ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 13 ພະຈິກ 2026

  

ຄວາມຮູ້ສຶກຂອງຊັ້ນຄົນຕ່າງໆຕໍ່ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2019-01-29 10:00:21 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 2005 | ຄວາມນິຍົມ:



ທ່ານ ພົນຈັດຕະວາ ຄອນສະຫວັນ ມິ່ງຈໍາປາບານ, ຮອງຫົວໜ້າກົມໃຫຍ່ເຕັກ ນິກກອງທັບ, ສະແດງຄວາມຮູ້ສຶກ ເນື່ອງໃນໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີວ່າ: ກອງທັບປະຊາຊົນລາວຜ່ານມາໄດ້ປັບປຸງຕົນເອງ ຢ່າງຮອບດ້ານໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງທາງ ດ້ານການຈັດຕັ້ງ, ເຂັ້ມງວດທາງດ້ານລະບຽບວິໄນ, ກ້າວຂຶ້ນສ້າງກອງທັບໃຫ້ມີແບບແຜນແລະ ທັນສະໄໝກາຍເປັນກໍາລັງຫຼັກແຫຼ່ງຂອງການປະຕິວັດໄລຍະໃໝ່ໃຫ້ແກ່ປະເທດຊາດ ເພື່ອກ້າວຂຶ້ນສັງ ຄົມນິຍົມ. ຕະຫຼອດໄລຍະ 70 ປີ ໃນການປັບປຸງກໍ່ສ້າງກໍາລັງໃນໄລຍະ ຜ່ານມາກອງທັບປະຊາຊົນລາວເວລາໃດກໍຢູ່ພາຍໃຕ້ການນໍາພາເດັດຂາດໂດຍກົງສະນັ້ນໃນໂອກາດທີ່ເປັນສິລິມຸງຄຸນຂອງກອງທັບປະຊາຊົນລາວ ອີກ ເທື່ອໜຶ່ງຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນອັນສຸດຊຶ້ງມາຍັງບັນ ດາພະນັກງານນັກຮົບປະຕິວັດຜູ້ໄດ້ຍອມເສຍສະຫຼະຊີວິດອິນຊີຂອງ ຕົນໃນແປວໄຟປະຕິວັດຜ່ານມາ, ຂໍສະແດງຄວາມຮູ້ບຸນຄຸນມາຍັງ ພະນັກງານປະຕິວັດຜູ້ອາວຸໂສທີ່ໄດ້ອຸທິດອົງປະກອບກາຍອິນຊີ ຂອງຕົນເພື່ອປະເທດຊາດ ເພື່ອການປະຕິວັດ, ເພື່ອໃຫ້ກອງທັບຂອງ ພວກເຮົາກ້າວມາເຖິງວັນນີ້, ຂໍສະແດງຄວາມຮູ້ບຸນຄຸນ ແລະ ຂໍຢໍ້າ ເຖິງຄວາມຈົງຮັກພັກດີຕໍ່ພັກ, ຕໍ່ການປະຕິວັດ ຕໍ່ຜູ້ນໍາພັກ-ລັດໃນແຕ່ ລະຮຸ່ນທີ່ໄດ້ອົບຮົມບົ່ມສອນຊີ້ນໍາ-ນໍາພາກອງທັບໃນແຕ່ລະຍຸກແຕ່ ລະສະໄໝໃຫ້ຜ່ານຜ່າໄດ້ທຸກອຸປະສັກນາໆປະການ, ສ້າງກອງທັບ ກ້າວຂຶ້ນເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ, ດ້ວຍຈິດໃຈປະຕິວັດອັນ ໝັ້ນແກ່ນຈົງຮັກພັກດີຕໍ່ການປະຕິວັດ. ໃນນາມນາຍທະຫານຮຸ່ນສືບ ທອດ ຂ້າພະເຈົ້າຂໍປະຕິຍານວ່າຈະເຮັດທຸກສິ່ງທຸກຢ່າງເພື່ອສະ ແດງອອກເຖິງຄວາມຈົງຮັກພັກດີຂອງຕົນທີ່ມີຕໍ່ພັກ-ຕໍ່ການປະຕິ ວັດ, ຕໍ່ກອງທັບປະຊາຊົນລາວ ຄືກັບຫຼາຍໆຄັ້ງທີ່ຂ້າພະເຈົ້າເຄີຍໄດ້ ເປັນກຽດຢືນຕໍ່ໜ້າທຸງຊາດນໍາພາຮູບແຖວຮ້ອງຄໍາປະຕິຍານ 8 ຂໍ້ຂອງກອງທັບດ້ວຍຈິດໃຈມຸ້ງໝັ້ນ..... ຈະນໍາພາ-ບັນຊາຜັນຂະ ຫຍາຍຢ່າງມີຄວາມຮັບຜິດຊອບເປັນເຈົ້າການໃນການເຮັດໜ້າທີ່ ຂອງຕົນທີ່ໄດ້ຮັບການມອບໝາຍ, ໂດຍສະເພາະແມ່ນພັດທະນາຂະ ແໜງການເຕັກນິກກອງທັບກ້າວຂຶ້ນຕາມຄໍາຂວັນທີ່ວ່າ: ເພິ່ງຕົນ ເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ນອກຈາກນັ້ນ ກໍຂໍຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງປະຊາຊົນ ພົນລະເມືອງລາວທຸກ ທົ່ວໜ້າໃນຕໍ່ໜ້ານີ້ຂໍໃຫ້ສືບຕໍ່ອຸ້ມຊູຍູ້ໜູນຊ່ວຍເຫຼືອກໍ່ສ້າງກອງທັບປະ ຊາຊົນລາວໃຫ້ກ້າວຂຶ້ນໄປຢ່າງບໍ່ຢຸດຢັ້ງ ຮຽກຮ້ອງມາຍັງນາຍ ແລະ ພົນທະຫານກອງທັບປະຊາຊົນລາວພວກເຮົາທຸກທົ່ວໜ້າ ຈົ່ງຕັ້ງໜ້າອອກແຮງຝຶກຝົນຫຼໍ່ຫຼອມຕົນເອງຕາມຄໍາຂັວນທີ່ວ່າ: ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກໜ້າທີ່. ຮອບດ້ານຂອງພັກ, ກອງທັບເຮົາຈາກວັນນັ້ນຈົນເຖິງວັນນີ້ໄດ້ຜ່ານຜ່າທຸກອຸປະສັກທີ່ ຫຍຸ້ງຍາກນາໆປະການ, ໄດ້ເສຍສະຫຼະເລືອດເນື້ອຊີວິດອິນຊີຂອງພະນັກງານ-ນັກຮົບ ປະຕິວັດບໍ່ຈັກ ວ່າເທົ່າໃດເພື່ອແລກເອົາວັນນີ້ມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ