ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຜົ້ງສາລີ ສະຫຼຸບວຽກງານພະລາທິການ ແລະ ການເງິນ
ເວລາອອກຂ່າວ: 2022-05-19 09:15:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 409 | ຄວາມນິຍົມ:



ໃນລະຫວ່າງວັນທີ 10-11 ພຶດສະພາ 2022, ກອງບັນຊາ ການທະຫານແຂວງຜົ້ງສາລີ, ໄດ້ດໍາເນີນກອງປະຊຸມສະຫຼຸບ ວຽກງານພະລາທິການ 5 ປີ (2017-2021) ແລະ ວາງທິດ ທາງແຜນການ 5 ປີ (2022-2026), ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ທິດ ແກ້ວ ພົມປັນຍາ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງຜົ້ງສາລີ, ມີ ຄະນະພັກ-ຄະ ນະບັນຊາອົງການ 5 ຫ້ອງ, ພະ ແນກການທີ່ກ່ຽວຂ້ອງ, ກົມກອງແລະ ຜູ້ທີ່ເຮັດວຽກງານພະລາ ທິການ-ການເງິນ ທົ່ວທະຫານ ແຂວງຜົ້ງສາລີ ເຂົ້າຮ່ວມ. ສະຫາຍ ພັນໂທ ບຸນຈັນ ທອງອ່ອນປະເສີດ ຮັກສາການ ຫົວໜ້າຫ້ອງພະລາທິການກອງ ບັນຊາການທະຫານແຂວງຜົ້ງ ສາລີ, ໄດ້ຜ່ານບົດສະຫຼຸບວຽກ ງານພະລາທິການ ໃນໄລຍະ 5 ປີ (2017-2021) ຜ່ານມາ ໃຫ້ ຮູ້ວ່າ: ຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ ຜົ້ງສາລີ ໄດ້ຖືເອົາການສຶກສາ ອົບຮົມການເມືອງ-ນໍາພາແນວ ຄິດໃຫ້ພະນັກງານ-ນັກຮົບ ເປັນ ກົກໂດຍການນໍາເອົາຂໍ້ກໍານົດ, ກົດລະບຽບ, ມະຕິຄໍາສັ່ງຕ່າງໆ ມາຈັດຕັ້ງເຊື່ອມຊຶມ ໃຫ້ພະນັກ ງານ-ນັກຮົບ ຮັບຮູ້ເຂົ້າໃຈຕໍ່ແນວ ທາງນະໂຍບາຍຂອງພັກ ກົດ ໝາຍຂອງລັດ, ມີແນວຄິດອຸ່ນ ອຽນທຸ່ນທ່ຽງ ແລະ ປະຕິບັດໜ້າ ທີ່ຂອງຕົນຢ່າງມີຄວາມຮັບຜິດ ຊອບສູງ, ວຽກງານຮັບປະກັນ ທາງດ້ານພະລາທິການ ໃນການ ຮັບປະກັນຊີວິດການເປັນຢູ່, ຄຸ້ມ ຄອງລ້ຽງດູທັບສາມາດເກັບຊື້ ເຂົ້າກິນໄດ້ 781.342 ກິໂລກຼາມ, ຊີ້ນ-ພືດຜັກ 245.586 ກິ ໂລກຼາມ, ຮັບເຄື່ອງອຸປະໂພກ-ບໍລິໂພກ 58 ລາຍການ, ວຽກ ງານເຊື້ອໄຟໄດ້ຮັບ ແລະ ເບີກ ຈ່າຍອັດຕານໍ້າມັນເຊື້ອໄຟ ໃຫ້ ບັນດາກົມກອງປົກກະຕິ, ວຽກ ງານເສນາຮັກໄດ້ຮັບຄົນເຈັບ ພາຍນອກ ແລະ ເຂົ້ານອນປິ່ນປົວ ຢູ່ໂຮງໝໍທັງໝົດ 29.438 ເທື່ອຄົນ, ສັກຢາວັກຊີນປ້ອງກັນ ໂຄວິດ-19 ທັງໝົດ 2.544 ຄົນ, ທົ່ວທະຫານແຂວງມີພະນັກ ງານ-ນັກຮົບ ທີ່ມີສຸຂະພາບແຂງ ແຮງກວມ 99,95%, ວຽກງານ ກໍ່ສ້າງ-ຄຸ້ມຄອງຊັບສິນ ມີຫ້ອງ ການອາຄານຫ້ອງການຖາວອນ 172 ຫຼັງ, ເຄິ່ງຖາວອນ 196 ຫຼັງ, ຊົ່ວຄາວ 92 ຫຼັງ, ວຽກງານ ຜະລິດກະສິກໍາເປັນສິນຄ້າໄດ້ຊຸກ ຍູ້ສົ່ງເສີມການປູກ-ການລ້ຽງ ຕາມທ່າແຮງບົ່ມຊ້ອນຂອງກົມ ກອງ ສາມາດປູກພືດຜັກສວນ ຄົວໄດ້ 245.586 ກິໂລກຼາມ, ພືດທີ່ເປັນສິນຄ້າ 74.178 ກິໂລ ກຼາມ, ຕົ້ນໄມ້ກິນໝາກເກັບກູ້ໄດ້ 3.091 ກິໂລກຼາມ, ປູກຕົ້ນໄມ້ອຸດ ສາຫະກໍາ 1.553 ຕົ້ນ, ສັດລ້ຽງ ປະເພດງົວ-ຄວາຍ 265 ໂຕ, ແບ້-ໝູ 294 ໂຕ, ສັດປີກ 1.803 ໂຕ, ສັດນໍ້າ 10.200 ໂຕ; ລວມ ລາຍຮັບຈາກການຜະລິດ ກະສິ ກໍາ ແລະ ອຸດສາຫະກໍາ ທັງໝົດ 734.612.000 ກີບ. ໂອກາດດຽວກັນນີ້, ສະຫາຍ ພັນໂທ ວົງຈັນ ວໍພະໄຊ ຫົວໜ້າ ພະແນການເງິນ ກອງບັນຊາການ ທະຫານແຂວງຜົ້ງສາລີ, ກໍໄດ້ ຜ່ານບົດສະຫຼຸບວຽກງານການ ເງິນໃນທົ່ວທະຫານແຂວງຜົ້ງສາ ລີ ປະຈໍາປີ 2021 ທີ່ຜ່ານມາ ໃຫ້ ຮູ້ວ່າ: ທາງພະແນກການເງິນ, ໄດ້ນໍາພາພະນັກງານທີ່ເຮັດວຽກ ງານການເງິນ ປະຕິບັດໜ້າທີ່ ຕາມພາລະບົດບາດ, ສິດໜ້າທີ່ ຂອງຕົນຕາມລະບຽບການຢ່າງ ເຂັ້ມງວດ, ແບ່ງໜ້າທີ່ຄວາມຮັບຜິດຊອບຢ່າງຈະແຈ້ງ, ມີຄວາມ ເປັນເອກະພາບກັນທາງດ້ານ ວິຊາສະເພາະ, ທີ່ເປັນເສນາທິ ການຄຸ້ມຄອງລາຍຮັບ-ລາຍ ຈ່າຍຄິດໄລ່ເງິນເດືອນ ແລະ ເງິນ ເຄື່ອນໄຫວວຽກງານ ດ້ານຕ່າງໆ ຖືເອົາວຽກງານກວດກາເປັນ ສໍາຄັນ ແລະ ມີການສະຫຼຸບລາຍ ງານເພື່ອເຮັດໃຫ້ມີຄວາມໂປ່ງ ໃສ, ຖືກຕ້ອງ, ວ່ອງໄວ ແລະ ທັນ ສະໄໝ. ພ້ອມກັບການປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂເສດຖະກິດການເງິນ; ເຊິ່ງ ປີ 2021 ມີລາຍຮັບທັງໝົດ 88.869.951.500 ກີບ ແລະ ລາຍຈ່າຍ 88.866.601.500 ກີບ. ສະຫາຍ ພົນຈັດຕະວາ ທິດ ແກ້ວ ພົມປັນຍາ, ໄດ້ກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ ຄະນະ ຫ້ອງພະລາທິການ ແລະ ພະນັກ ງານທີ່ເຮັດວຽກງານການເງິນ ທົ່ວທະຫານຫານແຂວງຜົ້ງສາລີ ທີ່ສາມາດສ້າງໄດ້ຜົນງານຫຼາຍ ດ້ານ ໃນໄລຍະຜ່ານມາ. ພ້ອມທັງ, ຮຽກຮ້ອງໃຫ້ຄະນະພັກ-ຄະນະ ບັນຊາ ກົມກອງສືບຕໍ່ສຶກສາອົບ ຮົມການເມືອງ-ນໍາພາແນວ ໃຫ້ພະນັກງານທີ່ເຮັດວຽກພະລາທິການນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້, ໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ ຄຽງຄູ່ກັບການຊຸກຍູ້ການຜະລິດຕາມທ່າແຮງບົ່ມຊ້ອນຂອງກົມກອງ, ເປັນເຈົ້າການໃນການປົກ ປັກຮັກສາພາຫະນະເຕັກນິກ, ອາວຸດລູກກະສຸນ, ປັບປຸງຄ້າຍຄູ່ ໃຫ້ມີຄວາມສະອາດງາມຕາ, ກໍ່ ສ້າງກຳລັງດ້ານວິຊາສະເພາະ ໃຫ້ເຂັ້ມແຂງໄດ້ທັງປະລິມານ ແລະ ຄຸນນະພາບເພື່ອປັບປຸງແກ້ ໄຂຊີວິດການເປັນຢູ່ຂອງພະນັກ ງານ-ນັກຮົບ ຕາມທິດນໍາເພິ່ງ ຕົນເອງ, ກຸ້ມຕົນເອງ ແລະ ສ້າງ ຄວາມເຂັ້ມແຂງດ້ວຍຕົນເອງ. ໂດຍ: ທອງສຸກ ຈັນຖະໜອມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ