ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຂະແໜງສະຫະພັນແມ່ຍິງກອງ ພັນໃຫຍ່ 279 ສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ
ເວລາອອກຂ່າວ: 2022-05-25 11:30:58 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 377 | ຄວາມນິຍົມ:



ວັນທີ 19 ພຶດສະພາ 2022 ນີ້, ຂະແໜງສະຫະພັນ ແມ່ຍິງກອງພັນໃຫຍ່ 279 ໄດ້ສະ ຫຼຸບການຈັດຕັ້ງປະຕິບັດເນື້ອ ໃນຂໍ້ແຂ່ງຂັນ 3 ດີໄລຍະ 5 ປີ ຜ່ານມາ ແລະ ວາງທິດທາງແຜນ ການ 5 ປີຕໍ່ໜ້າ, ພ້ອມທັງເຜີຍ ແຜ່ກົດລະບຽບກອງທຶນ, ໂດຍ ການເປັນປະ ທານຂອງ ສະຫາຍ ພັນເອກ ບຸນຍັງ ແກ້ວດາມສີ ຫົວໜ້າການເມືອງ ກອງພັນໃຫຍ່ 279, ມີສະຫາຍ ພັນໂທ ນາງ ວັນສອນ ແກ້ວພົມວັນ ຫົວໜ້າ ຂະແໜງສະຫະພັນແມ່ຍິງ ກອງ ພັນໃຫຍ່, ມີຄະນະພັກ-ຄະນະບັນ ຊາ ພະແນກການ, ກົມກອງທີ່ຂຶ້ນ ກັບ, ຕະຫຼອດຮອດສະມາຊິກ ແມ່ຍິງເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ວັນສອນ ແກ້ວພົມວັນ ໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດເນື້ອໃນຂໍ້ ແຂ່ງຂັນ 3 ດີ ໃນໄລຍະ 5 ປີ ຜ່ານມາ, ຂະແໜງສະຫະພັນແມ່ ຍິງໄດ້ຊີ້ນຳ-ນຳພາຄະນະໜ່ວຍ ຕະຫຼອດຮອດສະມາຊິກແມ່ຍິງ ເຄື່ອນໄຫວວຽກງານຕາມພາ ລະບົດບາດຂອງຕົນ, ເອົາໃຈໃສ່ ສຶກສາອົບຮົມການເມືອງ-ນໍາພາ ແນວຄິດໃຫ້ສະມາຊິກແມ່ຍິງ ເຊື່ອມຊຶມກຳແໜ້ນແນວທາງນະ ໂຍບາຍຂອງພັກ-ລັດ, ຊຸກຍູ້ ການປະຕິບັດຂໍ້ກຳນົດ, ກົດລະ ບຽບຂອງກອງທັບ ກໍຄືກົດລະ ບຽບຂອງແມ່ຍິງລາວວາງອອກ, ເຮັດໃຫ້ສະມາຊິກແມ່ຍິງມີຄຸນ ທາດການເມືອງໜັກແໜ້ນ, ມີຄຸນ ສົມບັດສິນທໍາປະຕິ ວັດ, ມີຄວາມ ຫ້າວຫັນເຮັດສໍາເລັດໜ້າທີ່ວິ ຊາສະເພາະຂອງຕົນ, ເປັນເຈົ້າ ການເຂົ້າຮ່ວມຂະບວນການ ຕ່າງໆທີ່ກົມກອງຈັດຂຶ້ນຢ່າງເປັນ ຂະບວນຟົດຟື້ນ, ໄປພ້ອມກັນ ນັ້ນ, ກໍໄດ້ປຸກລະດົມຊຸກຍູ້ຂະ ບວນການຈັດຕັ້ງປະຕິິບັດຂໍ້ແຂ່ງ ຂັນ 3 ດີ ຕິດພັນກັບ ໜ້າທີ່ການ ເມືອງຂອງກົມກອງຮັບປະກັນ ທັງດ້ານປະລິມານ ແລະ ຄຸນນະ ພາບສູງ, ສະແດງອອກໃນທົ່ວ ຂະແໜງສະຫະພັນແມ່ຍິງມີສະ ມາຊິກແມ່ຍິງເປັນພົນລະເມືອງ ດີ ກວມເອົາ 100%, ພັດທະ ນາດີ ກວມເອົາ 81%, ຄອບ ຄົວດີ 121 ຄອບຄົວ, ບຸກຄົນ 3 ດີປະເພດ I ຈໍານວນ 158 ສະຫາຍ, ບຸກຄົນ 3 ດີ ປະເພດ II ຈໍານວນ 88 ສະຫາຍ, ຂະ ແໜງໄດ້ຮັບການຢັ້ງຢືນເປັນ ຂະແໜງ 3 ດີ; ໜ່ວຍ 3 ດີປະ ເພດ I ມີ 11 ໜ່ວຍ ແລະ ກົມ ກອງຊີ້ນໍາ-ນຳພາດີເດັ່ນ ມີ 11 ຫົວໜ່ວຍກົມກອງ. ຈາກນັ້ນ, ໄດ້ ມອບໃບຢັ້ງຢືນໃຫ້ໜ່ວຍແມ່ຍິງ 3 ດີ ແລະ ສະມາຊິກແມ່ຍິງ 3 ດີຢ່າງສົມກຽດ. ໂອກາດດຽວກັນນັ້ນ, ສະຫາຍ ຮ້ອຍເອກ ນາງ ສາຍສະຫວັນ ຈັນທະອາສາ ຊ່ວຍວຽກຂະແໜງ ສະຫະພັນແມ່ຍິງ ໄດ້ເຜີຍແຜ່ຂໍ້ ຕົກລົງ ວ່າດ້ວຍ ການແຕ່ງຕັ້ງຄະ ນະຮັບຜິດຊອບວຽກງານກອງທຶນພັດທະນາສະຫະພັນແມ່ຍິງ ແລະ ເຜີຍແຜ່ກົດລະບຽບ ວ່າດ້ວຍ ການຄຸ້ມຄອງ ການເຄື່ອນ ໄຫວ ຂອງກອງທຶນພັດທະນາສະຫະ ພັນແມ່ຍິງ ກອງພັນໃຫຍ່ 279 ຕື່ມອີກ. ໂດຍ: ສາຄອນ ສຸລິເຍດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ