶກສາກອງພັນທີ 1, ກ້ອນນັກສຶກສາກອງພັນທີ 2, ກ້ອນສະຫະພັນແມ່ຍິງ. ເຊິ່ງທັງ ໝົດນັ້ນສະແດງໃຫ້ເຫັນເຖິງ ບາດກ້າວການເຕີບໃຫຍ່ຂະ ຫຍາຍຕົວຂອງກອງທັບຕະ ຫຼອດ ໄລຍະ 70 ປີ ເຊິ່ງເຕັມໄປ ດ້ວຍຄວາມໝາຍຄວາມສໍາຄັນ ແລະ ເປັນຂະບວນຟົດຟື້ນກວ້າງ ຂວາງ. ໂດຍ: ນາລີ + ເພັດ ສົມນໍວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ