ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມຂອງອົງການອະນາໄມໂລກ ຄັ້ງທີ 75 ໄຂຂຶ້ນຢ່າງເປັນທາງການ
ເວລາອອກຂ່າວ: 2022-05-24 10:44:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 28 | ຄວາມນິຍົມ:



ສໍານັກຂ່າວຊິນຮວາໃຫ້ຮູ້ວ່າ: ວັນທີ 22 ພຶດສະພານີ້, ກອງປະ ຊຸມຂອງອົງການອະນາໄມໂລກ ຄັ້ງທີ 75 ໄດ້ໄຂຂຶ້ນຢູ່ນະຄອນເຈ ນີວາປະເທດສະວິດ, ເຊິ່ງເປັນຄັ້ງ ທຳອິດທີ່ກອງປະຊຸມຂອງອົງ ການອະນາໄມໂລກໄດ້ຈັດຂຶ້ນ ນັບແຕ່ມີການແຜ່ລະບາດຂອງ ພະຍາດສາຍພັນໃໝ່ເປັນເວລາ ຫຼາຍກວ່າສອງປີ. ນອກຈາກປຶກ ສາຫາລືກ່ຽວກັບການລະບາດ ຂອງພະຍາດສາຍພັນໃໝ່, ກອງ ປະຊຸມໄດ້ເນັ້ນໃສ່ວິທີການກ້າວ ຫນ້າທາງດ້ານສຸຂະພາບ ແລະ ສຸຂະພາບຂອງສາທາລະນະໃນ ສະພາບການຂອງຄວາມຂັດແຍ້ງ ຂອງໂລກທີ່ເພີ່ມຂຶ້ນ ແລະ ເສີມ ສ້າງການກຽມພ້ອມ ແລະ ການ ຕອບໂຕ້ສຸກເສີນຂອງອົງການ ອະນາໄມໂລກ. ເຖິງແມ່ນວ່າຈໍານວນກໍລະນີທີ່ ໄດ້ຮັບການຢືນຢັນການຕິດເຊື້ອ ຂອງພະຍາດລະບາດຂອງປະ ເທດຕ່າງໆໄດ້ຫຼຸດລົງຢ່າງຫຼວງ ຫຼາຍເມື່ອທຽບກັບຈຸດສູງສຸດ ຂອງການຕິດເຊື້ອສາຍພັນໂອໄມ ຄອນ ໃນເດືອນມັງກອນປີນີ້ ແລະ ຈໍານວນຜູ້ເສຍຊີວິດກໍຫຼຸດລົງໃນ ລະດັບຕໍ່າສຸດນັບຕັ້ງແຕ່ເດືອນມີ ນາ 2020 ເປັນຕົ້ນມາ, ແຕ່ອົງ ການອະນາໄມໂລກຮຽກຮ້ອງ ໃຫ້ປະເທດຕ່າງໆຄວນບັນລຸເປົ້າໝາຍການສັກຢາວັກຊີນ 70% ທີ່ອົງການອານາໄມໂລກວາງໄວ້ ໄວເທົ່າທີ່ຈະໄວໄດ້, ໃນຂະນະທີ່ ໃຫ້ຄວາມສຳຄັນໃນການໃຫ້ວັກ ຊີນແກ່ພະນັກງານສາທາລະນະ ສຸກທຸກຄົນ, ກຸ່ມອາຍຸຫຼາຍກວ່າ 60 ປີ ແລະ ກຸ່ມທີ່ມີຄວາມສ່ຽງສູງ ອື່ນໆ, ທຸກປະເທດຄວນເຝົ້າ ຕິດຕາມການລະບາດ ຂອງພະ ຍາດ ແລະ ວຽກງານຈັດລຽງ ລຳດັບພັນທຸກຳ ພ້ອມທັງກຽມພ້ອມທີ່ຈະນຳໃຊ້ຄືນໃໝ່ລະດັດປັບມາດຕະການດ້ານສາທາລະ ນະສຸກ ແລະ ສັງຄົມ ເພື່ອຮັບ ມືກັບການລະບາດຕາມຄວາມ ຈຳເປັນ. ຂ່າວໃຫ້ຮູ້ຕື່ມວ່າ: ກອງປະ ຊຸມຍັງຈະດໍາເນີນໄປຈົນເຖິງວັນ ທີ 29 ພຶດສະພາ, ດໍາເນີນດ້ວຍການສະຫຼຸບຖອດຖອນບົດຮຽນ, ຊ່ວຍກັນແກ້ໄຂຂໍ້ຂ້ອງໃຈຕ່າງໆ ແລະ ພ້ອມກັນວາງແຜນປ້ອງກັນ ພະຍາດໃນອະນາຄົດ. ນອກນັ້ນ ໃນທ້າຍວາລະກອງປະຊຸມຍັງມີການຄັດເລືອກປະທານອົງການອະນາໄມໂລກຄົນໃໝ່.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ