ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຜ່ານແຜນການຊ້ອມຮົບ ໃຫ້ແກ່ນັກຮຽນກໍ່ສ້າງນາຍສິບ ຊຸດທີ 35
ເວລາອອກຂ່າວ: 2022-05-25 10:47:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 630 | ຄວາມນິຍົມ:



ໃນວັນທີ 20 ພຶດສະພາ 2022 ນີ້, ຫ້ອງເສນາ-ອົບຮົມ ໂຮງຮຽນກໍ່ສ້າງນາຍສິບເລກ 1 ກອງທັບ ໄດ້ຈັດຕັ້ງເຜີຍແຜ່ແຜນ ການຊ້ອມຮົບສັງລວມໃຫ້ແກ່ນັກ ຮຽນນາຍສິບຊຸດທີ 35 ສົກຮຽນ 2021- 2022 ຂຶ້ນ. ໂດຍການ ເປັນປະທານຂອງ ສະຫາຍ ພົນ ຈັດຕະວາ ສີລາວົງ ບຸນມີໄຊ ຫົວ ໜ້າການເມືອງໂຮງຮຽນກໍ່ສ້າງ ນາຍສິບເລກ 1ກອງທັບ, ມີຄະ ນະພັກ-ຄະນະບັນຊາ, ມີບັນດາ ຄະນະຮັບຜິດຊອບ ແລະ ຄູ-ອາ ຈານ ຕະຫຼອດຮອດນັກຮຽນ ເຂົ້າ ຮ່ວມ. ສະຫາຍ ພັນໂທ ລຸນທອງ ແກ້ວໂພໄຊ ຮອງຫົວໜ້າຫ້ອງ ເສນາ-ອົບຮົມໂຮງຮຽນກໍ່ສ້າງ ນາຍສິບເລກ 1 ກອງທັບໄດ້ຂຶ້ນ ຜ່ານແຜນການ, ຄຳສັ່ງຊ້ອມຮົບ, ຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດ ຊອບ ແລະ ຂໍ້ກຳນົດ ກົດລະບຽບ ຂອງໂຮງຮຽນ ວ່າດ້ວຍການຈັດ ຕັ້ງຊ້ອມຮົບຍຸດທະວິທີຂັ້ນກອງ ຮ້ອຍທະຫານຮາບໃຫ້ແກ່ນັກ ຮຽນນາຍສິບ ຂອງໂຮງຮຽນກໍ່ ສ້າງນາຍສິບ ເລກ1. ກອງທັບ ທັ້ງນີ້ ກໍເພື່ອເປັນການປັບປຸງ ແລະ ຍົກສູງລະດັບຄວາມຮູ້, ຄວາມສາມາດຂອງນັກຮຽນ ຜ່ານການຫັດແອບຮໍ່າຮຽນທາງ ດ້ານທິດສະດີ, ຫຼັກການກໍຄື ພາກປະຕິບັດຕົວຈິງ ຢູ່ໃນສະ ໝາມຫັດແອບ ແລະ ທັງເປັນ ການຕີລາຄາຜົນໄດ້ຮັບຂອງ ການຮໍ່າຮຽນໃນໄລຍະຜ່ານ ມາໃຫ້ມີຄວາມຊຳນິຊຳນານ, ກຳໄດ້ລະດັບບາດກ້າວ, ວິທີ່ ບັນຊາກົມກອງໃນເວລາເຮັດໜ້າ ທີ່ສູ້ຮົບ, ຖອດຖອນໄດ້ລະຫວ່າງ ທິດສະດີຫຼັກການຕິດພັນກັບ ພຶດຕິກຳຕົວຈີ່ງ, ພ້ອມທັງຮູ້ໝູນ ໃຊ້ເຂົ້າກັບພູມມີປະເທດຕົວຈິງ ໃຫ້ເໝາະສົມ, ພ້ອມກັນນີ້ ກໍເພື່ອ ເຮັດໃຫ້ຜູ້ທີ່ຖືກແຕ່ງຕັ້ງ ແລະ ນັກຮຽນທຸກສະຫາຍໄດ້ຮັບຮູ້ໜ້າ ທີ່ຂອງຕົນ ແລະ ມີຄວາມຮັບຜິດ ຊອບສູງໃນການເຄື່ອນທັບຊ້ອມ ຮົບ ແລະ ພ້ອມກັນນຳໄປຈັດຕັ້ງ ປະຕິບັດໃຫ້ຖືກຕ້ອງສອດຄ່ອງ ຢ່າງເຂັ້ມງວດ ແລະ ມີປະສິດທິ ຜົນສູງ, ການເຄື່ອນທັບຊ້ອມ ຮົບໃນຄັ້ງນີ້ຈະໄດ້ໃຊ້ເວລາ 3 ວັນ ຈຶ່ງຈະສຳເລັດຕາມແຜນການ. ສະຫາຍ ພົນຈັດຕະວາ ສີລາ ວົງ ບຸນມີໄຊ ໄດ້ໃຫ້ທັດສະນະ ຊີ້ນຳ ແລະ ເນັ້ນໜັກໃຫ້ທຸກພາກ ສວ່ນຈົ່ງເພີ່ມທະວີຄວາມຮັບ ຜິດຊອບໃຫ້ສູງ, ບັນດາຄູ-ອາ ຈານ ຕ້ອງກໍາແໜ້ນຈຸດປະສົງ ຄາດໝາຍຂອງການສູ້ຮົບ, ເອົາ ໃຈໃສ່ຄຸ້ມຄອງ ໄກ້ຊິດຕິດແທດ ທຸກການເຄື່ອນໄຫວຮັກສາກຳ ລັງຂອງນັກຮຽນໃຫ້ຢູ່ໃນເກນທີ່ກຳນົດ, ຮຽກຮ້ອງໃຫ້ນັກຮຽນ ທຸກສະຫາຍຈົ່ງສຸມທຸກສະຕິ ປັນຍາເຫື່ອແຮງ, ກຳແໜ້ນເນື້ອ ໃນບົດຮຽນທີ່ໄດ້ຮຽນມາເພື່ອ ເປັນພື້ນຖານໃນການຫັດແອບ ປະຕິບັດຕົວຈິງ ການບັນຊາ ຂອງຫົວໜ້າໝວດຕ້ອງເຂັ້ມ ແຂງ ອອກຄຳສັ່ງຕ້ອງລະອຽດ ຈະແຈ້ງ ເຂົ້າໃຈງ່າຍ ແລະ ການ ແກ້ໄຂບັນດາກໍລະນີ, ບັນດາສະ ຖານທີ່ຕ່າງໆທີ່ໄດ້ສ້າງຂຶ້ນໃຫ້ ລະອຽດຊັດເຈນພ້ອມທັງປະຕິ ບັດໃຫ້ຖືກຕ້ອງ, ເອົາໃຈໃສ່ປະ ຕິບັດບັນດາຂໍ້ກຳນົດ, ກົດລະ ບຽບຂອງຜູ້ບັນຊາໃຫ້ເຂັ້ມງວດ, ໃນການເຄື່ອນທັບເຖິງຈະພົບ ກັບອຸປະສັກຄວາມຫຍຸ້ງຍາກ, ດິນຟ້າອາກາດບໍ່ເອື້ອອຳນວຍ ກໍຂໍໃຫ້ທຸກຄົນອົດທົນ ຕັດສິນໃຈ ຜ່ານຜ່າ ແລະ ສະຖານທີ່ເຄື່ອນ ທັບສວ່ນຫຼາຍແມ່ນເຂດທຳການ ຜະລິດຂອງປະຊາຊົນ ທຸກຄົນ ຕ້ອງມີສະຕິເປັນເຈົ້າການ ແລະ ພ້ອມກັນຮັກສາໄດ້ຄວາມສາມັກ ຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ພ້ອມທັງຮັບປະກັນຄວາມປອດ ໄພໃຫ້ແກ່ຄົນ ແລະ ພາຫະນະໃຫ້ ໄດ້ 100%. ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ