ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງຫຼວງພະບາງ ມອບເງິນນະໂຍບາຍອຸດໜູນ
ເວລາອອກຂ່າວ: 2022-05-20 09:00:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 561 | ຄວາມນິຍົມ:



ວັນທີ 11 ພຶດສະພາ 2022, ກອງບັນຊາການທະຫານແຂວງ ຫຼວງພະບາງ ໄດ້ມອບເງິນນະໂຍ ບາຍອຸດໜູນ ໃຫ້ພົນທະຫານ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳສອນ ໂພທິວັນ ຫົວໜ້າຫ້ອງເສນາທິ ການ ກອງບັນຊາການທະຫານ ແຂວງຫຼວງພະບາງ, ມີຄະນະ ພັກ-ຄະນະບັນຊາ, ພະແນກການ ທີ່ກ່ຽວຂ້ອງ ແລະ ພົນທະຫານທີ່ໄດ້ຮັບເງິນນະໂຍບາຍອຸດໜູນ ເຂົ້າຮ່ວມ. ສະຫາຍ ພັນໂທ ໄພວັນ ເພັງສຸວັນ ຫົວໜ້າພະແນກກຳ ລັງພົນ ຫ້ອງເສນາທິການ ໄດ້ ຜ່ານຂໍ້ຕົກລົງຂອງກົມໃຫຍ່ເສ ນາທິການກອງທັບ ວ່າດ້ວຍການ ອະນຸມັດໃຫ້ນາຍສິບ ຢູ່ກອງ ບັນຊາການທະຫານແຂວງຫຼວງ ພະບາງ ອອກອຸດໜູນບຳເນັດ, ອີງຕາມຂໍ້ກຳນົດ ວ່າດ້ວຍລະ ບຽບການຂອງນາຍສິບ ແລະ ພົນທະຫານໃນກອງທັບປະຊາ ຊົນລາວ, ອີງຕາມການຄົ້ນຄວ້າ ແລະ ນຳສະເໜີຂອງກົມກຳລັງພົນ ກົມໃຫຍ່ເສນາທິການກອງທັບ ໃນນີ້, ມີພົນທະຫານທີ່ໄດ້ຮັບ ເງິນນະໂຍບາຍອຸດໜູນ 17 ສະ ຫາຍ ລວມເງິນທັງໝົດ 365 ລ້ານກວ່າກີບ. ໂອກາດດັ່ງກ່າວ ຍັງ ໄດ້ມອບໃບອະນຸມັດການ ອອກອຸດໜູນ ນຳອີກ. ສະຫາຍ ພັນໂທ ຄຳສອນ ໂພທິວັນ ໄດ້ກ່າວວ່າ: ການມອບ ເງິນນະໂຍບາຍອຸດໜູນໃຫ້ ພົນທະຫານໃນຄັ້ງນີ້, ເພື່ອປະ ຕິບັດຕາມຂໍ້ກໍານົດ, ກົດລະ ບຽບຂອງນາຍສິບ ແລະ ເປັນນະ ໂຍບາຍຂອງພັກ-ລັດ ທີ່ມີຕໍ່ພົນ ທະຫານຜູ້ທີ່ເຮັດສໍາເລັດໜ້າທີ່ ວຽກງານໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ. ພ້ອມທັງ, ຮຽກຮ້ອງໃຫ້ພົນທະ ຫານທີ່ອອກອຸດໜູນ ພາຍຫຼັງກັບ ຄືນສູ່ທ້ອງຖິ່ນຮາກຖານຕ້ອງ ໄດ້ເປັນແບບຢ່າງທີ່ດີໃຫ້ກັບຄອບ ຄົວ ແລະ ສັງຄົມ ໃນການເຄື່ອນ ໄຫວວຽກງານຕ່າງໆໃຫ້ຖືກ ຕ້ອງຕາມລັດຖະທໍາມະນູນ ແລະ ລະບຽບກົດໝາຍບ້ານເມືອງ, ປະກອບສ່ວນຊຸກຍູ້ຊ່ວຍເຫຼືອອໍານາດການປົກຄອງທ້ອງຖິ່ນໃນການເຮັດວຽກງານ ປກຊ-ປກສ, ຖືເອົາວຽກງານດັ່ງກ່າວ ໃຫ້ກາຍເປັນໜ້າທີ່ຂອງທົ່ວປວງ ຊົນ, ສືບຕໍ່ປົກປັກຮັກສາຜົນງານ ແລະ ມູນເຊື້ອອັນດີງາມໄວ້ໃຫ້ ໝັ້ນຄົງຕະຫຼອດໄປ. ໂດຍ: ບຸນເພັງ ວົງແກ້ວມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ