ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການແກ້ໄຂບັນຫາຢາເສບຕິດ ປຽບເໝືອນການຕໍ່ສູ້ໃນສະໜາມຮົບ
ເວລາອອກຂ່າວ: 2022-05-20 09:04:20 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ດັ່ງພວກເຮົາຮູ້ນໍາກັນແລ້ວ ວ່າ, ວາລະແຫ່ງຊາດ ວ່າດ້ວຍ ການຕ້ານຢາເສບຕິດ ໄດ້ຖືກ ຮັບຮອງຈາກກອງປະຊຸມສະໄໝ ວິສາມັນ ເທື່ອທີ 1 ຂອງສະພາ ແຫ່ງຊາດ ຊຸດທີ IX ທີ່ໄຂຂຶ້ນ ນັບແຕ່ວັນທີ 5 ຫາ ວັນທີ 10 ສິງ ຫາ ປີຜ່ານມາ. ເພາະສະນັ້ນ, ເພື່ອຈັດຕັ້ງຜັນ ຂະຫຍາຍວາລະດັ່ງກ່າວໃຫ້ວ່ອງ ໄວ ແລະ ມີຜົນສັກສິດ, ອົງການ ຈັດຕັ້ງ ນັບແຕ່ຂັ້ນສູນກາງຮອດ ທ້ອງຖິ່ນ ໄດ້ນຳເອົາເນື້ອໃນຈິດໃຈ ແລະ ແຜນການຈັດຕັ້ງປະຕິບັດ ວາລະດັ່ງກ່າວ ໄປຜັນຂະຫຍາຍ ເຂົ້າໃນວຽກງານຕົວຈິງຂອງຕົນ ເຊິ່ງໃນນັ້ນ ອຳນາດການປົກຄອງ ນະຄອນຫຼວງວຽງຈັນ ໄດ້ມີ ການຜັນຂະຫຍາຍຢ່າງຕັ້ງໜ້າ ພ້ອມທັງປະເມີນຜົນການຈັດຕັ້ງ ປະຕິບັດເປັນໄລຍະ ໂດຍຫຼ້າສຸດ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງ ຈັນ ໄດ້ລາຍງານສະພາບການ ຈັດຕັ້ງປະຕິບັດວຽກງານແກ້ໄຂ ບັນຫາຢາເສບຕິດ ຢູ່ນະຄອນ ຫຼວງວຽງຈັນ ວ່າ: ໄດ້ສຸມໃສ່ ແກ້ໄຂແຕ່ລະເປົ້າໝາຍ. ໃນປັດ ຈຸບັນ, ໄດ້ສໍາເລັດການຂຶ້ນບັນຊີ ເປົ້າໝາຍ ທີ່ພົວພັນກັບຢາເສບຕິດ ເຖິງ 9.000 ກວ່າເປົ້າໝາຍ ລວມ ທັງເປົ້າໝາຍ ຄ້າຂາຍຢາເສບຕິດ ລາຍໃຫຍ່, ລາຍກາງ ແລະ ລາຍ ຍ່ອຍ.ໃນນີ້, ສາມາດຮູ້ໄດ້ເຖິງຈຸດ ເປົ້າໝາຍທີ່ອໍານວຍຄວາມສະ ດວກ ແລະ ບ່ອນມົ້ວສຸມ 221 ຈຸດ. ກ່ຽວກັບການຈັດຕັ້ງຜັນຂະ ຫຍາຍວາລະແຫ່ງຊາດນີ້, ອົງ ການປົກຄອງນະຄອນຫຼວງ ວຽງຈັນ ໄດ້ສຸມໃສ່ປະຕິບັດ 3 ຫຼັກການ, 2 ຍຶດໝັ້ນ, 2 ມາດຕະ ການ ແລະ 3 ຕ້ານ ເຊິ່ງແມ່ນ ການຜັນຂະຫຍາຍຄໍາສັ່ງຂອງ ກົມການເມືອງສູນກາງພັກ ສະ ບັບເລກທີ 02/ກມສພ, ລົງວັນ ທີ 26 ກໍລະກົດ 2021 ແລະ ທິດ ນໍາຂອງລັດຖະບານ ໂດຍກໍາ ນົດອອກເປັນ 6 ຄາດໝາຍ ແລະ 6 ແຜນວຽກຈຸດສຸມ, ເປັນມາດ ຕະການຈັດຕັ້ງປະຕິບັດ, ນີ້ຄື ສົງຄາມເລີກຮື້ ຫຼື ແຜນການ ປາບປາມຂະບວນການຢາເສບ ຕິດຢູ່ນະຄອນຫຼວງວຽງຈັນ, ແຕ່ແນວໃດກໍດີ, ໃນພາລະກິດ ດຳເນີນສົງຄາມກັບຢາເສບຕິດ ຢູ່ປະເທດເຮົາບໍ່ງ່າຍ, ຍ້ອນວ່າ ເປັນຊໍາເຮື້ອມາຫຼາຍປີແລ້ວ ທັງ ມີການເຊື່ອມໂຍງ ກັບຫຼາຍຂອດ, ລາມຮອດເຈົ້າໜ້າທີ່ຂອງລັດຈຳ ນວນໜຶ່ງ ເພາະສະນັ້ນ ໃນການຈັດ ຕັ້ງຜັນຂະຫຍາຍວາລະດັ່ງກ່າວ ອາດມີການຕໍ່ສູ້ຢ່າງດຸເດືອດ ຂ້ຽວຂາດຮຸນແຮງ ຫຼື ບາງກໍລະ ນີ ອາດມີການໃຊ້ອາວຸດເສິກ ປະຈັນບານກັນປຽບເໝືອນ ການຕໍ່ສູ້ໃນສະໜາມຮົບຢ່າງ ເອົາເປັນເອົາຕາຍ. ເຖິງຢ່າງ ໃດກໍດີ, ພວກເຮົາມີຄວາມເຊື່ອ ໝັ້ນ ຕໍ່ເຈົ້າໜ້າທີ່ທຸກພາກສ່ວນ ທີ່ໄດ້ເຂົ້າຮ່ວມໃນພາລະກິດນີ້, ຄາດຄະເນວ່າໃນໄລຍະສອງປີ ເຄິ່ງຕໍ່ໜ້າພວກເຮົາຕ້ອງໄດ້ຮັບ ໄຊຊະນະຢ່າງແນ່ນອນ ດ້ວຍການ ຮ່ວມແຮງຮ່ວມໃຈກັນປະຕິບັດ. ຕໍ່ກັບການປາບປາມ ພວກ ຄ້າຂາຍຢາເສບຕິດ. ກ່ອນອື່ນໝົດ ຕ້ອງປາບແຫຼ່ງຜະລິດ ທີ່ເປັນຕົ້ນ ເຫດ. ຈາກນັ້ນ, ຈຶ່ງປາບພວກກາງ ແຖວ, ປາຍແຖວ, ກົງກັນຂ້າມຖ້າ ມີແຕ່ຊອກຫາໄລ່ຈັບ ແຕ່ບ່ອນມົ້ວ ສຸມ ກໍເປັນພຽງການແກ້ບັນຫາ ປາຍເຫດເທົ່ານັ້ນ, ໝາຍຄວາມ ວ່າຢາກແກ້ບັນຫາໄດ້ຕ້ອງເຮັດ ຢ່າງຈິງຈັງ ແລະ ລະອຽດຮອບ ຄອບທີ່ສຸດເພາະບັນຫາຢາເສບ ຕິດ ເປັນບັນຫາຫຼໍ່ແຫຼມຕ້ອງໄດ້ໃຊ້ ຄວາມມານະພະຍາມຈຶ່ຈະສາ ມາດແກ້ໄຂ ແລະ ປາບປາມ ໄດ້ຢ່າງຂາດຕົວ. ເຊິ່ງເປັນການ ປະສ່ວນເຮັດໃຫ້ປະເທດຊາດ ມີການພັດທະນາຮຸ່ງເຮືອງສີວິ ໄລ ແລະ ສັງຄົມມີຄວາມສະຫງົບ ສຸກຕາມແນວທາງຂອງພັກ-ລັດ ວາງອອກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ