ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 28 ພຶດສະພາ 2024

  

ກອງຟອນປອມກາງປ່າ
ເວລາອອກຂ່າວ: 2022-05-24 10:28:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 169 | ຄວາມນິຍົມ:



(ເນື່ອງໃນໂອກາດປີສາມັກຄີ-ມິດຕະພາບ ລາວ-ຫວຽດນາມ 2022) ຈາກການເລົ່າຄືນຂອງອະ ດີດຊ່ຽວຊານຫວຽດນາມ ປະ ຈຳລາວ ທ້າຍເດືອນກໍລະກົດປີ 1954 ແມ່ນວັນຢຸດຮົບຢູ່ລາວ ຕາມອະນຸສັນຍາເຊີແນວໃນຈຸດ ເວລາດຽວກັນນັ້ນ ຫົວໜ້າເສນາ ທິການ ກອງທະຫານອາສາສະ ໝັກຫວຽດນາມທີ່ມາເຮັດໜ້າທີ່ສາກົນຊ່ວຍເຫຼືອລາວ ໄດ້ມອບ ໝາຍໜ້າທີ່ພິເສດໃຫ້ພວກຂ້ອຍ ຄື: ວຽກຂຸດຄົ້ນອັດຖິຂອງບັນ ດາສະຫາຍນັກຮົບ ແລະ ຊ່ຽວ ຊານຫວຽດນາມ ທີ່ເສຍສະຫຼະ ຊີວິດໃນປາງສົງຄາມປົດປ່ອຍ ຊາດທີ່ພາກເໜືອຂອງລາວ, ທັງ ໃຫ້ບູລະນະສ້ອມແປງຄືນແລ້ວ ວາງຜັງໄວ້ໃຫ້ລະອຽດຊັດເຈນ. ພວກຂ້ອຍຕ້ອງໄດ້ລົງໄປຫາ ຮາກຖານປະຊາຊົນເພື່ອຂໍຄວາມ ຮ່ວມໄມ້ຮ່ວມມື ແລະ ພາທາງ ກ່ອນເຕົ້າໂຮມກັບຄືນປະເທດ ແລະ ກອງທະຫານອາສາສະ ໝັກຫວຽດນາມຈະບໍ່ມີເວລາ ສ້ອມແຊມບູລະນະປົວແປງຄືນ ກອງຟອນຂອງນັກຮົບນິລະ ນາມນັ້ນໄດ້, ນີ້ແມ່ນວຽກທີ່ມີ ຄວາມໝາຍສໍາຄັນທາງການ ເມືອງ ແລະ ສັງຄົມ, ບໍ່ສະເພາະ ແຕ່ວຽກງານຮັບປະກັນນະໂຍ ບາຍຂອງພັກກໍຄືກອງທັບທີ່ມີຕໍ່ ຄອບຄົວຜູ້ເສຍຊີວິດເທົ່ານັ້ນ ແຕ່ ຍັງມີຄວາມໝາຍສະເພາະໃນ ການເພີ່ມທະວີຄວາມສາມັກຄີພິເສດມິດຕະພາບອັນສູງສົ່ງ ລະຫວ່າງສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວ ອີກດ້ວຍ. ຈົນດວງອາທິດລັບລ່ຽມພູ ພວກຂ້ອຍໄດ້ໄປຮອດດ່ານ ຊຽງ ແກນ, ສຳລັບທະຫານຊາຍ ແດນຄືຈຶ່ງພວກຂ້ອຍນີ້ ກໍບໍ່ໄດ້ ສະໜິດຕິດພັນກັບປະຊາຊົນ ແຖບນີ້ພໍປານໃດ, ແຕ່ລະມື້ໄດ້ ແຕ່ເຝົ້າຕູບນ້ອຍຢູ່ກາງປ່າ ແລະ ອອກເຄື່ອນໄຫວກວດກາສາລະ ເວເພື່ອຮັບປະກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ຕາມຊາຍແດນໃນຂອບເຂດ ພວກຕົນຮັບຜິດຊອບ ຊີວິດຍາມ ໃດກໍສະໜິດຕິດພັນກັບປ່າດົງ ວົງກົດເປັນສ່ວນໃຫຍ່ ມີແມ່ເຖົ້າ ຄົນໜຶ່ງແບກບັ້ງນໍ້າຍາວປະ ມານ 1 ແມັດເຄິ່ງຂຶ້ນຈາກຫ້ວຍ ລາວເຈ່ຍ ຫຼານນ້ອຍໄວ້ທາງ ຫຼັງ ກໍແມ່ນແມ່ເຖົ້າຄົນນັ້ນລະ ທີ່ເປັນຜູ້ຊີ້ບອກເຮືອນນາຍບ້ານ ໃຫ້ພວກຂ້ອຍຮູ້. ພວກຂ້ອຍເອີ້ນຖາມເຈົ້າຂອງ ເຮືອນດ້ວຍຄວາມສະຫງຽມ, ປົດເກີບປະໄວ້ຕີນຂັ້ນໄດຄ່ອຍໆ ກ້າວຂຶ້ນເຮືອນນາຍບ້ານເຊິ່ງ ເປັນຄົນຕາເສື້ອງເບື້ອງຊ້າຍ, ແກ້ມເພິ່ນເປັນແປ້ວ ຍ້ອນຖືກໄຟ ລວກ ເພາະເພິ່ນເປັນນັກລ່າສັດ ປ່າ. ນາຍບ້ານໃຫ້ການຕ້ອນ ຮັບຂັບສູ່ພວກຂ້ອຍດ້ວຍຄວາມ ອົບອຸ່ນແບບລາວໆ, ເພິ່ນເຄາະ ກະຈຳເປັນການເຕືອນບອກ ລູກບ້ານໃຫ້ພາກັນເອົາເຂົ້າປາ ອາຫານມາສູ່ພວກຂ້ອຍຕາມ ແບບວິຖີຊີວິດຂອງຊາວຊົນນະ ບົດເຊິ່ງເປັນປະເພນີເມື່ອມີແຂກມີ ຄົນຕ່າງຖິ່ນມາແວ່ເຊົາເຮືອນ. ນາຍບ້ານໄດ້ຍິນສຽງຂ້ອຍ ເວົ້າວ່າ ໄກ ລາວພັດບອກຂ້ອຍ ວ່າໄກກໍພັກເຊົາຢູ່ນີ້ຕາມຄວາມ ໝາຍພາສາລາວນັ້ນຄຳວ່າ ໄກ ແມ່ນຫ່າງໄກ ຢູ່ໄກ ແຕ່ຄວາມ ໝາຍໃນພາສາຫວຽດນາມ ຄຳວ່າ ໄກ ແມ່ນມັນ ເຜັດຕ່າງ ຄົນຕ່າງເຂົ້າໃຈບໍ່ຄືກັນເພາະ ມັນຄົນລະພາສາ ຈາກນັ້ນກໍພາ ກັນຫົວຂຶ້ນຢ່າງມ່ວນຊື່ນພາຍ ຫຼັງກິນເຂົ້ານຳກັນອີ່ມດີມີແຮງ ແລ້ວພວກຂ້ອຍກໍເລີ່ມເຮັດວຽກ ນຳນາຍບ້ານໂດຍໄດ້ສະເໜີຈຸດ ປະສົງເນື້ອໃນໃຈຄວາມລະອຽດ ໃຫ້ເພິ່ນຊາບ. ນາຍບ້ານງຶກຫົວສະແດງ ຄວາມຍິນດີສະໜັບສະໜູນ ແລະ ກໍໃຫ້ຄວາມຊ່ວຍເຫຼືອ ພວກຂ້ອຍ ຢ່າງເຕັມທີ່. ນາຍບ້ານໄດ້ເລົ່າສູ່ ຟັງວ່າ ດົນເຕີບແລ້ວໃນດິນແດນແຫ່ງນີ້ໄດ້ມີການສູ້ຮົບກັນຂອງ ທະຫານ 2 ຝ່າຍຄື: ຝ່າຍປະຕິ ວັດທີ່ຕໍ່ສູ້ເພື່ອຄວາມເປັນເອກະ ລາດແຫ່ງຊາດ ແລະ ຝ່າຍຈັກ ກະພັດຜູ້ຮຸກຮານພ້ອມລູກມືຂາຍ ຊາດ, ມີທະຫານຫວຽດນາມຄົນໜຶ່ງຖືກເສຍສະຫຼະຊີວິດຢູ່ ເຂດນີ້ ເຊິ່ງພວກຂ້ອຍໄດ້ນຳເອົາ ສົບຂອງທະຫານຫວຽດນາມ ຄົນນັ້ນຝັງໄວ້ແຖບນີ້, ເພິ່ນເວົ້າ ຕໍ່ວ່າ: ພວກຂ້ອຍອອກເຄື່ອນ ໄຫວໃນຍາມຄ່ຳຄືນບັງເອີນ ໄປພົບການສູ້ຮົບກັນລະຫວ່າງ ທະຫານ 2 ຝ່າຍ, ພວກອ້າຍແມ່ນ ກົມກອງດຽວກັບຄົນໆນັ້ນບໍ່? ນາຍບ້ານຫັນໜ້າມາຖາມພວກ ຂ້ອຍ, ພວກຂ້ອຍຕອບຄຳຖາມ ຂອງລາວດ້ວຍການງຶກຫົວແທນ. ພວກອ້າຍດີແທ້ໆເຊິ່ງເມື່ອໃດ ເວລາໃດ ຢູ່ໃສ ກໍຍັງອາໄລຫາ ໝູ່ເພື່ອນສະຫາຍຂອງຕົນທີ່ລ່ວງ ລັບຈາກໄປ. ນາຍບ້ານປ່ຽນເນື້ອ ໃນການສົນທະນາ ແລະ ເວົ້າວ່າ: ຕັ້ງແຕ່ດົນນານແລ້ວພວກອ້າຍ ເປັນຫຍັງບໍ່ເຫັນມາຢາມຊາວ ບ້ານ ແລະ ບໍ່ມາເຄົາລົບສົບທະ ຫານຄົນນັ້ນເລີຍ. ຍ້ອນໜ້າທີ່ວຽກງານຫຍຸ້ງ ຍາກຫຼາຍ ພວກຂ້ອຍຈຶ່ງບໍ່ໄດ້ມາ ຢາມຊາວບ້ານ ແລະ ໄປເຄົາລົບ ສົບທະຫານຄົນນັ້ນໄດ້, ຫວັງ ວ່າຊາວບ້ານຈະໃຫ້ອາໄພພວກ ຂ້ອຍ. ນາຍບ້ານໄດ້ເວົ້າຕໍ່ອີກວ່າ: ພາຍຫຼັງການສູ້ຮົບກັນລະຫວ່າງ ທະຫານ 2 ຝ່າຍ ພວກທະຫານ ສັດຕູໄດ້ເຂົ້າມາບ້ານ, ຕູຫາຊາວ ບ້ານວ່າ: ບ້ານນີ້ເປັນໃຈອິດສະ ຫຼະທັງໝົດພວກເຂົານາບຂູ່ວ່າ ຈະຈູດບ້ານເຮືອນຂອງປະຊາຊົນ ໃຫ້ວອດວາຍເປັນເຖົ່າຖ່ານ. ນາຍບ້ານໄດ້ຮ້ອງຂໍດ້ວຍຄວາມນອບນ້ອມແຕ່ພວກເຂົາ ບໍ່ເອົາຫົວຊາເລີຍ, ພວກເຂົາເກັບ ເກນເອົາ ໝູ 1 ໂຕ, ເຫຼົ້າ 1 ກູນ, ເຂົ້າສານໜຽວ 3 ຫາບ, ປາແດກ 2-3 ບັ້ງແລ້ວທະຫານຈໍານວນ 5 ຄົນ ກໍພາກັນຫາມເອົາເຄື່ອງ ເຫຼົ່ານັ້ນຂຶ້ນໄປປ້ອມພວກເຂົາສະ ຫຼອງກັນຢ່າງໃຫຍ່. ແຕ່ກ່ອນ ພວກເຂົາຈະກັບຂຶ້ນປ້ອມຫົວ ໜ້າຂອງພວກເຂົາໄດ້ສັ່ງໃຫ້ຊາວ ບ້ານເອົາສົບທະຫານຄົນນັ້ນໄປ ຝັງຖິ້ມ. ນາຍບ້ານເວົ້າຕໍ່ວ່າ: ຂ້ອຍ ແລະ ພໍ່ທິດບົວພັນຖືກບັງຄັບໃຫ້ ຂຸດຂຸມຝັງສົບທະຫານຫວຽດ ນາມຄົນນັ້ນ, ບັງເອີນທະຫານຄົນ ນັ້ນໄດ້ຟື້ນຄືນມາ, ລາວຮ້ອງຫາ ນ້ຳ-ນ້ຳຂ້ອຍຄິດຈະໄປເອົາມາໃຫ້ ລາວກິນແຕ່ພໍ່ທິດບົວພັນບອກ ໃຫ້ຂ້ອຍໄປບອກພວກທະຫານ ຢູ່ປ້ອມຮູ້ເລື່ອງນີ້: ຂ້ອຍໄຕ້ຫຼົວ ຢ່າງຕັດປ່າໄປຫາປ້ອມ, ພໍໄປ ຮອດເຄິ່ງທາງ ຫລົວກໍພໍດີໄໝ້ ສຸດ ຂ້ອຍເລີຍຍ່າງກັບຄືນ, ຖ້າໄປ ຮອດປ້ອມມືດມິດແບບນີ້ພວກ ເຂົາຕ້ອງຍິ່ງຂ້ອຍແທ້ໆ, ອີກຢ່າງ ໜຶ່ງຖ້າພວກເຂົາຮູ້ເລື່ອງນີ້, ພວກ ເຂົາກໍອາດຈະມາຍິງທະຫານ ຫວຽດນາມຄົນນັ້ນກໍເປັນໄດ້ ເມື່ອຄິດໄດ້ແນວນັ້ນ, ຂ້ອຍເລີຍ ກັບໄປຫາພໍ່ທິດບົວພັນ ແລ້ວຈະ ເວົ້ານໍາເພິ່ນເພື່ອຫາທຸກວິທີເຊີດ ຊູເອົາຊີວິດທະຫານຫວຽດນາມ ຄົນນັ້ນໄວ້ກ່ອນ ເຊື່ອແນ່ວ່າ ພໍ່ ທິດບົວພັນ ຈະເຫັນດີນໍາເພາະ ລາວ ເປັນຄົນທີ່ຖືຄວາມເປັນທຳ ເປັນຫຼັກ ແລະ ລາວກໍເຄີຍໄດ້ບວດ ເປັນພະຢູ່ວັດມາແລ້ວ, ພໍຂ້ອຍໄປ ຮອດກໍເຫັນພໍ່ທິດບົວພັນ ພວມນັ່ງ ກອດເຂົ່າຂ້າງກອງຟອນຄາບ ກອກຢາໃບໜ້າເສົ້າໂສກອາ ວອນ, ຂ້ອຍຮ້ອງຖາມລາວວ່າ ອ້າຍຄົນນັ້ນ, ລາວໄປໃສແລ້ວ ລາວຊີ້ໄປຫາກອງຟອນ ບັດນີ້ ລາວໄດ້ຕາຍແທ້ແລ້ວ ເຈົ້າບອກ ພວກທະຫານຢູ່ປ້ອມນັ້ນຮູ້ຈັກ ເລື່ອງນີ້ບໍ? ບໍ່ ຂ້ອຍຕອບ: ເພາະ ພໍໄປຮອດເຄິ່ງທາງຫລົວກໍມອດ, ໄປບໍ່ໄດ້ມືດຢ່າງໜຶ່ງກໍຢ້ານ ພວກທະຫານຢູ່ປ້ອມຍິງປືນມາ ໃສ່ຂ້ອຍ ຂ້ອຍຈຶ່ງກັບມາ, ພໍ່ທິດ ບົວພັນ ງຶກຫົວ. ດີແລ້ວ ຖ້າບອກ ພວກເຂົາຮູ້ຈະເປັນເລື່ອງໃຫຍ່. ຂ້ອຍຖອນໃຈບາດຍາວໆ ດ້ວຍຄວາມຮັກ ແລະ ອາໄລອ້າຍ ທະຫານຄົນນັ້ນ ລາວຍັງໜຸ່ມ ແໜ້ນອີ່ຫຼີ ເວົ້າມາຮອດບ່ອນນີ້ ນາຍບ້ານລຸກຂຶ້ນຢືນ ໂຈະໄວ້ພຽງ ນີ້ກ່ອນ, ພວກສະຫາຍໄປນອນ ເພື່ອເອົາເຫື່ອເອົາແຮງມື້ອື່ນສືບ ຕໍ່ວຽກງານພວກອ້າຍ ກາງມຸ້ງ ນອນຕາມສະບາຍໂລດບໍ່ຕ້ອງ ຄະລຳຫຍັງດອກເດີ, ສ່ວນຂ້ອຍ ຈະໄປຫາຊາວບ້ານເພື່ອນັດກັນ ໄວ້, ມື້ອື່ນພວກເຮົາຈຶ່ງໄປບ່ອນ ຝັງສົບທະຫານຄົນນັ້ນ, ພວກ ຂ້ອຍຕ່າງກໍຖາມເຖິງເລື່ອງລາວ ຂອງພໍ່ທິດບົວພັນ ດ້ວຍຄວາມ ສົນໃຈ, ຈາກນັ້ນ ຕໍ່ມາຈຶ່ງຮູ້ວ່າ ເພິ່ນ ເປັນພະນັກງານເຮັດວຽກ ຢູ່ແຂວງມາຕັ້ງຫຼາຍສິບປີແລ້ວ ແຕ່ກໍບໍ່ເຫັນເພິ່ນກັບມາບ້ານຈັກເທື່ອ. ເຊົ້າມື້ຕໍ່ມາພວກຂ້ອຍໄດ້ຍ່າງ ຕາມນາຍບ້ານໄປຫົວບ້ານເຫັນ ມີຫຼາຍໆຄົນໄດ້ເຕົ້າໂຮມກັນຢູ່ ບ່ອນນັ້ນແລ້ວບາງຄົນຖືມີດ, ຖືຜ້າ, ຈົກ, ສຽມ... ເພາະວ່າ ຕັ້ງ ແຕ່ຄືນວານນີ້ນາຍບ້ານໄດ້ໄປ ບອກປະຊາຊົນໃຫ້ແຕ່ລະຄົວ ເຮືອນໄວ້ແລ້ວ. ກອງຟອນນັກຮົບຄົນນັ້ນຢູ່ ກາງປ່າແຄມທາງເຂົ້າບ້ານ ກອງຟອນເປັນບ່ອນຮາບພຽງ ທຳມະດາເພາະດົນແລ້ວບໍ່ມີ ໃຜຈະມາບູລະນະ, ພວກຂ້ອຍ ອາດຈື່ບໍ່ໄດ້ບ່ອນຝັງສົບ ຖ້ານາຍ ບ້ານບໍ່ຊີ້ບອກບ່ອນມີສັນຍະລັກ ພິເສດ, ສັນຍະລັກນັ້ນແມ່ນຕູດ ໃຫຍ່ຕົ້ນໄມ້ອັນໜຶ່ງ ຢູ່ຂ້າງກັບຂຸມ ສົບ, ຕາມນາຍບ້ານເວົ້າວ່າ: ແມ່ນ ພໍ່ທິດບົວພັນ ລາວເປັນຜູ້ຖາກ ເປັນຮ່ອງຮອຍໄວ້ ຍັງມີຫີນກ້ອນ ໃຫຍ່ສີຕັບໝູຄືຊີແມ່ນລາວເອົາ ຂຶ້ນມາແຕ່ຫ້ວຍນໍ້າແລ້ວຢອງ ໄວ້ເທິງກອງຟອນ ທຸກຄົນໄດ້ເລີ່ມ ລົງມື, ບາງຄົນຖາງຫຍ້າອອກ ໃຫ້ແປນ, ບາງຄົນຂຸດເອົາດິນ ມາຄູນ ແລະ ບາງຄົນກໍໄປຂົນ ເອົາຫີນມາລຽນໄວ້ຕາມຂຸມສົບກາຍເປັນກອງຫີນທີ່ຖືກສັບຊ້ອນຢ່າງເປັນລະບຽບຈົບງາມດ້ວຍຫົວຄິດປະດິດສ້າງຂອງທຸກຄົນມີແຖວຕົວອັກສອນຂຽນໄວ້ວ່າ: ຮູ້ບຸນຄຸນສະຫາຍນັກຮົບອາສາ ສະໝັກຫວຽດນາມ ທີ່ໄດ້ອຸທິດ ຊີວິດເພື່ອຄວາມເປັນເອກະລາດ ຂອງຊົນຊາດລາວ ພວກຊາວ ບ້ານໄດ້ສະຫຼັກຕົວອັກສອນ ເທິງປີກໄມ້ສຽບໄວ້ຂ້າງກອງ ຟອນສ່ວນພວກເດັກນ້ອຍໄດ້ ພາກັນປູກດອກໄມ້ປະດັບອ້ອມ ຮອບຢ່າງສວຍງາມ. ໂດຍ: ບຸນປອນ ຊອງສະໝຸດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ