ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 643 ເຊື່ອມຊຶມມະຕິກອງປະຊຸມຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII
ເວລາອອກຂ່າວ: 2022-05-19 09:35:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 202 | ຄວາມນິຍົມ:



ວັນທີ 16 ພຶດສະພາ 2022 ນີ້, ຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 643 ໄດ້ເຊື່ອມຊຶມ ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII, ໂດຍການເປັນ ປະທານ ຂອງ ສະຫາຍ ພັນເອກ ນາງ ຄຳມີ ບົດນາລີ ຮອງຫົວໜ້າຫ້ອງ ການສະຫະພັນແມ່ຍິງກະຊວງ ປ້ອງກັນປະເທດ, ມີ ສະຫາຍ ພັນໂທ ບຸນມີ ດວງມະນີຈັນ ຫົວ ໜ້າການເມືອງ ກອງພັນໃຫຍ່ 643, ມີຄະນະພັກ-ຄະນະບັນຊາ, ຜູ້ຊີ້ນຳວຽກງາານອົງການຈັດຕັ້ງ ມະຫາຊົນຢູ່ແຕ່ລະກົມກອງຂຶ້ນ ກັບ, ມີຕາງໜ້າຂະແໜງຊາວ ໜຸ່ມພ້ອມດ້ວຍສະມາຊິກແມ່ຍິງ ທົ່ວກົມກອງເຂົ້າຮ່ວມ ໃນກອງປະຊຸມໄດ້ຜ່ານເນື້ອ ໃນມະຕິກອງປະຊຸມໃຫຍ່ຜູ້ແທນ ແມ່ຍິງລາວທົ່ວປະເທດ ສະໄໝທີ VIII, ເອກະສານ ວ່າດ້ວຍ ແຜນ ພັດທະນາແມ່ຍິງກອງທັບ 5 ປີ ຄັ້ງທີ VIII (2021-2025) ວິໄສທັດ ພັດທະນາແມ່ຍິງລາວ ຮອດປີ 2035, ບົດສະຫຼຸບ ການຈັ້ງຕັ້ງປະຕິບັດຂະບວນ ການແຂ່ງຂັນ 3 ດີປະຈຳ 5 ປີ (2016-2020) ແລະ ທິດທາງ ແຜນການ 5 ປີ (2021-2025) ແລະ ຂໍ້ຕົກລົງ ວ່າດ້ວຍ ການຍ້ອງຍໍຜົນງານການຈັດຕັ້ງປະຕິບັດຂະບວນການຂໍ້ແຂ່ງຂັນ 3 ດີ ສະໄໝທີ VII. ທັງນີ້, ເພື່ອ ແນໃສ່ເຮັດໃຫ້ສະມາຊິກແມ່ຍິງ ຮັບຮູ້ເຊື່ອມຊຶມເຂົ້າໃຈແຈ້ງ ຕໍ່ເນື້ອໃນມະຕິກອງປະຊຸມດັ່ງ ກ່າວ ແລະ ພ້ອມກັນນຳມາສ້າງ ເປັນແຜນງານອັນລະອຽດ ເປັນ ແນວທາງໃນການເຄື່ອນໄຫວ ຕົວຈິງຂອງແມ່ຍິງແຕ່ລະກົມ ກອງໃຫ້ປາກົດຜົນເປັນຈິງ. ພ້ອມນີ້, ໄດ້ມອບໃບຍ້ອງຍໍ ຂອງຫ້ອງການສະຫະພັນແມ່ ຍິງ ກະຊວງປ້ອງກັນປະເທດ ໃຫ້ຄະນະພັກ-ຄະນະບັນຊາ ກອງ ພັນໃຫຍ່ 643, ຄະນະພັກ-ຄະ ນະບັນຊາກອງພັນ, ກອງຮ້ອຍ ເອກະລາດ, ຂະແໜງສະຫະພັນ ແມ່ຍິງ, ໜ່ວຍສະຫະພັນແມ່ຍິງ ຈຳນວນ 17 ໃບ ແລະ ມອບໃບ ຍ້ອງຍໍຂອງສູນກາງສະຫະພັນ ແມ່ຍິງລາວ ໃຫ້ບຸກຄົນດີເດັ່ນ ປະເພດ I ຈໍານວນ 63 ສະຫາຍ, ປະເພດ II ຈໍານວນ 15 ສະຫາຍ ຢ່າງສົມກຽດ. ໂດຍ: ຄຳໝັ້ນ ຄົງວິໄລ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ