ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ເປີດຊຸດອົບຮົມ-ຫັດແອບ ໃຫ້ກອງຮ້ອຍກອງຫຼອນ ເມືອງໄຊທານີ
ເວລາອອກຂ່າວ: 2022-05-24 10:33:31 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 201 | ຄວາມນິຍົມ:



ວັນທີ 16 ພຶກສະພາ 2022, ກອງບັນຊາການທະຫານເມືອງ ໄຊທານີ ນະຄອນຫຼວງວຽງຈັນ, ໄດ້ເປີດຊຸດອົບຮົມ-ຫັດແອບ ການ ເມືອງ-ການທະຫານ ໃຫ້ກອງ ຮ້ອຍກອງຫຼອນ ເມືອງໄຊທານີ, ໂດຍການເປັນປະທານຂອງ ສະຫາຍ ຄໍາປະດິດ ເຂັມມານິດ ເຈົ້າເມືອງ ເມືອງໄຊທານີ, ມີ ສະຫາຍ ພັນໂທ ທອງວັນ ປະເສີດສຸກ ຫົວໜ້າການເມືອງ ກອງບັນຊາການທະຫານເມືອງ ໄຊທານີ, ຄະນະພັກ-ຄະນະບັນຊາ ກົມກອງ, ຄູ-ອາຈານ, ແຂກທີ່ຖືກ ເຊີນ ຈາກ ປກສ ເມືອງ ພ້ອມອົງ ການປົກຄອງບ້ານ ຕະຫຼອດຮອດ ນັກເຝິກອົບຮົມ ເຂົ້າຮ່ວມ. ສະຫາຍ ພັນຕີ ໄຊຍະລາດ ເສນາເມືອງ ຮອງຫົວໜ້າພະ ແນກເສນາທິການ ກອງບັນຊາ ການທະຫານເມືອງໄຊທານີ ໄດ້ຜ່ານແຜນການອົບຮົມ ໃຫ້ ຮູ້ວ່າ: ການອົບຮົມຄັ້ງນີ້, ຈະໄດ້ ດຳເນີນເປັນເວລາ 5 ວັນ, ເຊິ່ງມີ ກຳລັງກອງຫຼອນ 5 ກຸ່ມບ້ານ ເຂົ້າຮ່ວມ. ໃນນັ້ນ, ມີກຸ່ມບ້ານ ໄຊ, ດົງໂດກ, ສີວິໄລ, ໂຄກສີ ວິໄລ ແລະ ຫົວຊຽງ, ມີນັກ ເຝິກອົບຮົມເຂົ້າຮ່ວມ ທັງໝົດ 230 ສະຫາຍ, ລວມມີ 3 ພາກ ຄື: ພາກການເມືອງ ຈະໄດ້ຮຽນ ຮູ້ກ່ຽວກັບ ເອກະສານປະເທດ ລາວຄົນລາວເປັນເຈົ້າຂອງ, ເອກະສານຕ້ານກົນອຸບາຍຫັນ ປ່ຽນໂດຍສັນຕິຂອງສັດຕູ ແລະ ເອກະສານສິດ, ໜ້າທີ່, ທີ່ຕັ້ງພາ ລະບົດບາດຂອງກອງຫຼອນ; ພາກ ສິລະປະຍຸດ ຈະໄດ້ຮຽນຮູ້ທິດ ສະດີການປະກອບສ້າງປືນ, ມ້າງ-ປະກອບ, ເລັ່ງປືນບົດເປີດ ສາກ, ປະ ຕິບັດຍິງລູກປືນແທ້ ແລະ ພາກຍຸດທະວິທີຈະໄດ້ ຮຽນຮູ້ ບຸກຄົນເຄື່ອນຍ້າຍພື້ນ ຖານເທິງໜ້າສະໜາມ ແລະ ຕ້ານ ສັດຕູຫຼອນຕີເຂົ້າບ້ານ. ທັງນີ້, ເພື່ອຍົກສູງລະດັບ ຄວາມຮູ້, ຄວາມສາມາດໃຫ້ກໍາ ລັງກອງຫຼອນ ເມືອງໄຊທານີ ມີຄວາມຄ່ອງແຄ້ວ ຮັບປະກັນ ການສູ້ຮົບໃນສະເພາະໜ້າ ແລະ ຍາວນານ ທັງເປັນການຍົກລະ ດັບຄວາມຕື່ນຕົວ, ຄວາມບຸກບືນ ຫ້າວຫັນຜ່ານຜ່າໄດ້ໃນທຸກສະ ພາບການ ມີຄວາມຊໍານິຊໍານານ ດ້ານສິລະປະຍຸດ-ຍຸດທະວິທີເພື່ອ ຕອບສະໜອງກັບຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ວຽກ ງານການກຽມພ້ອມສູ້ຮົບ ທັງ ປ້ອງກັນຄວາມເປັນລະບຽບຮຽບ ຮ້ອຍໃນສັງຄົມ. ໂດຍ: ສຸລິຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ