ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ
ເວລາອອກຂ່າວ: 2022-05-17 08:40:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 957 | ຄວາມນິຍົມ:



ວັນທີ 14 ພຶດສະພາ 2022 ນີ້, ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ໄດ້ຈັດພິທີ ມອບ-ຮັບ ອັດຖິທະຫານອາສາສະ ໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນສະໄໝສົງ ຄາມຢູ່ເຂດນະຄອນຫຼວງວຽງ ຈັນກັບຄືນປະເທດຈຳນວນ 2 ອັດ ຖິ. ໂດຍມີ ສະຫາຍ ພົນຈັດຕະ ວາ ສີພອນ ຈັນສົມວົງ ຫົວໜ້າ ຄະນະປະຕິບັດງານພິເສດນະ ຄອນຫຼວງວຽງຈັນ, ມີ ສະຫາຍ ເລ ຫງັອກ ເຈົ໋າ ຮອງປະທານສະ ພາປະຊາຊົນ ຫົວໜ້າຄະນະຜູ້ ແທນແຂວງ ຮາຕິ້ງ ສສ ຫວຽດ ນາມ, ມີສະຫາຍ ພົນຈັດຕະວາ ໄພ ວັນ ຈັນທະພົມມາ ຫົວໜ້າການ ເມືອງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ, ມີຄະນະປະຕິບັດງານພິເສດ ທັງສອງຝ່າຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີພາກສ່ວນຕ່າງໆກໍໄດ້ ເຂົ້າວາງພວງມາລາ ຈໍານວນ 17 ຄະນະໃນນັ້ນມີ: ການນໍານະ ຄອນຫຼວງວຽງຈັນ, ຄະນະປະ ຕິບັດງານພິເສດ, ຄະນະປະຕິ ບັດງານພິເສດແຂວງຮາຕິ້ງ, ຫ້ອງການທີ່ປຶກສາທູດປ້ອງກັນ ຊາດຫວຽດນາມ ປະຈໍາ ລາວ, ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ, ກອງບັນຊາ ການປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ, ສະຫະ ພັນນັກຮົບເກົ່ານະຄອນຫຼວງ ວຽງຈັນ, ຄະນະປົກຄອງເມືອງ ສັງທອງ, ກອງບັນຊາການທະ ຫານເມືອງສັງທອງ, ກອງບັນ ຊາການທະຫານເມືອງສີໂຄດ ຕະບອງ, ກອງບັນຊາການທະ ຫານເມືອງສີສັດຕະນາກ, ກອງ ບັນຊາການທະຫານເມືອງຫາດ ຊາຍຟອງ, ກອງບັນຊາການທະ ຫານເມືອງໄຊເສດຖາ, ກອງບັນ ຊາການທະຫານເມືອງຈັນທະ ບູລີ, ກອງບັນຊາການທະຫານ ເມືອງນາຊາຍທອງ, ກອງບັນຊາ ການທະຫານເມືອງໄຊທານີ ແລະ ກອງບັນຊາການທະຫານເມືອງ ປາກງື່ມ. ໂດຍປະຕິບັດຕາມສັນ ຍາຂອງ 2 ລັດຖະບານ ແລະ ບົດບັນທຶກຊ່ວຍຈໍາລະຫວ່າງ 2 ຄະນະປະຕິບັດງານພິເສດ ລາວ-ຫວຽດນາມ ກ່ຽວກັບການ ຊອກຫາ ແລະ ຂຸດຄົ້ນອັດຖິທະ ຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ທີ່ເສຍຊີວິດໃນ ປາງສົງຄາມຢູ່ລາວ ເວົ້າລວມ, ເວົ້າສະເພາະ ແມ່ນຢູ່ນະຄອນ ຫຼວງວຽງຈັນ ແລະ ດ້ວຍການ ປະສານງານກັນແໜ້ນລະຫວ່າງ ຄະນະປະຕິບັດງານພິເສດຂອງ ກອງບັນຊາການທະຫານນະ ຄອນຫຼວງວຽງຈັນ ກັບຄະນະປະ ຕິບັດງານພິເສດ ແຂວງຮາຕິ້ງ ເຊິ່ງເລີ່ມມາແຕ່ປີ 2000 - 2021 ສາມາດຂຸດຄົ້ນໄດ້ 125 ອັດຖິ ແລະ ໄດ້ມອບ-ຮັບ ຈັດສົ່ງແລ້ວ, ສະເພາະປີ 2022 ນີ້ ໜ່ວຍງານ ຊອກຄົ້ນ ແລະ ຂຸດຄົ້ນໄດ້ລົງມື ປະຕິບັດຕົວຈິງສາມາດຂຸດຄົ້ນ ໄດ້ 2 ອັດຖິຢູ່ໃນຂອບເຂດບ້ານ ຫີນສິ່ວ ແລະ ບ້ານກົ້ວ ເມືອງສັງ ທອງ ນະຄອນຫຼວງວຽງຈັນ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ສີພອນ ຈັນສົມວົງ ຫົວ ໜ້າຄະນະປະຕິບັດງານພິເສດນະ ຄອນຫຼວງວຽງຈັນ ແລະ ສະຫາຍ ເລ ຫງັອກ ເຈົ໋າ ຮອງປະທານ ສະພາປະຊາຊົນ ຫົວໜ້າຄະນະ ຜູ້ແທນແຂວງຮາຕິ້ງ ສສ ຫວຽດ ນາມ ກໍໄດ້ລົງນາມ ເຊັນບົດບັນ ທືກການມອບ-ຮັບເຊິ່ງກັນ ແລະ ກັນ. ໂດຍມີການນໍາທັງສອງຝ່າຍ ແລະ ພາກສວນກ່ຽວຂ້ອງເຂົ້າ ຮ່ວມເປັນສັກຂິພະຍານ ແລະ ຈັດ ພິທີສົ່ງອັດຖິຂອງທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດ ນາມ ກັບຄືນປະເທດຢ່າງສົມ ກຽດ. ໂດຍ: ສຸລິຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ