ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ມອບ-ສົ່ງ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ
ເວລາອອກຂ່າວ: 2022-05-24 10:05:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 222 | ຄວາມນິຍົມ:



ຄະນະປະຕິບັດງານພິເສດ ແຂວງສາລະວັນ ແລະ ແຂວງເຊ ກອງ ໄດ້ຈັດພິທີມອບ-ສົ່ງອັດຖິ ທະຫານອາສາສະໝັກ ແລະ ຊ່ຽວ ຊານຫວຽດນາມ ທີ່ເສຍສະຫຼະ ຊີວິດໃນປາງສົງຄາມຢູ່ລາວ ເວົ້າ ສະເພາະຢູ່ແຂວງສາລະວັນ ແລະ ແຂວງເຊກອງ ກັບຄືນປະເທດ, ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນໃນ ວັນທີ 18 ພຶດສະພານີ້, ຢູ່ທີ່ກອງບັນຊາການທະຫານແຂວງສາລະ ວັນ, ໂດຍການເຂົ້າຮ່ວມຂອງ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສູນກາງພັກເລຂາ ພັກແຂວງເຈົ້າແຂວງແຂວງສາ ລະວັນ, ສະຫາຍ ພົນຈັດຕະວາ ພູວັນ ພິມມະຈັນ ກໍາມະການຄະ ນະປະຈຳພັກແຂວງ ເລຂາຄະນະ ພັກ, ຫົວໜ້າການເມືອງກອງບັນ ຊາການທະຫານແຂວງ ປະທານ ຄະນະປະຕິບັດງານພິເສດແຂວງ ສາລະວັນ, ສະຫາຍ ພົນຈັດຕະ ວາ ສົມທອງ ດອນກັນນ້ອຍ ເລ ຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ ຮອງປະທານຄະນະປະຕິບັດ ງານພິເສດແຂວງເຊກອງ, ສະ ຫາຍ ພັນເອກ ຮ່ວງ ວັນ ເຍິນ ຮອງເລຂາຄະນະພັກ ຫົວໜ້າ ການເມືອງ ກອງບັນຊາການທະ ຫານແຂວງ ຮອງປະທານຄະນະ ປະຕິບັດງານພິເສດ 192 ແຂວງ ເທື່ອທຽນເຫວ້ ພ້ອມຄະນະ ແລະ ອຳນາດການປົກຄອງທ້ອງຖິ່ນ, ພະນັກງານທະຫານ, ຕຳຫຼວດ, ນັກຮຽນ-ນັກສຶກສາເຂົ້າຮ່ວມ. ການມອບ-ສົ່ງອັດຖິທະຫານ ອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດ ໃນປາງສົງຄາມຢູ່ລາວ ປະຈໍາປີ 2022 ນີ້ ແມ່ນປະຕິບັດຕາມແນວ ທາງນະໂຍບາຍ ແລະ ຄວາມເປັນ ທຳຂອງພັກ-ລັດຖະບານລາວ ທີ່ ມີຕໍ່ພັກ, ເພື່ອນມິດຍຸດທະສາດ ແລະ ສະແດງໃຫ້ເຫັນເຖິງຄວາມ ເອົາໃຈໃສ່ເປັນພິເສດຂອງຄະນະ ພັກ, ອຳນາດການປົກຄອງທ້ອງ ຖິ່ນ ແລະ ປະຊາຊົນບັນດາເຜົ່າ ຊາວແຂວງສາລະວັນ ແລະ ແຂວງເຊກອງ. ຕະຫຼອດໄລຍະ 6 ເດືອນຜ່ານມາ ກອງຂຸດຄົ້ນອັດຖິ 192 ສາມາດຂຸດຄົ້ນໄດ້ທັງໝົດ 16 ອັດຖິ, ໃນນັ້ນ ຂຸດຄົ້ນໄດ້ຢູ່ ແຂວງສາລະວັນມີ 13 ອັດຖິ ແລະ ແຂວງເຊກອງ 3 ອັດຖິ. ໃນ ພິທີໄດ້ວາງພວງມາລາ ແລະ ໄຫວ້ ອາໄລເຖິງດວງວິນຍານຂອງພະ ນັກງານ-ນັກຮົບທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດ ນາມ, ພ້ອມທັງມອບ-ສົ່ງອັດຖິ ຈຳນວນ 16 ອັດຖິໃຫ້ແຂວງ ເທື່ອ ທຽນ ເຫວ້ ນຳກັບຄືນປະເທດ ຢ່າງສົມກຽດ. ໃນໂອກາດນີ້, ສະຫາຍ ພົນຈັດ ຕະວາ ພູວັນ ພິມະວັນ ໄດ້ຕາງ ໜ້າໃຫ້ຄະນະພັກ, ອຳນາດການ ປົກຄອງທ້ອງຖິ່ນຂອງສອງ ແຂວງ ມີຄໍາເຫັນໃນພິທີວ່າ: ການ ມອບ-ສົ່ງອັດຖິທະຫານອາສາສະ ໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດໃນຄັ້ງນີ້ແມ່ນສຸດ ທີ່ມີຄວາມໝາຍສຳຄັນ ຍິ່ງເພາະ ຢູ່ໃນທ່າມກາງບັນຍາກາດ ທີ່ສອງ ພັກ, ສອງລັດພວມຫ້າງຫາກະ ກຽມຈັດງານລະນຶກ ແລະ ສະເຫຼີມ ສະຫຼອງວັນສ້າງຕັ້ງສາຍພົວພັນ ການທູດລະຫວ່າງລາວ-ຫວຽດ ນາມ ຄົບຮອບ 60 ປີ (5 ກັນຍາ 1962-5 ກັນຍາ 2022) ແລະ ວັນເຊັນສົນທິສັນຍາການພົວພັນ ຮ່ວມມືມິດຕະພາບ ລາວ - ຫວຽດ ນາມ ຄົບຮອບ 45 ປີ (18 ກໍ ລະກົດ 1977-18 ກໍລະກົດ 2022) ເຊິ່ງແມ່ນຂີດໝາຍສຳ ຄັນທາງດ້ານປະຫວັດສາດທີ່ ສອງປະເທດຈະໄດ້ພ້ອມກັນໂຄ ສະນາສຶກສາອົບຮົມ ໃຫ້ພະນັກ ງານ-ນັກຮົບ, ນັກຮຽນ- ນັກສຶກ ສາ, ປັນຍາຊົນທຸກຊັ້ນຄົນ ໄດ້ ຮຽນຮູ້ມູນເຊື້ອອັນພິລະອາດຫານ ສູ້ຮົບມີໄຊຂອງພັກ, ຂອງກອງທັບ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ໃນສະໄໝຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຕ່າງດ້າວຜູ້ຮຸກ ຮານ ກໍຄືການປົກປັກຮັກສາ ແລະ ພັດທະນາປະເທດຊາດ ຂອງສອງປະເທດໃນປັດຈຸບັນ. ໃນນາມການນຳພັກ-ລັດ ແລະ ໃນນາມປະຊາຊົນລາວບັນດາ ເຜົ່າ ພວກຂ້າພະເຈົ້າຈະພະຍາ ຍາມ ເຮັດສຸດຄວາມສາມາດໃນ ການສະໜອງຂໍ້ມູນຂ່າວສານ ດ້ານຕ່າງໆ ເພື່ອສືບຕໍ່ຊອກ ຫາ-ຂຸດຄົ້ນ ແລະ ທ້ອນໂຮມອັດ ຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ເພື່ອນຳສົ່ງກັບຄືນປິຕຸພູມອັນແສນ ຮັກ ແລະ ຫ່ວງແຫນ ຕາມຄອບ ຄົວ-ຍາດຕິພີ່ນ້ອງຄອງຄອຍ ແລະ ພ້ອມກັນປົກປັກຮັກສາເສີມ ຂະຫຍາຍມູນເຊື້ອຄວາມສາມັກ ຄີ ພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງພັກ-ສອງ ລັດ, ສອງກອງທັບ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ໄດ້ຮັບ ການພັດທະນາ ແລະ ໝັ້ນຄົງທະ ນົງແກ່ນຍິ່ງໆຂຶ້ນ. ຂ່າວ: ທອງມີ ຈັນທະວີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ