ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 941 ເຂົ້າອວຍພອນພະນັກງານ-ບຳນານ
ເວລາອອກຂ່າວ: 2019-01-28 09:50:38 | ຜູ້ຂຽນ : ໂກແລ້ມ ອະໄພຍະວົງ | ຈຳນວນຄົນເຂົ້າຊົມ: 37 | ຄວາມນິຍົມ:



ເນື່ອງໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ, ໃນຕອນເຊົ້າວັນທີ 16 ມັງກອນ 2019 ທີ່ຜ່ານມານີ້, ພັນເອກ ສອນແກ້ວ ຜາລີທອງ ເລຂາຄະນະພັກ ຫົວໜ້າການ ເມືອງກອງພັນໃຫຍ່ 641 ພ້ອມ ດ້ວຍຄະນະ ແລະ ອົງການຈັດຕັ້ງ ມະຫາຊົນຊາວໜຸ່ມ-ແມ່ຍິງ ແລະ ພະນັກງານທີ່ກ່ຽວຂ້ອງໄດ້ນຳ ເອົາກະຕ່າຂອງຂວັນເຂົ້າອວຍ ພອນໃຫ້ແກ່ບັນດາພະນັກງານ ອາວຸໂສ-ບຳນານ ຂອງກອງພັນ ໃຫຍ່ 641. ພັນເອກ ສອນແກ້ວ ຜາລີທອງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະ ບັນຊາ, ພະນັກງານ-ນັກຮົບ ທົ່ວ ກອງພັນໃຫຍ່ 641 ກໍໄດ້ກ່າວ ຄຳອວຍພອນມາຍັງບັນດາພະ ນັກງານອາວຸໂສ-ບຳນານຈົ່ງມີ ສຸຂະພາບແຂງແຮງ, ມີຄວາມ ສຸກໃນຊີວິດສ່ວນຕົວ ແລະ ຄອບ ຄົວ, ສືບຕໍ່ເປັນແບບຢ່າງທີ່ດີໃຫ້ ພະນັກງານ-ນັກຮົບ ຄົນຮຸ່ນຫຼັງ ແລະ ຈະສືບຕໍ່ປະຕິບັດໜ້າການ ເມືອງອັນໜັກໜ່ວງແຕ່ມີກຽດອັນ ສູງສົ່ງທີ່ພະນັກງານອາວຸໂສ-ບຳ ນານ ຮຸ່ນກ່ອນໄດ້ສ້າງໄວ້ນັ້ນໃຫ້ ດີພ້ອມນຳໄປຈັດຕັ້ງຜັນຂະຫຍາຍ ໃຫ້ເຂົ້າສູ່ລວງເລິກ ແລະ ພ້ອມ ກັນປົກປັກຮັກສາ ແລະ ສ້າງສາ ພັດທະນາກົມກອງຂອງຕົນໃຫ້ ມີສະຖຽນລະພາບທາງດ້ານ ການເມືອງ, ສັງຄົມມີຄວາມສະ ຫງົບປອດໄພໃນທຸກດ້ານ, ສືບຕໍ່ ຊີ້ນຳ-ນຳພາປັບປຸງກໍ່ສ້າງກົມ ກອງໃຫ້ມີຄວາມເຂັ້ມແຂງໃນ ທຸກດ້ານ ແລະ ໃຫ້ກາຍເປັນກອງ ປອດໃສ,ເຂັ້ມແຂງ,ໜັກແໜ້ນ ເທື່ອລະກ້າວ. ໂດຍ: ກອງເພັດ ຄຳມາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ