ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງການບໍລິຫານ ກມທ ສະຫຼຸບວຽກງານພະລາທິການ-ເຕັກນິກ
ເວລາອອກຂ່າວ: 2022-05-25 11:31:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 315 | ຄວາມນິຍົມ:



ວັນທີ 20 ພຶດສະພາ 2022, ຫ້ອງການບໍລິຫານ ກົມ ໃຫຍ່ການເມືອງກອງທັບ (ກມທ) ໄດ້ສະຫຼຸບວຽກງານພະລາທິ ການ-ເຕັກນິກ ປະຈໍາປີ 2021 ແລະ ວາງທິດທາງແຜນການປີ 2022, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ສິງຄໍາ ພິມມະວົງສ໌ ຫົວໜ້າຫ້ອງການ ບໍລິຫານ ກມທ, ມີຄະນະຫ້ອງ, ບັນດາພະແນກການ ແລະ ພະນັກ ງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນເອກ ຄໍາປານ ໂພສີຄໍາ ຮອງຫົວໜ້າຫ້ອງການບໍ ລິຫານ ກມທ ໄດ້ຂຶ້ນຜ່ານບົດ ສະຫຼຸບຖອດຖອນບົດຮຽນຜ່ານ ການຈັດຕັ້ງປະຕິບັດວຽກງານ ພະລາທິການ-ເຕັກນິກ ໃນໄລ ຍະ 1 ປີຜ່ານມາ, ສາມາດຍາດ ໄດ້ຜົນສໍາເລັດທີ່ເປັນພື້ນຖານ ຫຼາຍດ້ານເປັນຕົ້ນແມ່ນວຽກ ງານປັບປຸງກໍ່ສ້າງເຄຫະສະ ຖານ, ສໍານັກງານຫ້ອງການ, ຄ້າຍຄູ ໄດ້ຮັບການປັບປຸງແໜ້ນ ໜາຖາວອນ ແລະ ທັນສະໄໝ ເປັນກ້າວໆ, ການຮັບປະກັນຊີວິດ ການເປັນຢູ່ຂອງພະນັກງານ-ນັກຮົບນັບມື້ດີຂຶ້ນ, ດ້ານສະບຽງ ອາຫານ, ນໍ້າມັນເຊື້ອໄຟ, ຢາປົວ ພະຍາດ, ເຄື່ອງນຸ່ງຫົ່ມ, ການ ຄຸ້ມຄອງພາຫະນະເຕັກນິກລົດ ແລະ ຂົງເຂດອື່ນໆທີ່ປິ່ນອ້ອມ ໜ້າທີ່ການເມືອງ ແມ່ນໄດ້ຮັບ ປະກັນການນໍາໃຊ້, ເບີກ-ຈ່າຍ ຖືກຕ້ອງຕາມຫຼັກການວິຊາສະ ເພາະ, ຊີ້ນໍາຂະແໜງເສນາຮັກ ເອົາໃຈໃສ່ຕິດຕາມກວດກາວັດ ແທກອຸນຫະພູມໃຫ້ພະນັກງານ-ນັກຮົບເປັນປົກກະຕິ, ໄດ້ຈັດຕັ້ງ ສັກວັກຊີນປ້ອງກັນພະຍາດ ໂຄວິດ-19 ຈໍານວນ 4 ຄັ້ງ ມີ 1.296 ສະຫາຍ, ນໍາສົ່ງຄົນເຈັບ ໄປໂຮງໝໍ 22 ຄັ້ງ, ຈັດຕັ້ງສັກ ຢາປ້ອງກັນໄຂ້ຫວັດໃຫຍ່ 1 ຄັ້ງ ມີ 240 ສະຫາຍ, ໄດ້ເອົາໃຈ ໃສ່ຕິດຕາມ-ກວດກາໂຄງການກໍ່ສ້າງອາຄານຫ້ອງການສານທະຫານຂັ້ນສູງ ສໍາເລັດ 88%, ອາຄານຫ້ອງການໄອຍະການທະ ຫານຂັ້ນສູງສໍາເລັດ 88%, ກໍ່ ສ້າງກະລາລົດສໍາເລັດ 70%, ໂຄງການກໍ່ສ້າງໂຮງຮຽນທິດສະ ດີການເມືອງໄລຍະທີ 2 ສໍາ ເລັດ 100% (ໂດຍແມ່ນທຶນ ຊ່ວຍເຫຼືອຈາກກະຊວງປ້ອງກັນ ປະເທດ ສສ ຫວຽດນາມ), ກໍ່ສ້າງ ເສັ້ນທາງເຂົ້າ-ອອກໂຮງຮຽນ ທິດສະດີການເມືອງກອງທັບ ສໍາເລັດ 92%, ກໍ່ສ້າງເພີ່ມເຕີມ ສູນເຝິກ ແລະ ສະໂມສອນກອງ ສິລະປະກອນກອງທັບສໍາເລັດ 85%, ສ້ອມແປງຫໍພິພິທະພັນ ປະຫວັດສາດກອງທັບ ສໍາເລັດ 100% (ທຶນຊ່ວຍເຫຼືອຈາກ ກະຊວງປ້ອງກັນປະເທດ ສສ ຫວຽດນາມ), ກໍ່ສ້າງອາຄານຫໍ ສະໝຸດກອງທັບ ສໍາເລັດ 85%, ກໍ່ສ້າງເສັ້ນທາງປູຢາງເຂົ້າບ້ານ ຈັດສັນພະນັກງານບໍານານ 194 ສໍາເລັດ 65%, ກໍ່ສ້າງ-ສ້ອມ ແປງບູລະນະພື້ນຖານໂຄງລ່າງ ຢູ່ສູນເສຍອົງຄະທຽມ 686 ແລະ ສອງສູນເສຍອົງຄະ 489, 790, ກໍ່ສ້າງສະໂມສອນ ກາງແຈ້ງ ສໍາເລັດ 100%, ນອກ ຈາກວຽກງານດັ່ງກ່າວ, ຍັງໄດ້ ປຸກລະດົມຊຸກຍູ້ພະນັກງານ-ນັກ ຮົບ ປູກຝັງ-ລ້ຽງສັດຕາມເງື່ອນ ໄຂທ່າແຮງບົ່ມຊ້ອນຂອງກົມ ກອງ ໃນນັ້ນ, ໄດ້ລ້ຽງງົວ 435 ໂຕ, ແບ້-ໝູ 110 ໂຕ, ລ້ຽງສັດ ປີກ 3.650 ໂຕ, ລ້ຽງສັດນໍ້າ 179.500 ໂຕ, ສາມາດສ້າງ ລາຍຮັບຈາກການປູກຝັງ-ລ້ຽງ ສັດ ແລະ ບໍລິການຕ່າງໆ ໄດ້ທັງ ໝົດ 394.725.000 ກີບ. ໂດຍ: ວຽງຊໍາ ແສນບຸນຊູ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ