ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບອຸປະກອນເຄື່ອງສຽງ-ໂທລະໂຄ່ງພາກສະໜາມ ໃຫ້ວິທະຍາຄານກົມມະດຳ
ເວລາອອກຂ່າວ: 2022-05-20 09:01:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 477 | ຄວາມນິຍົມ:



ວັນທີ 13 ພຶດສະ ພາ 2022 ນີ້, ສະຫາຍ ພັນເອກ ວິລະໄຊ ສົມສັກ ຮອງຫົວໜ້າກົມໂຄສະ ນາອົບຮົມ ກົມໃຫຍ່ການເມືອງ ກອງທັບ ພ້ອມຄະນະ, ໄດ້ຈັດພິທີ-ມອບຮັບອຸປະກອນເຄື່ອງສຽງ-ໂທລະໂຄ່ງພາກສະໜາມ ທີ່ນໍາ ໃຊ້ເຂົ້າໃນງານສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວ ຄົບຮອບ 70 ປີ ຜ່ານມາ, ໃຫ້ແກ່ວິທະຍາຄານກົມມະດໍາ ເປັນຜູ້ປົກປັກຮັກສາ ແລະ ນໍາ ໃຊ້, ຕາງໜ້າກ່າວຮັບໂດຍ ສະຫາຍ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ຫົວໜ້າການ ເມືອງ ວິທະຍາຄານກົມມະດຳ ພ້ອມດ້ວຍຄະນະພັກ-ຄະນະອຳ ນວຍການ, ພະແນກການທີ່ກ່ຽວ ຂ້ອງ ເຂົ້າຮ່ວມເປັນສັກຂີພະ ຍານ. ສະຫາຍ ພັນໂທ ກອງແກ້ວ ສອງສະໄໝ ຫົວໜ້າພະແນກ ແຜນການ-ສັງລວມກົມໂຄສະນາ ອົບຮົມ ໄດ້ຜ່ານຂໍ້ຕົກລົງຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການແຕ່ງຕັ້ງຄະນະ ມອບເຄື່ອງສຽງ-ໂທລະໂຄ່ງ ພາກສະໜາມ ທີີ່ນໍາໃຊ້ເຂົ້າໃນ ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ໃຫ້ວິທະຍາຄານ ກົມມະດຳ ເປັນຜູ້ປົກປັກຮັກສາ ແລະ ນຳໃຊ້. ເຄື່ອງສຽງທີ່ມອບ ໃຫ້ໃນຄັ້ງນີ້ປະກອບມີ: ມິກເຊີ ຍີ່ ຫໍ້ ຊາວຄັບ, ຈໍໂທລະພາບໃຫຍ່, ລຳໂພງມໍນິເຕີ, ຄອມພິວເຕີ, ຕູ້ອຸປະກອນຄຸມສັນຍານລະບົບ ເຄື່ອງສຽງ, ຕູ້ແລັກຄວບຄຸມສັນ ຍານສຽງພາກເວທີ, ຕູ້ເມນ ຄວບຄຸມໄຟຟ້າທັງໝົດໃນສະ ໜາມ, ຕູ້ເຄື່ອງໄຟ້ຄວບຄຸມສາກ ແບັກເຕີລີ, ຕູ້ເກັບໄຟ, ແກັດສຳ ຮອງ-ແກັດອຸປະກອນຕ່າງໆ, ຂາຕັ້ງໄມ, ສາຍລະບົບສັນຍານ ຕ່າງໆຮັບໃຊ້ພາກສະໜາມ, ສາຍໄຟ, ສາຍສັນຍານ, ຕູ້ລຳ ໂພງ ພ້ອມອຸປະກອນຄົບຊຸດ, ຈັກ ໄຟຟ້າ. ສະຫາຍ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ໄດ້ສະ ແດງຄວາມຂອບໃຈ ມາຍັງກົມ ໂຄສະນາອົບຮົມ ກົມໃຫຍ່ການ ເມືອງກອງທັບ ທີ່ໄດ້ຕາງໜ້າ ມາມອບອຸປະກອນເຄື່ອງສຽງ-ໂທລະໂຄ່ງ ໃນຄັ້ງນີ້, ພ້ອມທັງ ຢືນຢັນວ່າ: ຈະປົກປັກຮັກສາ ແລະ ນໍາໃຊ້ອຸປະກອນດັ່ງກ່າວ ເຂົ້າໃນວຽກງານໂຄສະນາຂ່າວ ສານຢູ່ວິທະຍາຄານກົມມະດຳ ໃຫ້ເກີດປະໂຫຍດສູງສຸດ. ໂດຍ: ບຸນເກີດ ຈັນທະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ