ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ໂຮງໝໍສູນກາງ 103 ກອງທັບ ສະຫຼຸບຍ້ອງຍໍຜົນງານ ຂອງຄະນະຊ່ຽວຊານ ໂຮງໝໍຊີຈິງ ກອງທັບປົດປ່ອຍປະຊາຊົນຈີນ
ເວລາອອກຂ່າວ: 2022-05-16 09:33:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 118 | ຄວາມນິຍົມ:



ວັນທີ 11 ພຶດສະພາ ນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີສະຫຼຸບ ແລະ ຍ້ອງຍໍ ຜົນງານຂອງຄະນະຊ່ຽວຊານ ໂຮງໝໍຊີຈິງ ມະຫາວິທະຍາໄລ ການແພດທະຫານອາກາດ ກອງ ທັບປົດປ່ອຍປະຊາຊົນຈີນ ຊຸດທີ VI ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ກໍາມະການຄະນະປະຈໍາພັກກະ ຊວງ ຮອງລັດຖະະມົນຕີກະຊວງ ປ້ອງກັນປະເທດ, ມີຄະນະນໍາ ກົມໃຫຍ່ພະລາທິການກອງທັບ, ກົມເສນາຮັກ, ຫ້ອງວ່າການ ກະຊວງ, ຄະນະຊ່ຽວຊານໂຮງ ໝໍຊີຈິງ, ຄະນະພັກ-ຄະນະອໍາ ນວຍການ, ຄະນະຫ້ອງ ແລະ ພະ ແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນພິທີ ສະຫາຍ ຮສຈດຣ ໄຊ້ກົວຊີ້ງ ຫົວໜ້າຄະນະຊ່ຽວ ຊານ ໄດ້ມີຄໍາເຫັນວ່າ: ຕະຫຼອດ ໄລຍະ 6 ເດືອນທີ່ມາປະຈໍາຢູ່ໂຮງ ໝໍສູນກາງ 103 ກອງທັບ ຄະ ນະຊ່ຽວຊານໄດ້ສຸມທຸກຄວາມ ພະຍາຍາມປະກອບສ່ວນເຂົ້າໃນ ຜົນສໍາເລັດລວມຂອງໂຮງໝໍສູນກາງ 103 ກອງທັບ ໃນການ ຊີ້ນໍາ ແລະ ເປັນທີ່ປຶກສາໃຫ້ແກ່ ແພດໝໍກອງທັບປະຊາຊົນລາວ ເປັນຕົ້ນແມ່ນການຜ່າຕັດ, ການ ກວດພະຍາດຄົນເຈັບ ແລະ ຊີ້ນໍາ ວຽກງານພະຍາບານ ເປັນຫຼັກ ສາມາດບໍລິການກວດພະຍາດ ຄົນເຈັບເຂດນອກ ແລະ ເຂົ້ານອນ ປິ່ນປົວໄດ້ທັງໝົດ 2.000 ເທື່ອ ຄົນ, ຮັບປະກັນສຸຂະພາບໃຫ້ນາຍ ທະຫານຂັ້ນສູງ ແລະ ຄອບຄົວໄດ້ 200 ກວ່າເທື່ອຄົນ, ກວດພະຍາດ ຄົນເຈັບຜ່ານເຄື່ອງສື່ສານທາງ ໄກໄດ້ 40 ກວ່າຄັ້ງ, ກວດພະຍາດ ຄົນເຈັບແບບສິດສອນ 30 ຄັ້ງ, ຂຶ້ນຫ້ອງສິດສອນພາກທິດສະດີ ແລະ ປະຕິບັດຕົວຈິງ 40 ຄັ້ງ, ຜ່າຕັດ 70 ກວ່າກໍລະນີ. ໃນນັ້ນ ໄດ້ຜ່າຕັດຄົນເຈັບທີ່ເປັນກ້ອນ ເບົ້າຮັງໄຂ່ຂະໜາດໃຫຍ່ໃຫ້ຄົນ ເຈັບທີ່ມີອາຍຸ 90 ປີ, ຜ່າຕັດກ້ອນ ເບົ້າສະໝອງເຂດເທມໂປລາໃນ ຄົນເຈັບທີ່ເປັນຊັກບ້າໝູຮ້າຍ ແຮງ, ຜ່າຕັດກ້ອນເບົ້າແອ້ສັນຫຼັງ ໃຫ້ແມ່ມານ, ຜ່າຕັດກ້ອນເບົ້າສະ ໝອງກີຣໂອມາຂະໜາດໃຫຍ່ໃຫ້ ຄົນເຈັບທີ່ເປັນເດັກນ້ອຍ, ຜ່າຕັດ ປ່ຽນຂໍ່ໃຫ້ຄົນເຈັບທີ່ມີອາຍຸ 84 ປີ ແລະ ຜ່າຕັດກະດູກສັນຫຼັງແບບ ບາດແຜນ້ອຍ. ນອກຈາກນີ້, ຄະນະຊ່ຽວຊານຍັງໄດ້ຊ່ວຍທ່ານໝໍໂຮງໝໍສູນກາງ 103 ກອງທັບ ຜ່າຕັດຍົກມົດລູກຜ່ານກ້ອງສ່ອງ, ຜ່າຕັດມະເຮັງປາກມົດລູກ, ຜ່າ ຕັດມະເຮັງຊ່ອງຄອດນອກ, ຜ່າ ຕັດມະເຮັງຮັງໄຂ່ແບບແບ່ງໄລ ຍະ, ເຊີດຊູຄົນເຈັບເລືອດໄຫຼຫຼາຍ ຫຼັງເກີດລູກ ແລະ ຜ່າຕັດໃຫ້ຄົນ ເຈັບຖືພາ ມີກ້ອນເບົ້າແອ້ສັນຫຼັງບໍລິເວນກ້ານຄໍ. ສະຫາຍ ພັນເອກ ປອ ສະ ແຫວງໄຊ ດາລາສາດ ຫົວໜ້າ ການທະຫານໂຮງໝໍສູນກາງ 103 ກອງທັບ ໄດ້ມີຄໍາເຫັນວ່າ: ຕະຫຼອດໄລຍະການປະຕິບັດໜ້າ ທີ່ເຫັນໄດ້ວ່າ ຄະນະຊ່ຽວຊານ ໄດ້ນໍາເອົາບັນດາເຕັກນິກໃໝ່ທີ່ທັນສະໄໝເຂົ້າມານໍາໃຊ້ໃນໂຮງໝໍສູນກາງ 103 ກອງທັບເຊັ່ນ: ການຜ່າຕັດຜ່ານທໍ່ພະຍາດມະ ເຮັງປາກມົດລູກໄລຍະແຜ່ລາມ, ການຜ່າຕັດຜ່ານທໍ່ຍົກມົດລູກ, ການຜ່າຕັດກ້ອນເບົ້າໃນສະໝອງ ຢູ່ເຂດເລິກ ຢູ່ໃນຕໍາແໜ່ງສໍາຄັນ ແລະ ການປິ່ນປົວພະຍາດຫົວໃຈ. ພ້ອມນີ້ ຄະນະຊ່ຽວຊານຍັງໄດ້ ມີຄວາມພະຍາມຍາມ ແລະ ຕັ້ງ ໃຈສູງໃນການສ້າງແຜນການ ເຮັດວຽກ, ອອກແບບສ້າງຫ້ອງ ເຝິກອົບຮົມວຽກງານພະຍາບານ, ແນະນໍາປະຕິບັດບັນດາເຕັກນິກ ການພະຍາບານຢ່າງລະອຽດ ແລະ ເກັບກໍາການກວດກາ, ສອບ ເສັງ, ຕີລາຄາປະເມີນຜົນຄຸນນະ ພາບຂອງພະຍາບານຢູ່ໃນໂຮງ ໝໍສູນກາງ 103 ກອງທັບ ແລະ ສາມາດຢັ້ງຢືນພະຍາບານດີເດັ່ນ ໄດ້ 40 ສະຫາຍ. ນອກນັ້ນ, ຍັງ ຂຶ້ນຫ້ອງແລກປ່ຽນດ້ານເອກະສານຕ່າງໆ, ມອບປຶ້ມຮູບແບບ PDF, ວີດີໂອ, ເຄື່ອງປິ່ນເຕີ 3D ທີ່ແທດເໝາະກັບສະພາບການ ເຮັດວຽກຕົວຈິງໃຫ້ແກ່ໂຮງໝໍ ສູນກາງ 103 ກອງທັບ ອັນໄດ້ປະ ກອບສ່ວນສໍາຄັນເຮັດໃຫ້ໂຮງໝໍ ສູນກາງ 103 ກອງທັບສາມາດ ເຮັດສໍາເລັດໜ້າທີ່ການເມືອງ ຂອງຕົນ. ຈາກຜົນງານດັ່ງກ່າວ ນັ້ນ, ລັດຖະມົນຕີກະຊວງປ້ອງ ກັນປະເທດ ໄດ້ຕົກລົງມອບຫຼຽນ ໄຊພິລະອາດຫານຊັ້ນ III ໃຫ້ແກ່ ຄະນະຊ່ຽວຊານໂຮງໝໍຊີຈິງ ຊຸດ ທີ VI ຈໍານວນ 10 ສະຫາຍ ແລະ ມອບໃບຍ້ອງຍໍຂອງໂຮງໝໍສູນ ກາງ 103 ກອງທັບ ໃຫ້ແກ່ຄະ ນະຊ່ຽວຊານດັ່ງກ່າວເຊັ່ນດຽວ ກັນ ໂດຍການມອບຂອງ ສະຫາຍ ພົນຕີ ວົງຄໍາ ພົມມະກອນ ຮອງ ລັດຖະມົນຕີກະຊວງປ້ອງກັນ ປະເທດ. ໂອກາດດັ່ງກ່າວ, ສະຫາຍ ພົນຕີ ວົງຄໍາ ພົມມະກອນ ໄດ້ມີ ຄໍາເຫັນຫຼາຍບັນຫາຕໍ່ຄະນະ ຊ່ຽວຊານ ພ້ອມກັນສືບຕໍ່ໃຫ້ ການຊ່ວຍເຫຼືອວຽກງານອົບຮົມ ພະນັກງານ-ແພດໝໍ, ຊ່ວຍເຫຼືອ ທາງດ້ານເຕັກນິກ-ວິທະຍາສາດ ການແພດ, ວິຊາການສະເພາະ ທີ່ກ່ຽວຂ້ອງໃຫ້ແກ່ພະນັກກງານວິຊາການໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ເພື່ອຍົກສູງຄຸນນະພາບໃນການປິ່ນປົວໃຫ້ທຽບເທົ່າກັບສາກົນ, ປະຕິບັດສັນຍາຮ່ວມມືຂອງກະຊວງປ້ອງກັນປະເທດ, ຂອງກົມກອງກັບບັນດາ ສະຫາຍຊ່ຽວຊານ ສປ ຈີນ ໃນ ການຊ່ວຍເຫຼືອທາງດ້ານບົດ ຮຽນ, ທິດສະດີຫຼັກການ ແລະ ການນໍາໃຊ້ວັດຖຸ-ອຸປະກອນທາງ ການແພດ. ບັນດາຜົນງານການ ຊ່ວຍເຫຼືອຂອງຄະນະຊ່ຽວຊານ ແພດຄັ້ງນີ້ ໄດ້ປະກອບສ່ວນເຂົ້າ ໃນການເພີ່ມພູນຄູນສ້າງສາຍ ພົວພັນຮ່ວມມືອັນເປັນມູນເຊື້ອ ລະຫວ່າງສອງພັກ, ສອງກອງ ທັບ ລາວ-ຈີນ ທີ່ເປັນມູນເຊື້ອ ອັນດີງາມມາແຕ່ດົນນານນັ້ນ ໃຫ້ ຈະເລີນງອກງາມຍິ່ງໆຂຶ້ນ. ໂດຍ: ອາຄົມ ສີພາລາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ