ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນແຂວງເຊກອງ ເປີດບັ້ນອົບຮົມ-ຫັດແອບ
ເວລາອອກຂ່າວ: 2022-05-18 09:17:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 309 | ຄວາມນິຍົມ:



ວັນທີ 11 ພຶດສະພາ 2022, ໂຮງຮຽນການທະຫານທ້ອງ ຖິ່ນແຂວງເຊກອງ ໄດ້ເປີດບັ້ນ ອົບຮົມ-ຫັດແອບການເມືອງ, ການທະຫານ ແລະ ພະລາທິ ການ-ເຕັກນິກ ໃຫ້ທະຫານໃໝ່ ຊຸດທີ 23 ປະຈຳປີ 2022, ໂດຍ ການເປັນປະທານຂອງ ສະຫາຍ ພັນເອກ ທອງສີ ກຸນສະນະ ຫົວ ໜ້າການທະຫານ ກອງບັນຊາ ການທະຫານແຂວງເຊກອງ, ມີຄະນະພັກ-ຄະນະບັນຊາ ອົງ ການ 5 ຫ້ອງ, ຫ້ອງການ ປກຊ-ປກສ, ຄະນະອຳນວຍ ການໂຮງຮຽນ, ພະແນກການ ກ່ຽວຂ້ອງ, ພະນັກງານ, ຄູ-ອາຈານ ແລະ ນັກຮຽນ ເຂົ້າຮ່ວມ. ສະຫາຍ ພັນໂທ ແສງເພັດ ພິວັນນ້ອຍ ຮອງຫົວໜ້າຫ້ອງ ເສນາທິການ ກອງບັນຊາການ ທະຫານແຂວງເຊກອງ ໄດ້ຜ່ານ ຂໍ້ຕົກລົງຂອງກອງບັນຊາການ ທະຫານແຂວງເຊກອງ ວ່າດ້ວຍ ການອົບຮົມ-ຫັດແອບການ ເມືອງ, ການທະຫານ ແລະ ພະ ລາທິການ-ເຕັກນິກ ໃຫ້ທະຫານ ໃໝ່ ຊຸດທີ 23 ປະຈໍາປີ 2022, ໃຫ້ຮູ້ວ່າ: ການຈັດຕັ້ງອົບຮົມ-ຫັດແອບໃນຄັ້ງນີ້, ແມ່ນປະຕິ ບັດຕາມຄຳສັ່ງແນະນຳຂອງກົມ ໃຫຍ່ເສນາທິການກອງທັບ ວ່າ ດ້ວຍ ການອົບຮົມ-ຫັດແອບ ໃຫ້ ທະຫານໃໝ່ ເພື່ອແນໃສ່ປັບປຸງ ລະບຽບແບບແຜນເຝິກຝົນກຳ ລັງແຮງກາຍ ປະຈຳປີ 2022 ເພື່ອຈັດຕັ້ງຜັນຂະຫຍາຍຄຳ ສັ່ງອົບຮົມ ປະຈຳປີ 2022 ຂອງ ກົມໃຫຍ່ເສນາທິການກອງທັບ ວາງອອກ ໃຫ້ເປັນຮູບປະທຳເຂົ້າໃນການຈັດຕັ້ງປະຕິບັດຕົວຈິງໃຫ້ຖືກຕ້ອງຄົບຖ້ວນ ແລະ ເປັນການຍົກສູງທາງດ້ານລະດັບຄວາມຮູ້, ຄວາມສາມາດ ດ້ານສິລະປະຍຸດ-ຍຸດທະວິທີ ໃຫ້ພະນັກງານ-ນັກ ຮົບ ເວົ້າລວມ, ເວົ້າສະເພາະ ກໍຄື ທະຫານໃໝ່ ໃຫ້ມີພິກໄຫວ ຄ່ອງແຄ້ວຮັບປະກັນໃນການ ກຽມພ້ອມສູ້ຮົບໃນທຸກສະພາບ ເງື່ອນໄຂ. ເພື່ອເປັນການກະ ຕຸກຊຸກຍູ້ ໃຫ້ພະນັກງານ-ນັກ ຮົບ ໃນແຕ່ລະຂັ້ນກຳແໜ້ນໃຫ້ ໄດ້ທາງດ້ານທິດສະດີ-ຫຼັກການ ການອົບຮົມ-ຫັດແອບ ພ້ອມ ກັນຈັດຕັ້ງປະຕິບັດຂໍ້ກຳນົດ, ກົດ ລະບຽບຢ່າງເຂັ້ມງວດ, ມີຄວາມ ຊໍານິຊໍານານ ຮັບປະກັນເຮັດໃຫ້ ສະພາບການພາຍໃນຂອບເຂດ ຮັບຜິດຊອບຂອງກົມກອງມີ ຄວາມສະຫງົບປອດໄພ. ໂອກາດດັ່ງກ່າວ, ຍັງໄດ້ຜ່ານ ແຜນການອົບຮົມ-ຫັດແອບການ ເມືອງ, ການທະຫານ ແລະ ພະ ລາທິການ-ເຕັກນິກ. ໃນນີ້, ຈະໄດ້ ອົບຮົມພາກການເມືອງ 4 ວັນ ເທົ່າກັບ 28 ຊົ່ວໂມງ, ການທະ ຫານ 54 ວັນ ເທົ່າກັບ 378 ຊົ່ວໂມງ ແລະ ພະລາທິການ-ເຕັກ ນິກ 3 ວັນ ເທົ່າກັບ 21 ຊົ່ວໂມງ. ໂດຍ: ກອງຄໍາ ຈິ່ງດ້າຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ