ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ານນຳແຂວງໄຊສົມບູນ ລົງພົບປະຢ້ຽມຢາມອ້າຍນ້ອງທະຫານຢູ່ບັນດາປ້ອມ
ເວລາອອກຂ່າວ: 2019-01-29 10:46:16 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 349218895 | ຄວາມນິຍົມ:



ໃນວັນທີ 19 ມັງກອນ 2019 ຜ່ານມານີ້, ທ່ານ ບຸນຜັນ ພົມມະ ຈັນ ຄະນະປະຈຳພັກແຂວງປະ ທານກວດກາພັກແຂວງໄຊສົມ ບູນ ພ້ອມດ້ວຍຄະນະ ໄດ້ລົງ ເຄື່ອນໄຫວພົບປະຢ້ຽມຢາມ ອ້າຍນ້ອງທະຫານປະຈຳປ້ອມ ໃນແຕ່ລະຈຸດພາຍໃນແຂວງໄຊ ສົມບູນ ເນື່ອງໃນໂອກາດວັນສຳ ຄັນຂອງຊາດ ຂອງພັກ ກໍຄືວັນ ສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ. ການພົບປະຢ້ຽມຢາມໃນຄັ້ງນີ້ ແມ່ນສະແດງໃຫ້ເຫັນຄວາມເປັນ ຫ່ວງເປັນໃຍຕໍ່ອ້າຍນ້ອງທະຫານ ທີ່ກຳລັງປະຕິບັດໜ້າທີ່ເຮັດວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ, ປົກປັກຮັກສາເຂດນ້ຳ ແດນ ດິນຂອງຊາດຢູ່ເຂດຫ່າງໄກ ສອກຫຼີກ ເຊິ່ງໃນໂອກາດນີ້, ການ ນຳແຂວງໄຊສົມບູນ ກໍໄດ້ອວຍ ພອນໃຫ້ອ້າຍນ້ອງທະຫານຈົ່ງມີ ສຸຂະພາບເຂັ້ມແຂງປະສົບຜົນສຳ ເລັດ ໃນໜ້າທີ່ວຽກງານຂອງຕົນ. ໃນການລົງພົບປະຄັ້ງນີ້ການ ນຳແຂວງໄຊສົມບູນ ກໍໄດ້ມອບ ເຄື່ອງອຸປະໂພກ-ບໍລິໂພກຈຳ ນວນໜຶ່ງໃຫ້ແກ່ອ້າຍນ້ອງທະ ຫານອີກດ້ວຍ. ໂດຍ: ມະລິສຸພັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ