ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 2 ເຄື່ອນໄຫວຊຸກຍູ້ວຽກງານການ ອົບຮົມ-ຫັດແອບ ຢູ່ ກອງພັນ 409
ເວລາອອກຂ່າວ: 2022-05-20 08:59:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1006 | ຄວາມນິຍົມ:



ວັນທີ 12 ພຶດສະພາ 2022, ກອງພົນທີ 2, ນໍາໂດຍ ສະຫາຍ ພັນໂທ ເຂັ້ມເພັດ ສັກສີໃຈ ຮອງ ຫົວໜ້າຫ້ອງເສນາທິການ ພ້ອມ ດ້ວຍຄະນະ ໄດ້ເຄື່ອນໄຫວຊຸກ ຍູ້ວຽກງານການອົບຮົມ-ຫັດ ແອບ ການທະຫານ, ການເມືອງ, ພະລາທິການ ແລະ ເຕັກນິກ, ຄູສອນການທະຫານ ປະຈໍາປີ 2022 ຢູ່ ກອງພັນ 409 ກອງ ພົນທີ 2. ມີ ຄະນະພັກ-ຄະນະບັນ ຊາ ຕະຫຼອດຮອດ ອະນຸກໍາມະ ການ, ຄູ-ອາຈານ ແລະ ພະນັກ ງານ-ນັກຮົບ ກອງພັນ 409 ໃຫ້ການຕ້ອນຮັບ. ໂດຍອີງຕາມຄໍາສັ່ງອົບຮົມ-ຫັດແອບ ຂອງກົມໃຫຍ່ເສນາທິ ການກອງທັບ ແລະ ຄໍາສັ່ງແນະ ນໍາຂອງກົມອົບຮົມ ວ່າດ້ວຍເນື້ອ ໃນອົບຮົມ, ກໍານົດເວລາ ແລະ ບາງວິທີການຈັດຕັ້ງອົບຮົມ ປະຈໍາປີ 2022, ອີງຕາມແຜນ ການອົບຮົມ-ຫັດແອບ, ການທະ ຫານ, ການເມືອງ, ພະລາທິການ ແລະ ເຕັກນິກ ຂອງກອງພົນທີ 2 ທີ່ໄດ້ເຊັ່ນຜ່ານອະນຸມັດ ຈາກ ຫົວໜ້າກົມໃຫຍ່ເສນາທິການ ກອງທັບ ເພື່ອເຮັດໃຫ້ການຈັດ ຕັ້ງປະຕິບັດແຜນການອົບຮົມ-ຫັດແອບ ປັບປຸງລະບຽບແບບ ແຜນ, ເຝິກຝົນກໍາລັງແຮງກາຍ ຢູ່ ກອງພັນ 409 ກໍຄື ກົມກອງ ທົ່ວກອງພົນທີ 2 ໃຫ້ມີປະສິດທິ ພາບ ແລະ ໄດ້ຮັບໝາກຜົນສູງ ນັ້ນ, ພະແນກອົບຮົມຫ້ອງເສນາ ທິການ ຈຶ່ງໄດ້ສ້າງແຜນການ ເຄື່ອນໄຫວຊຸກຍູ້ກວດກາວຽກ ງານອົບຮົມ-ຫັດແອບ ແລະ ກວດກາຄູສອນ ຢູ່ ກົມກອງ ທົ່ວກອງພົນທີ 2. ໃນການກວດກາການຈັດຕັ້ງປະ ຕິບັດຕົວຈິງຂອງບັນດາຄູ-ອາ ຈານ ແມ່ນຖືເອົາທິດສະດີຫຼັກ ການ ແລະ ພາກປະຕິບັດຕົວຈິງ ເປັນບ່ອນອີງ. ຄາດໝາຍການ ກວດກາເລັ່ງໃສ່ 5 ວຽກງານ ຄື: ວຽກງານການທະຫານ, ການ ເມືອງ, ພະລາທິການ, ເຕັກນິກ ແລະ ຄູສອນການທະຫານ ເພື່ອປັບປຸງວຽກງານ ອົບຮົມ- ຫັດແອບ ແນໃສ່ຍົກຄຸນນະພາບ ຂອງຄູສອນ ຢູ່ແຕ່ລະກົມກອງ ໃຫ້ສູງຂຶ້ນ. ໂດຍ: ຄໍາຮັກ ໄຊວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ