ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວຄະນະພັກກົມໃຫຍ່ເຕັກນິກກອງທັບ ຄັ້ງທີ I
ເວລາອອກຂ່າວ: 2022-05-24 10:20:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 732 | ຄວາມນິຍົມ:



ກອງປະຊຸມວຽກງານຈັດ ຕັ້ງ, ກໍ່ສ້າງພັກ-ພະນັກງານທົ່ວ ຄະນະພັກ ກົມໃຫຍ່ເຕັກນິກກອງ ທັບ ຄັ້ງທີ I ໄດ້ຈັດຂຶ້ນໃນວັນທີ 19 ພຶດສະພາ ນີ້, ໂດຍການເປັນ ປະທານຂອງ ສະຫາຍ ພົນຕີ ປະ ສິດ ທ່ຽງທຳ ກໍາມະການຄະນະ ປະຈຳພັກກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ເຕັກນິກ ກອງທັບ, ມີຄະນະພັກກົມໃຫຍ່, ຄະນະກົມ, ຄະນະຫ້ອງ, ຄະນະ ພັກ-ຄະນະບັນຊາກົມກອງຮາກ ຖານ ໃນທົ່ວອົງການກົມໃຫຍ່ ເຕັກນິກກອງທັບເຂົ້າຮ່ວມ. ສະຫາຍ ພັນເອກ ລຽນວິໄລ ພັນທອງຄຳ ກໍາມະການຄະນະ ພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງກົມໃຫຍ່ເຕັກນິກ ກອງທັບ ໄດ້ຜ່ານບົດສະຫຼຸບຕີ ລາຄາສະພາບການຈັດຕັ້ງປະ ຕິບັດວຽກງານຈັດຕັ້ງ, ກໍ່ສ້າງ ພັກ-ພະນັກງານທົ່ວຄະນະພັກ ກົມ ໃຫຍ່ເຕັກນິກກອງທັບ ໃນໄລ ຍະ 5 ປີຜ່ານມາ. ໃນນີ້ ຂົງເຂດ ວຽກງານກໍ່ສ້າງພັກຄະນະພັກ ແຕ່ລະຂັ້ນໄດ້ຖືສໍາຄັນວຽກງານ ກໍ່ສ້າງພັກທາງດ້ານການເມືອງ-ແນວຄິດ, ການຈັດຕັ້ງ ແລະ ແບບ ແຜນການນໍາພາ ໂດຍໄດ້ເອົາໃຈ ໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ຖັນແຖວສະ ມາຊິກພັກ ໃນທົ່ວກົມໃຫຍ່ເຕັກ ນິກກອງທັບ ດ້ວຍການຈັດຕັ້ງຄົ້ນ ຄວ້າເຊື່ອມຊຶມບັນດາແນວທາງນະໂຍບາຍຂອງພັກ, ຈັດຕັ້ງດໍາ ເນີນຊີວິດການເມືອງພາຍໃນພັກ ເປັນປົກກະຕິ, ປາຖະກະຖາໃນໂອ ກາດວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ, ເຮັດໃຫ້ ພະນັກງານ-ສະມາຊິກພັກ ມີ ຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ ປະເທດຊາດ, ຕໍ່ປະຊາຊົນ, ມີສະ ຕິເຄົາລົບ ແລະ ປະຕິບັດກົດລະ ບຽບຂອງພັກ, ກົດໝາຍຂອງລັດ, ລະບຽບວິໄນຂອງກອງທັບຢ່າງ ເຂັ້ມງວດ, ໄດ້ເອົາໃຈໃສ່ປັບປຸງ ການຈັດຕັ້ງພັກແຕ່ລະຂັ້ນເປັນ ລະບົບຕໍ່ເນື່ອງ, ເລືອກເຟັ້ນເອົາບຸກ ຄະລາກອນຜູ້ທີ່ມີມາດຖານເງື່ອນໄຂເຂົ້າໃນໂຄງປະກອບການຈັດ ຕັ້ງພັກແຕ່ລະຂັ້ນມີຄວາມເຂັ້ມ ແຂງ ສາມາດເປັນແກນນໍາໃນທຸກ ຂົງເຂດວຽກງານ, ຊຸກຍູ້ຢ່າງ ແຂງແຮງຂະບວນການກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ, ໄປພ້ອມກັບການເຝິກອົບ ຮົມວຽກງານຈັດຕັ້ງພັກ, ເຝິກອົບ ຮົມກວດສອບເລຂາ-ຮອງເລ ຂາຮາກຖານພັກໃນທົ່ວກົມໃຫຍ່ ເຕັກນິກກອງທັບ ເພື່ອຍົກລະດັບ ຄວາມຮູ້ຄວາມສາມາດໃຫ້ພະນັກງານທີ່ເຮັດວຽກງານຈັດຕັ້ງພັກ ແລະ ຖັນແຖວເລຂາ-ຮອງ ເລຂາຮາກຖານພັກທົ່ວກົມໃຫຍ່ ເຕັກນິກ ມີຄວາມເປັນເອກະພາບສູງຕໍ່ວຽກງານກໍ່ສ້າງພັກ ພ້ອມ ກັນເສີມຂະຫຍາຍບົດບາດການ ນໍາພານັບມື້ສູງຂຶ້ນ, ເອົາໃຈໃສ່ຊີ້ນໍາວຽກງານຂະຫຍາຍພັກໃຫ້ຖືກ ຕ້ອງຕາມກົດລະບຽບຂອງພັກ ເຮັດໃຫ້ຈໍານວນສະມາຊິພັກນັບມື້ ເພີ່ມຂຶ້ນ, ສະແດງອອກໃນປັດ ຈຸບັນ ທົ່ວກົມໃຫຍ່ເຕັກນິກກອງ ທັບ ມີ 15 ຄະນະພັກ, 18 ໜ່ວຍ ພັກຮາກຖານ, 61 ໜ່ວຍພັກທີ່ຂຶ້ນ ກັບຄະນະພັກຮາກຖານ, ທຽບ ໃສ່ປີ 2017 ເພີ່ມຂຶ້ນ 7 ຄະນະ ພັກຮາກຖານ, 4 ໜ່ວຍພັກຮາກ ຖານ, 36 ໜ່ວຍພັກ, ມີສະມາ ຊິກພັກທັງໝົດ 1.584 ສະຫາຍ, ຍິງ 274 ສະຫາຍ, ຄຸນນະພາບ ສະມາຊິກພັກແຂງ ກວມເອົາ 96,37%, ສະມາຊິກພັກກາງ 1,4%, ບໍ່ໄດ້ແບ່ງປະເພດ 2,22%. ໃນກອງປະຊຸມ, ຍັງຜ່ານ ບົດລາຍງານການກໍ່ສ້າງໜ່ວຍ ພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະ 5 ປີຜ່ານມາ ແລະ ທິດ ທາງແຜນການໃນ 5 ປີຕໍ່ໜ້າ, ຮັບຟັງມະຕິຂອງຄະນະບໍລິຫານ ງານສູນກາງພັກ ວ່າດ້ວຍເພີ່ມ ທະວີການນໍາພາຂອງພັກ ເພື່ອ ສ້າງການຫັນປ່ຽນຢ່າງແຂງ ແຮງ ແລະ ເລິກເຊິ່ງຂົງເຂດວຽກ ງານພະນັກງານ, ມະຕິກອງປະ ຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານທົ່ວກອງທັບ ຄັ້ງທີ VI, ບົດໂອ້ລົມຂອງສະຫາຍເລຂາຄະນະພັກກະຊວງປ້ອງກັນປະເທດ ຕໍ່ກອງປະຊຸມວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານ ທົ່ວກອງ ທັບ ຄັ້ງທີ VI, ພ້ອມກັນນັ້ນ, ຍັງ ໄດ້ຮັບຟັງການປະກອບຄໍາເຫັນ ບົດຮຽນ-ປະສົບການ ໃນການ ຊີ້ນໍາ-ນໍາພາ ຈາກບັນດາຄະນະ ກົມ, ຄະນະຫ້ອງ, ຄະນະພັກ-ຄະ ນະບັນຊາກົມກອງຮາກຖານ, ກອງປະຊຸມໄດ້ດໍາເນີນໄປເປັນ ເວລາ 2 ວັນຈຶ່ງສໍາເລັດ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ