ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ຢ້ຽມຢາມ ກອງພັນໃຫຍ່ 301
ເວລາອອກຂ່າວ: 2022-05-25 11:35:14 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 527 | ຄວາມນິຍົມ:



ວັນທີ 16 ພຶດສະພາ 2022, ສະຫາຍ ນາງ ບົວລີ ບັນຊາລິດ ຫົວໜ້າກົມໂຄສະນາ ຄະນະໂຄ ສະນາອົບຮົມສູນກາງພັກ ພ້ອມ ດ້ວຍຄະນະໂຄສະນາອົບຮົມ ແຂວງ ແລະ ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ເຄື່ອນໄຫວ ຢ້ຽມຢາມກອງພັນໃຫຍ່ 301 ກອງພົນທີ 3 ເນື່ອງໃນໂອກາດ ທີ່ ກອງພັນໃຫຍ່ 301 ພວມອອກ ແຮງແຂ່ງຂັນສ້າງຜົນງານເພື່ອ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງ ພັນໃຫຍ່ 301 ທີ່ຈະມາເຖິງນີ້. ສະຫາຍ ພັນໂທ ທອງສຸກ ຈັນມະນີ ຫົວໜ້າການເມືອງ ກອງ ພັນໃຫຍ່ 301 ໄດ້ລາຍງານສະ ພາບການເຄື່ອນໄຫວວຽກງານທີ່ພົ້ນເດັ່ນໃນຂອບເຂດກົມກອງຮັບຜິດຊອບ ເປັນຕົ້ນແມ່ນເຂດ 4 ເມືອງເໜືອ ຂອງແຂວງໄຊຍະບູລີ ຄື: ເມືອງຫົງສາ, ເມືອງເງິນ, ຊຽງຮ່ອນ, ເມືອງຄອບ ແລະ 1 ເມືອງໃຕ້ ຂອງແຂວງບໍ່ແກ້ວ ຄື: ເມືອງປາກທາ. ໃນການເຄື່ອນ ໄຫວຂອງວຽກງານຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 301 ສາມາດເຮັດໃຫ້ຂອບເຂດຄວາມ ຮັບຜິດຊອບມີຄວາມສະຫງົບ ໂດຍພື້ນຖານ. ພ້ອມນີ້, ສະຫາຍ ພັນໂທ ທອງສຸກ ຈັນມະນີ ຍັງໄດ້ ກ່າວສະແດງຄວາມຂອບໃຈ ແລະ ອວຍພອນມາຍັງ ສະຫາຍ ນາງ ບົວລີ ບັນຊາລິດ ພ້ອມດ້ວຍຄະ ນະ ຈົ່ງພ້ອມກັນເຮັດສຳເລັດໜ້າ ທີ່ໃນການເຄື່ອນໄຫວຢ້ຽມຢາມ ແລະ ຈັດເຝິກອົບຮົມວຽກງານ ໂຄສະນາ-ປາຖະກະຖາໃຫ້ພະນັກ ງານຫຼັກແຫຼ່ງທົ່ວເມືອງຊຽງ ຮ່ອນ ດ້ວຍໝາກຜົນຢ່າງຈົບ ງາມ. ໂດຍ: ເທບພະກອນ ລັດຕະນະສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ