ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງໄຊຍະບູລີ ຫັດແອບຍິງເປົ້າໝາຍດ້ວຍລູກປືນແທ້
ເວລາອອກຂ່າວ: 2022-05-17 08:38:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 99 | ຄວາມນິຍົມ:



ວັນທີ 12 ພຶດສະພາ 2022 ນີ້, ກອງບັນຊາການທະຫານ ແຂວງໄຊຍະບູລີ ໄດ້ຈັດຕັ້ງຫັດ ແອບຍິງເປົ້າໝາຍດ້ວຍລູກປືນ ແທ້ໃຫ້ນັກເຝິກອົບຮົມວຽກງານ ສຶກສາປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບເປົ້າໝາຍ 3 ແຂວງໄຊຍະບູລີ ຊຸດທີ 1 ຢູ່ທີ່ສະ ໝາມຫັດແອບຍິງປືນຂອງໂຮງ ຮຽນນາຍສິບ ປກສ ຊັ້ນຕົ້ນເລກ 2 ແຂວງໄຊຍະບູລີ, ໂດຍການ ເຂົ້າຮ່ວມຂອງ ສະຫາຍ ພົນຈັດ ຕະວາ ກູດ ພົມມາ ຫົວໜ້າການ ທະຫານກອງບັນຊາການທະ ຫານແຂວງໄຊຍະບູລີ, ມີຄະນະພັກ-ຄະນະບັນຊາ, ແຂກຖືກເຊີນ ແລະ ນັກເຝິກອົບຮົມເຂົ້າຮ່ວມ. ການຈັດຕັ້ງຫັດແອບຍິງເປົ້າ ໝາຍດ້ວຍລູກປືນແທ້ໃນຄັ້ງນີ້ ກໍ ເພື່ອເປັນການທົບທວນຄືນດ້ານ ທິດສະດີ, ຫຼັກການ ແລະ ພາກປະ ຕິບັດຕົວຈິງໃຫ້ມີຄວາມຊຳນິຊຳ ນານ ໃນການກຽມພ້ອມເຮັດໜ້າ ທີ່ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແລະ ທັງເປັນການຍົກລະ ດັບຄວາມຮູ້, ຄວາມສາມາດໃຫ້ ນັກເຝິກອົບຮົມໄດ້ຮັບຮູ້, ເຂົ້າໃຈ ທາງດ້ານສີລະປະຍຸດ-ຍຸດທະວິ ທີໃນການຈັດເປົ້າໝາຍ, ທຳລາຍ ເປົ້າໝາຍ ແລະ ການນຳໃຊ້ອາ ວຸດ-ກະສຸນເຂົ້າໃນໜ້າທີ່ວຽກ ງານຕົວຈິງໃຫ້ສູງຂຶ້ນ. ການຍິງ ເປົ້າໝາຍດ້ວຍລູກປືນແທ້ໃນ ຄັ້ງ ນີ້ໄດ້ແບ່ງອອກເປັນ 2 ປະເພດຄື: ປະເພດປືນ AK ໄລຍະຍິງ 100 ແມັດ ແລະ ປືນສັ້ນ K- 54 ໄລ ຍະຍິງ 25 ແມັດ, ຜ່ານການຍິງ ຕົວຈິງສາມາດຄັດເລືອກປະເພດ ເກັ່ງ 8,82%, ກາງ 20,58%, ຄາດໝາຍ 50%, ຊະນິດປືນສັ້ນ K-54 ປະເພດເກັ່ງ 17 %, ກາງ 17 %, ຄາດໝາຍ 44,1 %, ຜ່ານ ການອົບຮົມຕົວຈິງເຫັນວ່າໄດ້ ຮັບຜົນສໍາເລັດຕາມແຜນການ ແລະ ຮັບປະກັນໄດ້ຄວາມປອດໄພ 100%. ຂ່າວ: ສົມຈີນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ