ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານເມືອງຊຽງເງິນ ຈັດພິທີປະດັບຫຼຽນໄຊ ແລະ ຫຼຽນກະລະນຶກ 70 ປີ
ເວລາອອກຂ່າວ: 2019-01-30 09:16:40 | ຜູ້ຂຽນ : | ຈຳນວນຄົນເຂົ້າຊົມ: 349218896 | ຄວາມນິຍົມ:



ພິທີປະດັບຫຼຽນໄຊແຮງ ງານ ແລະ ຫຼຽນກາລະນຶກ 70 ປີໃຫ້ພະນັກງານ-ນັກຮົບ ຂອງກອງບັນຊາການທະຫານ ເມືອງຊຽງເງິນ ແຂວງຫຼວງພະ ບາງ ໄດ້ຈັດຂຶ້ນໃນວັນທີ 22 ມັງກອນ 2019 ນີ້ ໂດຍການ ເປັນປະທານຂອງທ່ານ ພົນຈັດ ຕະວາ ບຸນຊູ ດວງຄໍາມີ ຄະນະ ປະຈໍາພັກແຂວງ ຫົວໜ້າການ ເມືອງກອງບັນຊາການທະຫານ ແຂວງ, ມີທ່ານ ສາຍສະໝອນ ທິດາກອນ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງ- ເມືອງຊຽງເງິນ, ມີຄະນະພັກ- ຄະນະບັນຊາບັນດາຂະແໜງ ການອ້ອມຂ້າງເມືອງ, ຕະຫຼອດ ຮອດນາຍ ແລະ ພົນທະຫານ ພາຍໃນກົມກອງດັ່ງກ່າວເຂົ້າ ຮ່ວມ. ພັນຕີ ບຸນເພັງ ພັນພວງເພັດ ຮອງຫົວໜ້າພະແນກນະໂຍບາຍ, ຫ້ອງການເມືອງທະຫານແຂວງ ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງ ປ້ອງກັນປະເທດ ວ່າດ້ວຍການ ມອບຫຼຽນກາລະນຶກ 70 ປີໃຫ້ ແກ່ພະນັກງານ-ນັກຮົບຜູ້ທີ່ມີ ຜົນງານອາຍຸການ 15 ປີຂຶ້ນໄປ ເຊິ່ງໃນນີ້ມີ 60 ສະຫາຍ, ພ້ອມ ທັງຜ່ານຂໍ້ຕົກລົງວ່າດ້ວຍການ ປະດັບຫຼຽນໄຊແຮງງານຊັ້ນ II III ໃຫ້ກົມກອງລວມໝູ່ຈໍານວນ 2 ໜ່ວຍ, ບຸກຄົນ 3 ສະຫາຍ, ມອບຫຼຽນໄຊແຮງງານຊັ້ນ III ບຸກຄົນມີຈໍານວນ 13 ສະຫາຍ, ຫຼຽນໄຊພິລາດອາດຫານຊັ້ນ III ມີ 3 ສະຫາຍ, ຫຼຽນກາ ແຮງງານ 15 ສະຫາຍ, ມອບ ໃບຍ້ອງຍໍຂອງລັດຖະບານມີ ຈໍານວນ 26 ສະຫາຍ, ຍ້ອງຍໍ ຂອງກະຊວງປ້ອງກັນປະເທດ 29 ສະຫາຍ, ກົມໃຫຍ່ການ ເມືອງກອງທັບ 30 ສະຫາຍ. ໂດຍແມ່ນ ທ່ານ ພົນຈັດຕະວາ ບຸນຊູ ດວງຄໍາມີ ຫົວໜ້າການ ເມືອງກອງບັນຊາການທະ ຫານແຂວງ ແລະ ທ່ານ ສາຍສະ ໝອນ ທິດາກອນ ກໍາມະການ ພັກແຂວງ ເຈົ້າເມືອງ-ເມືອງຊຽງ ເງິນໄດ້ຜັດປ່ຽນກັນຂຶ້ນມອບ ຢ່າງສົມກຽດ. ໂອກາດນີ້ ທ່ານ ພົນຈັດຕະ ວາ ບຸນຊູ ດວງຄໍາມີ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກ- ຄະນະບັນຊາ, ພ້ອມດ້ວຍພະນັກ ງານ-ນັກຮົບ ຕ້ອງຍົກສູງນໍ້າໃຈ ຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນ, ຍົກສູງສະຕິເປັນເຈົ້າ ການປະຕິບັດຂໍ້ກໍານົດກົດລະ ບຽບຂອງກອງທັບ ແລະ ກົດ ໝາຍຂອງລັດໃຫ້ເຂັ້ມງວດ, ໂດຍ ສະເພາະແມ່ນການປະຕິບັດ 7 ລະບອບ 18 ວຽກໃນມື້ໜຶ່ງຂອງ ກອງທັບໃຫ້ເປັນປົກກະຕິ ແລະ ສືບຕໍ່ສຶກສາອົບຮົມການເມືອງ- ນໍາພາແນວຄິດຂອງພະນັກງານ - ນັກຮົບໃຫ້ມີແນວຄິດທີ່ໜັກແໜ້ນ, ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນ ເອງ ແລະ ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງຕາມທິດ 4 ປູກ, 4 ລ້ຽງ ເພື່ອປັບປຸງຍົກລະດັບຊີວິດ ການເປັນຢູ່ຂອງນາຍ ແລະ ພົນ ທະຫານໃຫ້ນັບມື້ດີຂຶ້ນເທື່ອລະ ກ້າວ, ຊຸກຍູ້ຂະບວນການສ້າງ ໜ່ວຍພັກປອດໃສ,ເຂັ້ມແຂງ,ໜັກ ແໜ້ນ. ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນ ເອງໃຫ້ມີຄຸນສົມບັດ, ສິນທໍາປະ ຕິວັດກໍາແໜ້ນແນວທາງນະໂຍ ບາຍຂອງພັກ, ບັນດາກົດໝາຍ ຂອງລັດ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ, ມະຕິຄໍາ ສັ່ງຂອງຂັ້ນເທິງ ແລະ ທິດທາງ ແຜນການຂັ້ນຄະນະພັກຂອງຕົນ ເພື່ອສືບຕໍ່ປະຕິບັດໜ້າທີ່ການ ເມືອງທີ່ໄດ້ຮັບມອບ-ໝາຍໃຫ້ມີ ຜົນສໍາເລັດອັນຈົບງາມ. ໂດຍ: ສົມພອນ ສຸວັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ