ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າກົມຊ່າງແສງລົງກວດກາໂຄງການກໍ່ສ້າງ ຍົກລະດັບເສັ້ນທາງແຕ່ບ້ານແກແລ, ພະໂພ, ຫ້ວຍຕຽງຫຽງ
ເວລາອອກຂ່າວ: 2022-05-17 08:37:39 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 110 | ຄວາມນິຍົມ:



ວັນທີ 11 ພຶດສະພາ 2022 ນີ້, ສະຫາຍ ພົນຈັດຕະວາ ວຽງ ໄຊ ໄຊສະໝອນ ຫົວໜ້າກົມຊ່າງ ແສງ ກົມໃຫຍ່ເສນາທິການກອງ ທັບ ພ້ອມດ້ວຍຄະນະທີມງານ ວິຊາການໄດ້ລົງຊີ້ນຳກວດກາ ໂຄງການກໍ່ສ້າງຍົກລະດັບເສັ້ນ ທາງແຕ່ບ້ານແກແລ, ພະໂພ, ຫ້ວຍຕຽງຫຽງ, ໂດຍມີຄະນະ ພັກ-ຄະນະບັນຊາ, ພະນັກງານ-ນັກຮົບ, ທີມງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ຮ້ອຍເອກ ລາຕີ ສົມ ຈັນມະວົງ ຄະນະຮັບຜິດຊອບ ໂຄງການກໍ່ສ້າງກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບໄດ້ ລາຍງານຄວາມຄືບໜ້າຂອງໂຄງ ການກໍ່ສ້າງທະລຸ ແລະ ຍົກລະ ດັບເສັ້ນທາງແຕ່ບ້ານແກແລ, ພະ ໂພ, ຫ້ວຍຕຽງຫຽງ ( ຫຼັກ ໝາຍ 68 ) ຊ່ວງທີ1, ຊ່ວງທີ 2 ຢູ່ ເມືອງປະທຸມພອນ ແຂວງຈໍາປາ ສັກ, ຊ່ວງທີ1 ມີໄລຍະທາງ32 ກິໂລແມັດ, ກວ້າງ 6 ແມັດ ປະ ເພດ ຊັ້ນ 5 ເຊິ່ງໄດ້ຜ່ານການສໍາ ຫຼວດຕົວຈິງຕາມມາດຕະຖານ ຂອງກະຊວງໂຍທາທິການອອກ ແບບ ໂດຍນຳໃຊ້ທຶນຂອງລັດຖະ ບານແຫ່ງສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ 100%. ເຈົ້າຂອງໂຄງການແມ່ນ ກົມໃຫຍ່ເສນາທິການກອງທັບ ກະຊວງປ້ອງກັນປະເທດ ແລະ ມອບໃຫ້ກອງພັນກໍ່ສ້າງຂົວ-ທາງ 587 ເປັນຜູ້ຮັບເໝົາກໍ່່ສ້າງ ຊ່ວງທີ 1 ມີໄລຍະທາງ 32 ກິ ໂລແມັດ ແລະ ບໍລິສັດ ພີແອວພີ ກໍ່ສ້າງ ຂົວ-ທາງ ຊ່ວງທີ 2 ມີ ໄລຍະທາງ 32 ກິໂລແມັດ ແລະ ມີກໍານົດເວລາໃນການກໍ່ສ້າງ 4 ປີ ເຊິ່ງໄດ້ເລີ່ມລົງມື້ກໍ່ສ້າງມາແຕ່ ວັນທີ 5 ສິງຫາ 2021 ເປັນຕົ້ນ ມາ, ໄລຍະຄໍ່າປະກັນໂຄງການກໍ່ ສ້າງ 12 ເດືອນ ແລະ ກໍານົດການ ຊໍາລະໃຫ້ຫົວໜ່ວຍຮັບເໝົາແມ່ນ 6 ປີ, ສະຫາຍ ພັນຕີ ໜູ່ຄໍາ ຜາ ລິຄັນ ຄະນະຮັບຜິດຊອບວິຊາ ການປະຈໍາພາກສະໜາມຊ່ວງ ທີ 1 ກອງພັນກໍ່ສ້າງ ຂົວ-ທາງ 587 ຍັງໃຫ້ຮູ້ຕື່ມອີກວ່າ: ໂຄງການກໍ່ ສ້າງຍົກລະດັບເສັ້ນທາງແຕ່ບ້ານ ແກແລ, ພະໂພ, ຫ້ວຍຕຽງຫຽງ ຊ່ວງທີ1ແມ່ນພວກເຮົາຫຍັງຈະ ໄດ້ສຶບຕໍຄື: ການສຳຫຼວດອອກ ແບບ ແລະ ປັກຫຼັກໝາຍກໍ່ສ້າງ ແຕ່ກິໂລແມັດ 16+000 ຫາ 18+000, ສຶບຕໍ່ອານາດຸດລອກ ແຕ່ກິໂລແມັດ 25+000 ຫາ 28+100, ສຶບຕໍ່ຮື້ຖອນຕົ້ນໄມ້ ແຕ່ກິໂລແມັດ 25+000 ຫາກິໂລ ແມັດ 28+000, ສຶບຕໍ່ລົງດິນ ກໍ່ສ້າງຊັ້ນວັດສະດຸຄັດເລືອກ ເທິງຊັ້ນທາງແຕ່ກິໂລແມັດ 25+000+100, ສຶບຕໍ່ເຈາະ ຄວາມແໜ້ນພາກສະໜາມແຕ່ ກິໂລແມັດ 25+000 ຫາ ກິໂລ ແມັດ 28+100 ແລະ ສຶບຕໍ່ກໍ່ ສ້າງທໍ່ຫຼ່ຽມ 2 ຈຸດຢູ່ກິໂລແມັດ 18+180 ເຂດຫ້ວຍຍາງ ແລະ ກິໂລແມັດ 23+180 ເຂດຫ້ວຍ ປາເຂັງ. ໂອກາດດຽວກັນນີ້, ສະຫາຍ ພົນຈັດຕະວາ ກອງແກ້ວ ວໍລະ ຈິດ ຫົວໜ້າຫ້ອງການເມືອງກົມ ໃຫຍ່ເສນາທິການກອງທັບພ້ອມຄະນະຍັງໄດ້ນຳເຄື່ອງວັດຖຸປັດ ໃຈຈຳນວນໜຶ່ງໄປຊຸກຍູ້ຂະບວນ ການກໍ່ສ້າງເສັ້ນທາງໃຫ້ພະນັກ ງານ-ນັກຮົບ ກອງພັນກໍ່ສ້າງຂົວ- ທາງ 587 ທີ່ພວມປະຕິບັດໜ້າທີ່ຢູ່ພາກສະໜາມເຂດທຸລະກັນດ່ານອີກຈໍານວນໜຶ່ງ ໂດຍ: ນັກຮົບຊ່າງແສງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ