ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສໍາມະນາປື້ມຄູ່ມື ການດໍາເນີນຄະດີອາຍາໃນຖັນແຖວກອງທັບ
ເວລາອອກຂ່າວ: 2022-05-17 08:41:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 602 | ຄວາມນິຍົມ:



ວັນທີ 16 ພຶດສະພາ 2022 ນີ້, ອົງການໄອຍະການທະຫານ ຂັ້ນສູງ ໄດ້ຈັດກອງປະຊຸມສໍາມະ ນາປື້ມຄູ່ມືການດໍາເນີນຄະດີອາ ຍາໃນຖັນແຖວກອງທັບ ໂດຍ ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສີໄຫວ ໄມພອນ ຮອງຫົວໜ້າອົງການໄອຍະການ ປະຊາຊົນສູງສຸດ, ຫົວໜ້າອົງການ ໄອຍະການທະຫານຂັ້ນສູງກອງ ທັບ, ມີຄະນະພັກ-ຄະນະບັນຊາ ອົງການໄອຍະການທະຫານຂັ້ນ ສູງ, ສານທະຫານຂັ້ນສູງ, ກົມ ປ້ອງກັນພາຍໃນກອງທັບ, ອົງ ການໄອຍະການທະຫານພາກ ກາງ, ກອງບັນຊາການທະຫານ ນະຄອນຫຼວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນເອກ ລັດສະໝີ ຂັນອາສາ ຮ້ອງຫົວໜ້າອົງການໄອຍະການທະຫານຂັ້ນສູງກອງທັບ ໄດ້ໃຫ້ຮູ້ວ່າ: ໃນໄລຍະຜ່ານ ມາການກະທໍາຜິດຂອງນາຍ ແລະ ພົນທະຫານ ແລະ ບຸກຄົນ ທາງນອກ ກອງທັບໃນຄະດີອາ ຍາ ຢູ່ກອງທັບປະຊາຊົນລາວ ແມ່ນນັບມື້ເພີ່ມຂຶ້ນ, ດັ່ງນັ້ນ, ໃນ ການຈັດຕັ້ງປະຕິບັດວຽກງານດັ່ງ ກ່າວຜ່ານມາແມ່ນອີງໃສ່ແຕ່ບັນ ດາກົດໝາຍວ່າດ້ວຍການດຳເນີນ ຄະດີອາຍາ ແລະ ກົດໝາຍ ອື່ນ ທີ່ກ່ຽວຂ້ອງເຫັນວ່າບາງອັນຍັງ ມີຄວາມຫຍຸ້ງຍາກ ເນື່ອງຈາກ ວ່າກົດໝາຍວ່າດ້ວຍການດໍາເນີນ ຄະດີອາຍາຍັງບໍ່ທັນກຳນົດແຈ້ງ ໃນຂອບເຂດການດຳເນີນຄະດີ ອາຍາໃນກອງທັບ, ການດໍາເນີນ ຄະດີກ່ຽວກັບອຸປະຕິເຫດ, ຂັ້ນ ຕອນການແຍກສໍານວນຄະດີ ອາຍາກ່ຽວກັບການກະທຳຜິດ ຮ່ວມລະຫວ່າງປະຊາຊົນກັບນາຍ ແລະ ພົນທະຫານ ແລະ ບຸກຄົນ ອື່ນໆ, ສະນັ້ນ, ເພື່ອເຮັດໃຫ້ການ ດໍາເນີນຄະດີອາຍາໃນກອງທັບ ໃຫ້ມັນຄົບຖ້ວນຮອບດ້ານ, ພາ ວະວິໃສ ແລະ ທັນກັບກໍານົດເວ ລາທີ່ກົດໝາຍກໍານົດໄວ້ ອົງການ ໄອຍະການທະຫານຂັ້ນສູງ ຈຶ່ງ ເຫັນໄດ້ຄວາມສຳຄັນ ແລະ ຈຳ ເປັນ, ດັ່ງນັ້ນ, ຈຶ່ງໄດ້ແຕ່ງຕັ້ງຄະ ນະຮັບຜິດຊອບຂຽນປື້ມເຫຼັ້ມນີ້ ຂຶ້ນມາແຕ່ ປີ 2017 ເຊິ່ງແຕ່ລະ ທ່ານໄດ້ຄົ້ນຄວ້າ ແລະ ຮຽບຮຽງ ຈາກບັນດາເອກະສານ ກົດໝາຍ ແລະ ປື້ມຫຼັກສູດວຽກງານໄອຍະ ການປະຊາຊົນ ເພື່ອເປັນບ່ອນ ອີງ ແລະ ດັດປັບໃຫ້ສອດຄ່ອງກັບ ວຽກງານຍຸຕິທຳສະເພາະໃນ ກອງທັບ ແລະ ນໍາໃຊ້ໄດ້ໃນພາກ ຕົວຈິ່ງ ແລະ ມາຮອດປີ 2019 ການຄົ້ນຄ້ວາ ແລະ ຂຽນປື້ມດັ່ງ ກ່າວແມ່ນໄດ້ສໍາເລັດຕາມແຜນ ການໂດຍການປະກອບສ່ວນຢ່າງ ຕັ້ງໜ້າຂອງພະນັກງານໄອຍະ ການທະຫານ, ພາກສ່ວນສານ ທະຫານຂັ້ນສູງ, ກົມປ້ອງກັນພາຍ ໃນກອງທັບ ແລະ ກົມກົດໝາຍກະ ຊວງປ້ອງກັນປະເທດ, ປື້ມຄູ່ມື ການດໍາເນີນຄະດີອາຍາໃນກອງທັບນີ້ມີທັງໝົດ 7 ພາກ, 14 ບົດ ປະກອບດ້ວຍ ເນື້ອໃນທີ່ເປັນທັງ ຫຼັກການດໍາເນີນຄະດີອາຍາ, ເປັນທັງທິດສະດີ, ບົດຮຽນຕົວຈິງ ແລະ ກໍານົດກົນໄກປະສານງານ ກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອ ໃຫ້ນາຍ ແລະ ພົນທະຫານປະຕິ ບັດໜ້າທີ່ໃນຂົງເຂດວຽກງານ ຍຸຕິທໍາຂອງກອງທັບ ມີຄວາມສາມາດນໍາໃຊ້ປຶ້ມຄູ່ມືນີ້ເຂົ້າໃນ ການປະຕິບັດໜ້າທີ່ວຽກງານ ຂອງຕົນ ທີ່ໄດ້ຮັບມອບໝາຍ ແລະ ເປັນບ່ອນອີງພື້ນຖານໃນການ ດໍາເນີນຄະດີອາຍາຢ່າງມີ ປະສິດ ທິຜົນໃນຕໍ່ໜ້າ. ໂດຍ: ອາຫວຸ້ນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ