ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ເມືອງໂຂງ ກຽມເບ້ຍໄມ້້ເກືອບ 5 .000 ເບ້ຍ ຈະນຳໄປປູກໃນວັນປູກຕົ້ນໄມ້ແຫ່ງຊາດ
ເວລາອອກຂ່າວ: 2022-05-23 09:01:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 33 | ຄວາມນິຍົມ:



ທ່ານ ທອງໃສ ສິມຈະເລີນ ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງໂຂງ ແຂວງຈຳປາ ສັກ ໃຫ້ຮູ້ໃນວັນທີ 17 ພຶດສະ ພານີ້ວ່າ: ເພື່ອເປັນການກະກຽມ ເບ້ຍໄມ້ທີ່ຈະນຳໄປປູກໃນວັນ ປູກຕົ້ນໄມ້ແຫ່ງຊາດ ແລະ ວັນ ເດັກນ້ອຍສາກົນ 1 ມິຖຸນາ 2022 ທີ່ຈະມາເຖິງນີ້ ຫ້ອງການກະ ສິກຳ-ປ່າໄມ້ເມືອງໄດ້ກຳນົດ ແຜນກ້າເບ້ຍໄມ້ທີ່ຈະນຳມາປູກ ມີຈຳນວນທັງໝົດ 4.830 ກວ່າ ເບ້ຍ ເຊິ່ງເປັນໄມ້ອຸດສາຫະກຳ ແລະ ໄມ້ປະດັບ. ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ຍັງໃຫ້ຮູ້ຕື່ມ ວ່າ: ເມືອງໂຂງ ໄດ້ກຳນົດສະ ຖານທີ່ຈັດພິທີປູກຕົ້ນໄມ້ ເນື່ອງ ໃນວັນປູກຕົ້ນໄມ້ແຫ່ງຊາດ ຢູ່ກຸ່ມ ນາຝັ່ງ ບ້ານໂພນສະອາດ, ໂດຍກຳ ນົດເອົາປະເພດໄມ້ປ່ອງ (ໄມ້ໄຜ່) ປູກໃສ່ບໍລິເວນແຄມຫ້ວຍເຕົ້າປຸງ ແລະ ຫ້ວຍກອກ ຈຳນວນ 500 ເຫງົ້າ. ນອກຈາກນັ້ນ, ຈະໄດ້ມີ ການປູກທົດແທນ ເບ້ຍໄມ້ທີ່ຕາຍ ຕາມສະຖານທີ່ປູກເບ້ຍໄມ້ 9 ຈຸດໃນປີທີ່ຜ່ານມາ ເຊັ່ນ: ທາງ ເຂົ້າບ້ານໃໝ່ສີວິໄລ, ບ້ານພຽງດີ, ບ້ານກະດັນ, ບ້ານຫາດ, ນາ, ບ້ານໃຫຍ່ກາງໂຂງ, ບ້ານດົງ-ເວີນທອງ ແລະ ເດີ່ນບານຂອງ ເມືອງ; ພ້ອມດຽວກັນ ຈະໄດ້ ແຈກຢາຍໃຫ້ກົມກອງ, ຫ້ອງການ ອ້ອມຂ້າງເມືອງນຳໄປປູກຕາມ ສະຖານທີ່ຂອງຕົນ ຮັບຜິດຊອບ. ສຳລັບເບ້ຍໄມ້ອຸດສາຫະກຳ ທີ່ຈະນຳມາປູກໃນຄັ້ງນີ້ ປະກອບ ມີ: ໄມ້ແຕ້ຂ່າ 2 ພັນກວ່າເບ້ຍ, ໄມ້ດູ່ 2 ພັນກວ່າເບ້ຍ, ໄມ້ຍາງ 80 ກວ່າເບ້ຍ, ໄມ້ຂະຍຸງ 20 ກວ່າເບ້ຍ; ສຳລັບໄມ້ປະດັບ ປະກອບມີ: ງ່າດອກຈຳປາ 100 ກວ່າງ່າ, ກາກະເລົາ 70 ກວ່າເບ້ຍ, ມ່ວງຫິມະພານ 120 ເບ້ຍ ແລະ ເບ້ຍໄມ້ທອງອຸໄລ 80 ກວ່າເບ້ຍ. ໂດຍ: ພຸດທະສິນ ວົງວິໄລທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ